ມີນັກການເມືອງໜ້ອຍຄົນ ທີ່ສາມາດອວດອ້າງໄດ້ວ່າ ມີການຕັ້ງ
ຊື່ທິດສະດີເສດຖະກິດ ຕາມຊື່ຂອງຕົນ ແຕ່ບັດນີ້ ມີນາຍົກລັດຖະ
ມົນຕີຍີ່ປຸ່ນຄົນນຶ່ງທີ່ ຮວມຢູ່ໃນນັ້ນແລ້ວ. ໂຄງການໃຊ້ຈ່າຍຢ່າງ
ມະຫາສານ ແລະນະໂຍບາຍ ງົບປະມານແຫ່ງຊາດແບບຫລົມໆ
ຂອງທ່ານ Shinzo Abe ໄດ້ຖືກຂະໜານນາມວ່າ Abenomics ແລະພ້ອມກັບທີ່ຍີ່ປຸ່ນສະແດງໃຫ້ເຫັນໃນສິ່ງທີ່ເບິ່ງຄືວ່າ ເສດຖະ
ກິດ ທີ່ກໍາລັງເຕີບໂຕແຂງແຮງດີນັ້ນ ກໍເລີຍເກີດມີການ ຮຽກຮ້ອງ ໃຫ້ບັນດາເສດຖະກິດຂອງພາກພື້ນຢູໂຣບທັງຫຼາຍ ທີ່ກໍາລັງລົ້ມ ລຸກຄຸກຄານຢູ່ໃນຂະນະນີ້ ນໍາເອົາຍຸດທະສາດແບບດຽວກັນນີ້ມາ
ໃຊ້. Henry Ridgwell ລາຍງານຈາກລອນດອນ ຊຶ່ງທອງປານ
ຈະນໍາເອົາລາຍ ລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ເບິ່ງວີດິໂອ ລາຍງານນີ້ ເປັນພາສາລາວ:
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ປະກົດວ່າ ມີຄວາມພໍໃຈ ຢ່າງສູງນໍາຜົນ ຂອງກອງປະຊຸມສຸດຍອດຂອງກຸ່ມ ຈີ-ແປດ ໃນອາທິດແລ້ວນີ້ ຢູ່ແຂວງ Ireland ເໜືອ
ຂອງອັງກິດນັ້ນ ຊຶ່ງທ່ານໄດ້ກ່າວຕໍ່ກອງປະຊຸມນັກຂ່າວ ເມື່ອວັນອັງຄານອາທິດຜ່ານມານີ້:
“ໃນການໂອ້ລົມປຶກສາຫາລືກັນກ່ຽວກັບເສດຖະກິດໂລກນັ້ນ ຕະຫຼອດທັງ
ໃນການເຈລະຈາກັນສອງຝ່າຍ ໄດ້ມີການສະແດງໃຫ້ເຫັນເຖິງຄວາມສົນໃຈ
ຢ່າງແຮງ ໃນຍຸດທະສາດດ້ານງົບປະມານ ແລະການເຕີບໂຕຂອງເສດຖະ
ກິດຂອງຍີ່ປຸ່ນ.”
ບັນດານັກວິເຄາະເວົ້າວ່າ ຄວາມສົນໃຈໂດຍສ່ວນໃຫຍ່ນັ້ນແມ່ນມາຈາກພາກພື້ນຢູໂຣບ
ທີ່ກໍາລັງໄດ້ຮັບຄວາມເດືອດຮ້ອນ ຈາກການເຕີບໂຕທາງເສດຖະກິດທີ່ຝືດເຄືອງ ຫຼືບໍ່ມີ
ເລີຍ ຢູ່ໃນຂະນະນີ້ ຊຶ່ງແທ້ໆແລ້ວກໍຄືກັນກັບ ທີ່ຍີ່ປຸ່ນໄດ້ປະສົບມາໃນໄລຍະສອງທົດ
ສະວັດຜ່ານມາ. Tobias Blattner ນັກເສດຖະສາດກ່ຽວກັບພາກພື້ນຢູໂຣບ ປະຈໍາ
ບໍລິສັດຕະຫຼາດເງິນທຶນ Daiwa Capital Markets ເວົ້າວ່າ:
“ການບັນເທົາທຸກໃນໄລຍະສັ້ນ ທີ່ໂຄງການເຫຼົ່ານີ້ ສາມາດນໍາມາໃຫ້ໄດ້ນັ້ນ ແມ່ນແນ່ນອນວ່າ ເປັນສິ່ງນຶ່ງທີ່ຈະມີຄົນຍິນດີນໍາຫຼາຍ ຢູ່ໃນຫຼາຍພາກສ່ວນ
ໃຫຍ່ໆຂອງເຂດຢູໂຣ.”
