27 ຄົນ ເສຍຊີວິດ ໃນເຫດ ດິນເຈື່ອນ ຢູ່ຍີ່ປຸ່ນ (ວີດີໂອ)

ພາບທາງອາກາດ ສະແດງໃຫ້ເຫັນ ດິນເຈື່ອນ ທີ່ທັບຖົມບໍລິເວນ ໝູ່ບ້ານເຂດ Asaminami ໃນນະຄອນ Hiroshima ຢູ່ທາງຕາເວັນຕົກຂອງຍີ່ປຸ່ນ, ພາບນີ້ຖ່າຍໂດຍ Kyodo ເມື່ອວັນທີ 20 ສິງຫາ 2014.

ບັນດາ​ເຈົ້າໜ້າ​ທີ່​ຍີ່ປຸ່ນ ກ່າວ​ວ່າ ຢ່າງ​ນ້ອຍ​ມີ 27 ຄົນ​ເສຍ​ຊີວິດ
​ແລະ 10 ຄົນ​ຫາຍ​ສາບ​ສູນ ຫຼັງຈາກ​ດິນທີ່​ເຈື່ອນ​ລົງ​ມາ ໄດ້​ທັບ
ຖົມ​ບ້ານ​ເຮືອນຫຼາຍສິບຫລັງ ຢູ່ເຂດຊານເມືອງ ຂອງນະຄອນ
Hiroshima.

ລາຍງານຂ່າວໂທລະ​ພາບ ​ໃນວັນ​ພຸດ​ມື້​ນີ້ ​ໄດ້ສະ​ແດງ​ໃຫ້​ເຫັນ
ພວກຊາວບ້ານ ​ແລະພະນັກ​ງານ​ກູ້​ໄພ ກຳລັງຄົ້ນຫາພວກທີ່
​ລອດ​ຊີວິດມາໄດ້ຢູ່ຕາມຊາກ​ຫັກພັງ​ຂອງ​ບ້ານເຮືອນ ໃນເຂດ
ຊານ​ເມືອງ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທະຫານຫຼາຍຮ້ອຍ​ຄົນ ​ໄປ​ຊ່ວຍ​ເຫຼືອ​ປະຕິບັດ​ງານກູ້​ໄພ ຢູ່​ບໍລິ​ເວນ​ທີ່ເກີດ​ເຫດ.

ຜູ້​ອາ​ໄສຢູ່ໃນເຂດ​ທ້ອງ​ຖິ່ນ​ ທີ່​ບໍ່​ເປີດ​ເຜີຍ​ຊື່ຄົນ​ນຶ່ງ ກ່າວ​ວ່າ ລາວ​ຕ້ອງ​ໄດ້​ຕັດສິນ​ໃຈ​ຢ່າງ​ໄວວາ ຫລົບ​ໜີ​ອອກ​ຈາກ​ເຮືອນ​ຂອງ​ລາວ ທີ່​ກຳລັງ​ຖືກ​ນ້ຳຖ້ວມຢູ່​ນັ້ນ.

ລາວ​ເວົ້າວ່າ “ຂ້ອຍຕື່ນ​ຂຶ້ນມາ​ໃນ​ຕອນ​ກາງຄືນ ​ແລະທາງຍ່າງໄປ​ຫາ​ຫ້ອງ​ຮັບ​ແຂກ​ຂອງ​ເຮືອນ​ຂ້ອຍ ​ແມ່ນ​ຖືກ​ນ້ຳຖ້ວມ​ແລ້ວ. ຂ້ອຍ​ໄດ້​ຍິນ​ສຽງ​ຂອງ​ນ້ຳທີ່​ໄຫລ​ເຂົ້າມາ ​ແລະ ​ຕໍ່​ຈາກ​ນັ້ນ ນ້ຳຈາກ​ແມ່ນ້ຳກໍ​ໄຫ​ລ​ຢ່າງແຮງເຂົ້າມາ​ໃນ​ເຮືອນ​ຂ້ອຍ ດັ່ງນັ້ນ ຂ້ອຍ​ເລີຍ​ຂຶ້ນ​ລົດ​ແລ້ວ​ຟ້າວ​ອອກ​ໄປ​ຈາກ​ເຮືອນ.”

ບໍລິ​ເວນ​ດັ່ງກ່າວ ​ມີຝົນຕົກໜັກ ປະມານ 24 ມີ​ນລີ​ແມັດພາຍ​ໃນລະຍະ 24 ຊົ່ວ​ໂມງ ຫຼື ປະ
ມານ​ເທົ່າ​ກັບນ້ຳຝົນ ທີ່​ຕົກ​ໃນລະຍະ​ນຶ່ງ​ເດືອນ ຊຶ່ງ​ໄດ້ໃຫ້ເນີນ​ພູ ​ທີ່​ປຽກຊຸ່ມຢູ່​ແລ້ວຈາກ​ພາຍຸ​ຝົນເມື່ອ​ບໍ່​ດົນ​ນີ້ ເຈື່ອນລົງມາ.

ພວກນັກ​ພະຍາກອນ​ອາກາດ ​ເຕືອນວ່າ ຄາດ​ວ່າຈະ​ມີ​ຝົນຕົກລົງມາຕື່ມ​ ແລະ​ກ່າວ​ອີກ​ວ່າ ຍັງມີ​ຄວາມ​ສ່ຽງຢູ່ຕໍ່ໄປ ທີ່ຈະເກີດ​ໄພນ້ຳຖ້ວມ ​ແລະ ດິນ​ເຈື່ອນ.

ດິນ​ເຈື່ອນ​ເປັນໄພຂົ່ມຂູ່ຢ່າງໃຫຍ່ຫລວງ ​ຕໍ່​ຍີ່ປຸ່ນ​ທີ່​ແອ​ອັດໄປດ້ວຍຜູ້ຄົນ ຊຶ່ງ​ເຮືອນ​ຊານ​ທັງຫຼາຍ ​ແມ່ນ​ສ້າງ​ຢູ່​ເທິງ ຫຼື​ ໃກ້ໆ​ກັບ​ເຈີ້ຍພູ​ທີ່ສູງ​ຊັນ.

Your browser doesn’t support HTML5

JAPAN LANDSLIDES VOSOT