ຍີ່ປຸ່ນ ຈັດພິທີຂີດໝາຍ ຄົບຮອບສອງປີຂອງ ແຜ່ນດີນໄຫວແລະຄື້ນຟອງ ສຸນາມິ (ສະໄລດ໌)

ຊາວຍີ່ປຸ່ນ ພາກັນຢືນຢູ່ໃນຄວາມສະຫງົບ ຊົ່ວຂະນະນຶ່ງ ເພື່ອເປັນຂີດໝາຍຄົບຮອບສອງປີ ຂອງແຜ່ນດິນໄຫວ ແລະຄື້ນຟອງ ສຸນາມິ ເມື່ອວັນທີ 11 ມີນາ 2011.

ປະຊາຊົນຍີ່ປຸ່ນ ​ໄດ້​ພາກັນຢືນ​ຢູ່​ໃນ​ຄວວາ​ມສະຫງົບ ຊົ່ວ​ຂະນະ​
ນຶ່ງ ເພື່ອ​ເປັນ​ຂີດ​ໝາຍ​ຄົບຮອບ​ປີ​ທີ່​ສອງ ​ຂອງ​ແຜ່ນ​ດີ​ນ​ໄຫວ
ແລະຄື້ນ​ຟອງສຸ​ນາ​ມິທີ່​ຮ້າຍ​ແຮງ ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ
19.000 ພັນ​ຄົນ ​ແລະ​ເຮັດ​ໃຫ້​ເກີດ​ອຸ​ປະຕິ​ເຫດນິວ​ເຄລຍ ຄັ້ງ
ຮ້າຍ​ແຮງ​ທີ່​ສຸດ​ ນັບ​ຕັ້ງ​ແຕ່​ເກີດ​ຄວາມ​ພິນາດ​ທີ່​ໂຮງງານ​ນິວ​
ເຄລຍ Chernobyl ຂອງ​ຣັດ​ເຊຍ ​ເມື່ອປີ 1986.

ຢູ່ໃນ​ພິທີແຫ່ງ​ຊາດ ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ໂຕ​ກຽວໃນ​ວັນ​ຈັນ​
ມື້​ນີ້ ທີ່ເຂົ້າ​ຮ່ວມ​ໂດຍ ຈັກກະພັດ Akihito ​ແລະ​ລາ​ຊີ​ນີ Michiko ​
ພ້ອມ​ດ້ວຍບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຂອງລັດຖະບານ​ ບັນດາ​ຜູ້
​ເຂົ້າ​ຮ່ວມທັງຫລາຍ ​ໄດ້​ພາກັນ​ຢືນ​ຢູ່​ໃນ​ຄວາມສະຫງົບໃນ​ເວລາ
ບ່າຍ 2 ​ໂມງກັບ 46 ນາ​ທີ ຊຶ່ງ​ກົງ​ກັບ​ເວລາເກີດແຜ່ນດິນ​ໄຫວ
​ທີ່​ມີ​ຄວາມ​ແຮງ​ເຖິງ 9.0 ​ຣິກ​ເຕີ້ ໃນວັນ​ທີ່ 11 ເດືອນ​ມີນາ ປີ
2011 ຢູ່​ນອກຝັ່ງ​ທະ​ເລກໍ້າຕາ​ເວັນ​ອອກສຽງເໜືອ​ ​ຂອງຍີ່ປຸ່ນ.


ໄດ້ມີ​ການ​ວາງແຜນ ຈັດການ​ປະ​ທ້ວງຕໍ່ຕ້ານ​ນິວ​ເຄລຍ ຂຶ້ນຢູ່​ທົ່ວ​
ຍີ່​ປຸ່ນ ໃນ​ມື້​ນີ້ ເພື່ອ​ຮຽກຮ້ອງ​ໃຫ້ປະ​ເທດ​ ຍົກ​ເລີກ​ການ​ໃຊ້​ພະລັງງານ​ນິວ​ເຄລຍ.

ພິທີຂີດໝາຍຄົບຮອບ ສອງປີຂອງຟອງຍັກ ສຸນາມິ ທີ່ຍີ່ປຸ່ນ


​ແຜ່ນດິນ​ໄຫວ​ໃນ​ມື້​ນັ້ນ ​ໄດ້ກໍ່​ໃຫ້​ເກີດ​ຄື້ນ​ຟອງ​ຍັກ​ສຸ​ນາ​ມິ ທີ່​ພັດຖະຫລົ່ມ ທໍາລາຍປະຊາ​ຄົມ​
ຕ່າງໆ​ຢູ່​ແຄມ​ທະ​ເລ ສ້າຄວາມ​ເສຍ​ຫາຍ​ໃຫ້​ແກ່ໂຮ​ງ ງານ​ພະ​ລິດໄຟຟ້າ​ນິວ​ເຄລຍ Fukushima Daiichi ​ແລະ​ເຮັດ​ໃຫ້​ເກືອບ 19.000 ຄົນ ​ເສຍ​ຊີວິດ ​ຫລື​
ຫາຍ​ສາບ​ສູນ.

ການ​ພະຍາຍາມ​ສ້າງສາ​ຂົງ​ເຂດ​ທີ່​ໄດ້​ຮັບ​ຄວາ​ມ​ເສຍ​ຫາຍຄືນ​ໃໝ່ ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ຊັກ​ຊ້າ.
ໂ​ຕ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ ​ຫລາຍ​ກ່ວາ 300.000 ຄົນ​ ຍັງ​ບໍ່​ມີ​ບ້ານ​ເຮືອນ ຢູ່​ອາ​ໄສ​ຢ່າງ​ຖາວອນ. ຫລາຍໆ​ຄົນ ຍັງ​ພາກັນອາ​ໄສ ຢູ່ເຮືອນພັກ​ຊົ່ວຄາວ ທີ່ແອ​ອັດ.

Your browser doesn’t support HTML5

ຍີ່ປຸ່ນ ໄວ້ອາໄລຄົບຮອບແຜ່ນດິນໄຫວ