ທ່ານ Shinzo Abe ອະທິບາຍກ່ຽວກັບທິດສະດີເສດຖະກິດຂອງທ່ານ ຫຼື Abenomics
ວ່າ ມີຫຼັກສາມປະການ ຄືນຶ່ງ ນະໂຍບາຍດ້ານເງິນຕາ ຄືກົດຄ່າເງິນເຢັນໃຫ້ຕໍ່າໄວ້, ສອງ ນະໂຍບາຍດ້ານງົບປະມານ ທີ່ກະຕຸກຊຸກຍູ້ເສດຖະກິດຈໍານວນມະຫາສານ ຊຶ່ງໂດຍ
ພື້ນຖານແລ້ວ ກໍແມ່ນພິມເງິນຕື່ມອີກ ແລະສາມ ຊຸກຍູ້ການເຕີບໂຕ ຜ່ານການຫຼຸດຜ່ອນ
ກົດລະບຽບ ແລະຊຸກຍູ້ໃຫ້ແມ່ຍິງເຂົ້າມາຮ່ວມໃນໜ່ວຍແຮງງານຫຼາຍຂຶ້ນ ຊຶ່ງເທົ່າເຖິງ
ປັດຈຸບັນນີ້ ກໍປະກົດເຫັນວ່າ ມີປະສິດທິຜົນແລ້ວ.
ຄ່າເງິນເຢັນໄດ້ຕົກຕໍ່າລົງ 20 ເປີເຊັນກວ່າ ທຽບໃສ່ເງິນໂດລ່າ ນັບແຕ່ປີກາຍນີ້ມາ ຊຶ່ງ
ນັ້ນກໍໄດ້ຊ່ວຍເຮັດໃຫ້ ປະລິມານການສົ່ງອອກຂອງຍີ່ປຸ່ນ ຖີບຂຶ້ນສູ່ລະດັບສູງສຸດໃນ
ເດືອນພຶດສະພາ ຄືສູງຂຶ້ນ 10 ເປີເຊັນຈາກປີຜ່ານມາ. ຍີ່ປຸ່ນໄດ້ລາຍງານການເຕີບໂຕ ສູງສົມຄວນໃນໄຕມາດທໍາອິດ ທີ່ຍີ່ປຸ່ນເວົ້າວ່າ ຈະສ້າງການເຕີບໂຕປະຈໍາປີໃຫ້ໄດ້ໃນ
ອັດຕາ 4.1 ເປີເຊັນ ເຖິງແມ່ນວ່າກອງທຶນສາກົນ ຫຼື IMF ໄດ້ຄາດການໄວ້ ໃນອັດຕາທີ່
ຕໍ່າກ່ວານັ້ນ ຢ່າງຫຼວງຫຼາຍ ສໍາລັບປີ 2013 ຄື 1.6 ເປີເຊັນ ກໍຕາມ. ສະນັ້ນ ບັນດາເສດ ຖະກິດທີ່ກໍາລັງລົ້ມລຸກຄຸກຄານຂອງພາກພື້ນຢູໂຣບ ຈະສາມາດເອົາແບບຢ່າງຂອງທິດ
ສະດີ Abenomics ໄດ້ຫຼືບໍ່? ທ່ານ Tobias Blattner ມີຄວາມເຫັນດັ່ງນີ້:
“ຖ້າເຮົາສຶກສາເບິ່ງຍີ່ປຸ່ນ ບັນຫາໃຫຍ່ທີ່ສຸດຂອງເຂົາເຈົ້າ ກໍຄືຄາດໝາຍການ
ເກີດສະພາວະເງິນເຟິ້ຕໍ່າຫຼາຍ ຊຶ່ງເຮັດໃຫ້ກິດຈະການເສດຖະກິດຊະງັກລົງ
ໃນຂອບເຂດກວ້າງຂວາງ. ນີ້ຄືສິ່ງນຶ່ງທີ່ພວກເຮົາ ອາດຍັງບໍ່ມີໃນເຂດຢູໂຣໃນ
ປັດຈຸບັນນີ້ ຍ້ອນວ່າຍູ່ທີ່ນັ້ນ ຜົນຂອງການເຕີບໂຕທີ່ຊັກຊ້າຫຼາຍນັ້ນ ປົກກະຕິ
ແລ້ວ ແມ່ນການຂາດການປະຕິຮູບທາງດ້ານໂຄງສ້າງ.”
