ຫລັງຈາກໄພຄື້ນຟອງສຸນາມິໄດ້ພັດເອົາປະຊາຄົມຫລາຍໆແຫ່ງແລະຜູ້ຢູ່ອາໃສຫລາຍຄົນ
ໄປ ເມື່ອວັນທີ່ 1 ເດືອນມີນາປີຜ່ານມາ ຫລາຍຄົນໆຢ້ານ ວ່າ ບາງເມືອງຈະຫາຍສາບ
ສູນໄປເລີຍ. ແຕ່ມາບັດນີ້ ຍີ່ປຸ່ນກໍາລັງວາງແຜນການທີ່ຈະຟື້ນຟູບາງປະຊາຄົມຄືນມາໃໝ່
ໃຫ້ເປັນຊຸມຊົນທີ່ປະຢັດ ພະລັງງານ ຊຶ່ງບາງຄວາມຄິດແມ່ນໃຫຍ່ໂຕທະໂຫລານຫລາຍ
ສົມຄວນ.
ສາມຕົວເມືອງທີ່ຖືກກະແສນໍ້າແຮງສູງພັດເພພັງຫາຍສາບສູນໄປພ້ອມໆກັນ ກໍຄືເມືອງ
Ofunato, Rikuzentakata ແລະເມືອງ Sumida Kesen ນັ້ນ ຈະຖືກຮວມເອົາເຂົ້າ
ກັນ ມາເປັນເມືອງທີ່ໃຊ້ໂຄງການພະລັງງານແສງຕາເວັນ ຫລື solar energy ທີ່ຍິ່ງໃຫຍ່
ແຫ່ງທໍາອິດຂອງໂລກ ຊຶ່ງຈະແລ່ນດ້ວຍໝໍ້ໄພ ຫລື ແບດເຕີຣີ ທີ່ຜະລິດໂດຍບໍລິສັດ
ທ້ອງຖິ່ນ.
ເມືອງ Kamaishi ນັ້ນ ວາງແຜນທີ່ຈະຜະລິດກະແສໄຟຟ້າເອົາເອງ ສໍາລັບການຊົມໃຊ້
ໃນທ້ອງຖິ່ນ ແລະເພື່ອສ້າງຕັ້ງອຸດສາຫະກໍາໃໝ່ໆ. ເມືອງ Higashi Matsushima ກໍ
ມີແຜນຈະໃຊ້ເທັກໂນໂລຈີກໍ່ສ້າງທີ່ທັນສະໄໝລ່າສຸດ ເພື່ອສ້າງປະຊາຄົມທີ່ທົນທານຕໍ່ໄພ
ພິບັດໄດ້. ສ່ວນເມືອງ Iwanuma ກໍອາດສາມາດນໍາໃຊ້ເສດສິ່ງຫັກພັງຈາກໄພພິບັດທໍາ
ມະຊາດ ແຜ່ນດິນໄຫວແລະຟອງຍັກສຸນາມິນັ້ນ ເພື່ອພັດທະນາສະພາບແວດລ້ອມທໍາ
ມະຊາດຄືນໃໝ່. ແລະກໍຍັງຈະຕິດຕັ້ງຕານ່າງສາຍສົ່ງກະແສໄຟຟ້າທີ່ໃຊ້ພະລັງງານແສງ
ຕາເວັນ.
ແລະເມືອງ Shinichi ນັ້ນ ມີແຜນທີ່ຈະພັດທະນາຕົນເອງໃຫ້ເປັນສູນກາງໂຄງລ່າງພື້ນ
ຖານດ້ານຂໍ້ມູນ ໃນຂະນະທີ່ເມືອງ Minamisoma ກໍາລັງດໍາເນີນຄວາມພະຍາຍາມເພື່ອ
ຈະໃຫ້ເປັນເມືອງ ທີ່ໃຊ້ລະບົບພະລັງງານໝຸນວຽນທີ່ອາດໃຊ້ພະລັງງານຈາກກັງຫົນລົມ.
