ນາຍົກຍີ່ປຸ່ນ ສະແດງ ຄວາມເປັນຫ່ວງ ຢ່າງຍິ່ງ ຕໍ່ລາຍງານ ການສອດແນມ ຂອງ ສຫລ

ນາຍົກລັດຖະມົນຕີ ຍີ່​ປຸ່ນ ທ່ານ Shinzo Abe ກ່າວຖະແຫລງຕໍ່ສື່ມວນຊົນ.

ນາຍົກລັດຖະມົນຕີ ຍີ່​ປຸ່ນ ທ່ານ Shinzo Abe ​ໄດ້​ສະແດງ​
“ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ” ຕໍ່​ຂໍ້​ກ່າວ​ຫາ ທີ່ວ່າ​ສະຫະລັດ
​ໄດ້​ສອດ​ແນມ​ເບິ່ງ ບັນດາ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ ​ແລະ ນັກທຸລະກິດ
​ ຂອງ​ຍີ່​ປຸນ.

ນາຍົກລັດຖະມົນຕີ Abe ຍັງ​ໄດ້​ຮຽກຮ້ອງ​ໃຫ້ ທຳ​ການ​ສືບສວນ
​ສອບ​ສວນ ​ໃນກໍລະນີ​ດັ່ງກ່າວ ລະຫວ່າງ​ການ​ສົນທະນາ​ທາງ​
ໂທລະສັບ ກັບ​ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden
ອີງ​ຕາມຫົວໜ້າ​ໂຄສົກ​ລັດຖະບານ ຍີ່ປຸ່ນ ທ່ານ Yoshihide Suga.

ທ່ານ Suga ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າຂອງ​ທ່ານ Abe ທີ່​ບອກໃຫ້​ທ່ານ
Biden ວ່າ “ຖ້າ​ມັນ​ເປັນ​ເ​ລື້ອງຈິງ ວ່າ ບັນ​ດາ​ເຈົ້າໜ້າ​ທີ່​ເຫຼົ່ານີ້ ໄດ້ຕົກເປັນ​ເປົ້າໝາຍ
ມັນ​ອາດສ້າງຄວາມສັ່ນຄອນ ຕໍ່ຄວາມສຳພັນດ້ານ​ຄວາມ​ເຊື່ອ​ຖື ໃນການ​ເປັນ​ພັນ
ທະ​ມິດ​ ຂອງ​ພວກ​ເຮົາ ​ແລະ ຂ້າພະ​ເຈົ້າຈະ​ຕ້ອງ​ ໄດ້​ສະແດງ​ຄວາມ​ກັງວົນເປັນ​
ຢ່າງ​ຍິ່ງ.”

ທ່ານ Suga ກ່າວ​ວ່າ ທ່ານ Biden ​ໄດ້​ຂໍອະ​ໄພ​ໂທດ​ ສຳ​ຫລັບ​ເລື້ອ​ງ ດັ່ງກ່າວ ​ໂດຍໃຫ້​ຂໍ້​
ສັງ​ເກດ​ວ່າ “​ໄດ້​ກໍ່​ໃຫ້​ເກີດ​ມີ​ການອະພິປາຍກັນ​ໃນ​ຍີ່ປຸ່ນ.” ທ່ານ Suga ບໍ່​ໄດ້​ກ່າວ​ວ່າ
ທ່ານ Biden ​ໄດ້​ໃຫ້ການຢືນຢັນ ​ກ່ຽວກັບ ການ​ສອດ​ແນມ​ນັ້ນ ຫຼືບໍ່.

ເມື່ອ​ອາທິດ​ແລ້ວ​ນີ້ ອົງການ WikiLeaks ໄດ້ນຳອອກເຜີຍ​ແຜ່​ເອກະສານ ທີ່ຕົນ​ກ່າວ​ວ່າ
ສະ​ແດງ​ໃຫ້​ເຫັນ​ ເຖິງການສອດແນມຂອງສະຫະລັດ​ ເບິ່ງ 35 ບໍລິສັດ ບັນດາກະຊວງ​
ຂອງ​ລັດຖະບານ ​ແລະ ສ່ວນ​ບຸກຄົນ ​ໃນ​ຍີ່ປຸ່ນ.

ອົງການ WikiLeaks ກ່າວ​ວ່າ ການ​ສະກັດ​ເອົາຂໍ້ມູນ ທີ່ຕົນຈັບໄດ້ ແມ່ນ​ພົວພັນ​ກັບເລື້ອງ ຕ່າງໆເຊັ່ນ ຄວາມສຳພັນ​ລະຫວ່າງ ສະຫະລັດ ກັບຍີ່ປຸ່ນ ການ​ເຈລະຈາ​ດ້ານ​ການ​ຄ້າ ແລະ ​
ແຜນ​ຍຸດ​ທະ​ສາດ ກ່ຽວກັບການ​ປ່ຽນ​ແປງ​ດ້ານ​ດິນຟ້າ​ອາກາດ. ອົງການ WikiLeaks ກ່າວ​ວ່າ ການສອດແນມ ແມ່ນເລີ້ມມາ ແຕ່ປີ 2006 ຊຶ່ງເປັນການເຂົ້າ ຮັບຕຳແໜ່ງໃນສະໄໝທຳອິດຂອງທ່ານ Abe.

ໃນຖະແຫຼງການສະບັບນຶ່ງ ທີ່ອອກໃນແລງວັນອັງຄານວານນີ້ ທຳນຽບຂາວກ່າວວ່າ ທ່ານ
Biden ໄດ້ໃຊ້ການໂອ້ລົມ ທາງໂທລະສັບ ຂອງທ່ານກັບທ່ານ Abe ເພື່ອຢືນຢັນອີກຄັ້ງນຶ່ງ
ເຖິງຄວາມໝາຍໝັ້ນ ຢ່າງແຂງຂັນຂອງສະຫະລັດ ຕໍ່ການເປັນພັນທະມິດ ລະຫວ່າງ
ສະຫະລັດ ກັບ ຍີ່ປຸ່ນ ແລະ ຂອບໃຈນາຍົກລັດຖະມົນຕີ Abe ໃນການເປັນພາຄີທີ່ໝັ້ນ ຄົງຂອງທ່ານ.