ເວລາປະທານາທິບໍດີຝຣັ່ງ ທ່ານ Francois Hollande ໄປຢ້ຽມຢາມຍີ່ປຸ່ນເມື່ອຕົ້ນ
ເດືອນນີ້ ບາງສື່ມວນຊົນຂອງຝຣັ່ງແລະຍີ່ປຸ່ນ ຊີ້ແນະວ່າ ທ່ານ Hollande ໄປທີ່ນັ້ນ
ກໍເພື່ອຂໍຖອດຖອນບົດຮຽນຈາກ ທິດສະດີ Abenomics. ເສດຖະກິດຂອງຝຣັ່ງໄດ້
ຕົກຄືນສູ່ສະພາວະຖົດຖອຍໃນໄຕມາດແລ້ວນີ້ ຊຶ່ງທ່ານ Hollande ມີຄໍາຕອບດັ່ງນີ້:
“ພວກເຮົາມີສະຖານນະການທີ່ແຕກຕ່າງກັນຫຼາຍ ຄື ຝຣັ່ງແມ່ນຢູ່ໃນກຸ່ມປະເທດ
ໃຊ້ເງິນຢູໂຣ ແລະມີຫຍັງພວກເຮົາກໍຕ້ອງໄດ້ຮ່ວມກັນເຮັດກັບພາຄີຂອງພວກເຮົາ ຕ້ອງປະຕິບັດງານຮ່ວມກັນ ສ່ວນຍີ່ປຸ່ນນັ້ນ ມີສິດທິອະທິປະໄຕຂອງຕົນເອງ ທີ່ຈະ ຕັດສິນໃຈກ່ຽວກັບນະໂຍບາຍແລະເງື່ອນ ໄຂຕ່າງໆດ້ານການເງິນຂອງຕົນໂດຍ
ລໍາພັງໄດ້.”
ທ່ານ Tobias Blattner ເວົ້າວ່າ ປະທານາທິບໍດີ Hollande ກໍາລັງມອງເບິ່ງສະພາບ
ການຕາມຄວາມເປັນຈິງ ໃນເລຶ່ອງນີ້. ທ່ານ Blattner ເວົ້າວ່າ:
“ການຈັດຕັ້ງປະຕິບັດນະໂຍບາຍແບບທິດສະດີ Abenomics ທີ່ວ່ານີ້ ແມ່ນຮອດຈະເປັນໄປບໍ່ໄດ້ເລີຍໃນກອບປັດຈຸບັນ. ມັນຈະເປັນໄປໄດ້ກໍໃນການ
ລວມຕົວກັນ ຄືໝົດທຸກປະເທດອີຢູເຮັດນໍາກັນເທົ່ານັ້ນ ແລະແນ່ນອນ ບາງ
ປະເທດສະມາຊິກແກນນໍາ ແມ່ນມີຂໍ້ສົງໄສບໍ່ແນ່ໃຈກ່ຽວເລື້ອງນີ້ ເປັນຕົ້ນພວກເສດຖະກິດໃນຢູໂຣບພາກເໜືອ ເຊັ່ນ ເຢຍຣະມັນ ແລະເນເທີແລນດ໌.”
ສະນັ້ນ ໃນຂະນະທີ່ປະກົດວ່າ ທ່ານ Shinzo Abe ກໍາລັງຊຸກຍູ້ໃຫ້ເສດຖະກິດຍີ່ປຸ່ນ ກໍາລັງຟື້ນຕົວຄືນຢ່າງໄວຢູ່ໃນເວລານີ້ ກໍເບິ່ງຄືວ່າທິດສະດີເສດຖະກິດ Abenomics ຂອງທ່ານນັ້ນ ອາດຈະບໍ່ເປັນນຶ່ງໃນຫຼາຍໆສິນຄ້າສົ່ງອອກຂອງຍີ່ປຸ່ນ ກໍໄດ້.

Your browser doesn’t support HTML5