ເຊື້ອໄຟຈາກຊາກສັດດຶກດໍາບັນທີ່ນໍາເຂົ້າຈາກຕ່າງປະເທດ ຍັງຄົງເປັນພະລັງງານທີ່ລໍ່
ລ້ຽງເສດຖະກິດຂອງຍີ່ປຸ່ນເປັນສ່ວນໃຫຍ່ຢູ່ໃນເວລານີ້ ໂດຍສະເພາະຢ່າງຍິ່ງ ນັບຕັ້ງແຕ່
ໂຮງງານຜະລິດກະແສໄຟຟ້າທີ່ໃຊ້ພະລັງນິວເຄລຍ ເກືອບວ່າທັງໝົດຂອງປະເທດ ຍັງ
ໃຊ້ການບໍ່ໄດ້ດ້ວຍເຫດຜົນຕ່າງໆກັນຫລາຍຢ່າງ. ເວລານີ້ພວກເຈົ້າໜ້າທີ່ກໍາລັງຊອກຫາ
ຄວາມຄິດທີ່ໃຫຍ່ໂຕ ສໍາລັບນໍາໃຊ້ເປັນພະລັງງານທາງເລືອກອື່ນ.
ໃນກອງປະຊຸມສໍາມະນາເມື່ອວັນສຸກທີ 2 ເດືອນນີ້ທີ່ Fukushima ນັ້ນ ພວກປະຊາຊົນ
ທີ່ມາຮ່ວມຈາກປະຊາຄົມຕ່າງໆທີ່ຖືກກະທົບ ພວກວາງແຜນເມືອງນານາຊາດ ແລະພວກ
ນັກການທູດ ໄດ້ຟັງຄໍາອະທິບາຍໂດຍສັງເຂບ ຈາກປະທານກຸ່ມສະຖາບັນສຶກສາ ທີ່ຊັ່ງຊາ
ຕີລາຄາຂໍ້ສະເໜີກ່ຽວກັບເທັກໂນໂລຈີ ທີ່ທັນສະໄໝລ່າສຸດຕ່າງໆນັ້ນ.
ທ່ານ Shuzo Murakani ນັກສະຖາປະນິກແລະວິດສະວະກອນກ່າວວ່າປະຊາຊົນຂອງ
“ເມືອງອະນາຄົດ” ດັ່ງກ່າວນີ້ ຈະບໍ່ພຽງແຕ່ໄດ້ຄວບຄຸມການຊົມໃຊ້ກະແສໄຟຟ້າແຕ່ຢ່າງ
ດຽວເທົ່ານັ້ນ ແຕ່ຍັງຈະສ້າງແລະສະສົມພະລັງງານຢູ່ໃນບ້ານຂອງພວກເຂົາເຈົ້າເອງໄດ້
ນໍາດ້ວຍ.
ແຕ່ທ່ານ Murakami ເຕືອນວ່າ ພວກປະຊາຄົມໃໝ່ຕ່າງໆນັ້ນຈະອອກແບບສ້າງໃນລັກ
ສະນະທີ່ ພຽງເພື່ອທຸ່ມເທເງິນໃສ່ການກໍ່ສ້າງເທົ່ານັ້ນບໍ່ໄດ້. ທ່ານກ່າວວ່າ ບັນດາເມືອງ
ໃໝ່ເຫລົ່ານີ້ ຈະຕ້ອງເປັນຕົວເມືອງທີ່ກຸ້ມຕົນເອງ ແລະຢັ້ງຢືນທີ່ສຸດ ເພື່ອວ່າປະຊາຊົນຈະ
ຢາກໄປອາໃສດໍາລົງຊີວິດຢູ່ທີ່ນັ້ນເປັນເວລາດົນນານ.
ແມ່ນແຕ່ກ່ອນເກີດໄພພິບັດເມື່ອປີກາຍນີ້ ພວກປະຊາຄົມເຫລົ່ານັ້ນບາງແຫ່ງກໍໄດ້ປະເຊີນ
ກັບສິ່ງທ້າທາຍອັນໃຫຍ່ຫລວງຕ່າງໆ ໂຕຢ່າງພວກຊາວເມືອງໄວໜຸ່ມທັງຫລາຍໄດ້ພາກັນ
ແຕກໜີໄປອາໃສຢູ່ໃນຫົວເມືອງໃຫຍ່ໆໂດຍປະຖິ້ມວຽກງານເຮັດໄຮ່ເຮັດນາ ແລະຫາປາ.
ພວກລອດຊີວິດຈາກໄພພິບັດແລະພວກວາງແຜນ ຢ້ານກົວວ່າ ພວກໂຄງ ການທີ່ວ່ານີ້
ອາດສາມາດເປັນໂຄງການໃນຮູບແບບລ່າສຸດ ທີ່ໃຊ້ຈ່າຍເງິນກໍ່ສ້າງເປັນຫລາຍພັນລ້ານ
ໂດລາ ບາດແລ້ວອາດໃຊ້ການຫຍັງບໍ່ໄດ້ເລີຍ. ຍີ່ປຸ່ນກໍໄດ້ເຫັນເມືອງແບບນີ້ມາຫລາຍ
ແລ້ວ ຕະຫລອດໄລຍະຫລາຍສິບປີຜ່ານມາ ຊຶ່ງພວກນັກການເມືອງແລະພວກບໍລິສັດກໍ່
ສ້າງທັງຫລາຍໄດ້ສົມຮູ້ຮ່ວມຄິດກັນສ້າງຂຶ້ນ ໂດຍສ່ວນໃຫຍ່ແລ້ວກໍແມ່ນເພື່ອສ້າງຜົນປະ
ໂຫຍດທາງການເງິນ ໃຫ້ແກ່ກັນແລະກັນ.
ເວລານີ້ ຍີ່ປຸ່ນກໍາລັງຊັກຊວນພວກບໍລິສັດຕ່າງປະເທດ ໃຫ້ເຂົ້າມາຮ່ວມໃນໂຄງການພັດ
ທະນາສ້າງສາຄືນໃໝ່ໃນຍີ່ປຸ່ນ ແຕ່ພວກບໍລິສັດຕ່າງປະເທດ ຈົ່ມທຸກວ່າ ພວກເຂົາເຈົ້າ
ມອງເຫັນຄວາມກະຕືລືລົ້ນຈາກຍີ່ປຸ່ນໜ້ອຍຫລາຍ ຕໍ່ຄວາມຊໍານິຊໍານານແລະຜະລິດຕະ
ພັນຂອງພວກເຂົາເຈົ້ານັ້ນ ທັງໃນດ້ານ ການອະນາໄມມ້ຽນມັດເສດສິ່ງຫັກພັງມາເຖິງປັດ
ຈຸບັນນີ້ ແລະຄວາມພະຍາຍາມເພື່ອສ້າງສາຄືນໃໝ່ ທີ່ໄດ້ວາງແຜນໄວ້ແລ້ວນັ້ນ. ບາງກຸ່ມ
ໄດ້ບອກວີໂອເອວ່າ ນາຍໜ້າຄົນກາງຊາວຍີ່ປຸ່ນໄດ້ສະເໜີໃຫ້ການຊ່ວຍເຫລືອ ແຕ່ກໍ
ຕ້ອງມີການຈ່າຍຄ່າສິນບົນໃຫ້.
ທ່ານ Richard Jones ຜູ້ກ່າວຄໍາປາໃສສໍາຄັນໃນກອງປະຊຸມສໍາມະນາທີ່ຟູກູຊີມະ ແລະ
ເປັນຮອງຜູ້ອໍານວຍການອົງການພະລັງງານສາກົນ ກ່າວຕໍ່ວີໂອເອວ່າ ພວກເຈົ້າໜ້າທີ່ຕັດ
ສິນໃຈຂອງຍີ່ປຸ່ນ ຈະຕ້ອງຄໍານຶງເຖິງຄວາມຕ້ອງການແທ້ໆຂອງປະຊາຊົນນັ້ນເປັນຫລັກ
ແທນທີ່ຈະສຸມໃສ່ແຕ່ຄວາມມຸ້ງມາດປາດຖະໜາຂອງພວກບໍລິສັດໃຫຍ່ໆຂອງຍີ່ປຸ່ນນັ້ນ.
ທ່ານ ໂຈນສ໌ ກ່າວວ່າ “ໃນສະຖານະການແບບນີ້ ແນ່ນອນ ມັນມັກຈະມີສິ່ງລໍ້ໃຈຢູ່
ສະເໝີ ເພາະວ່າ ຖ້າຈະເວົ້າໄປແລ້ວ ພວກເຂົາເຈົ້າກໍາລັງຈະໃຊ້ຈ່າຍເງິນຫລວງ
ຢ່າງຫລວງຫລາຍ ເພື່ອເພ່ງເລງໃສ່ແຫລ່ງພາຍໃນປະເທດ ແຕ່ຂ້າພະເຈົ້າເອງແລ້ວ
ແນ່ນອນແມ່ນຢາກຂໍຮຽກຮ້ອງໃຫ້ພວກເຂົາເຈົ້າ ພະຍາຍາມພາກັນຄິດໃນໄລຍະ
ຍາວ ແລະກ່ຽວກັບຄວາມຕ້ອງການແທ້ໆຂອງປະຊາຊົນໃນເຂດນັ້ນນໍາເຊັ່ນກັນ.”
ທ່ານ ໂຈນສ໌ ກ່າວຕໍ່ໄປວ່າ ຄວາມຕ້ອງການຂັ້ນຕົ້ນຢູ່ໃນປະຊາຄົມທີ່ໄດ້ ຮັບຄວາມເສຍ
ຫາຍນັ້ນ ກໍຄືເລ່ງລັດການສ້າງສາຄືນໃໝ່ໃຫ້ໄວເທົ່າທີ່ຈະໄວໄດ້ ຊຶ່ງທ່ານເວົ້າວ່າ:
“ຂ້າພະເຈົ້າຄິດວ່າ ພວກເຂົາເຈົ້າບໍ່ຄວນຈະພະຍາຍາມ ທີ່ຈະປະດິດກົງລໍ້ຂຶ້ນ
ມາໃໝ່ ໃນເມື່ອມັນມີຫລາຍໆຕົວຢ່າງໃຫ້ເຫັນຢູ່ແລ້ວ ຢູ່ໃນປະຊາຄົມອື່ນໆ
ແລະໂຄງການອື່ນໆ ທີ່ປະສົບຜົນສໍາເລັດມາແລ້ວນັ້ນ.”
ທ່ານ Richard Jones ທີ່ເຄີຍເປັນເອກອັກຄະລັດຖະທູດສະຫະລັດປະຈໍາສີ່ປະເທດ
ເດນມາກ ອັງກິດ ເຢຍຣະມັນ ແລະສວີເດນ ກ່າວຕື່ມວ່າບັນດາປະຊາຄົມທີ່ຢູ່ຢ່າງສະ
ຫລາດທັງຫລາຍໃນປະເທດເຫລົ່ານັ້ນ ແມ່ນ ເປັນຕົວຢ່າງອັນດີ ທີ່ຍີ່ປຸ່ນສາມາດທີ່ຈະ
ຮຽນຮູ້ແລະຖອດຖອນບົດຮຽນໄດ້.
ພວກກຸ່ມສະໜັບສະໜຸນແນວຄິດນີ້ ກ່າວວ່າ ບົດຮຽນທີ່ວ່າເຫລົ່ານັ້ນ ແມ່ນໂຮມທັງວິທີ
ການນໍາເອົາພວກຊາວເມືອງໃນອະນາຄົດ ແລະພວກທີ່ມີສ່ວນໄດ້ສ່ວນເສຍທັງຫລາຍ
ເຂົ້າມາພົວພັນນໍາການວາງແຜນແລະການກໍ່ສ້າງນໍາເພື່ອຮັບປະກັນໃຫ້ເມືອງເຫລົ່ານັ້ນ
ເປັນເມືອງທີ່ປະຢັດພະລັງງານ ແລະເປັນບ່ອນທີ່ໜ້າຢູ່ອາໃສ.