ຍີປຸ່ນ ປະສົບກັບ ການຂາດດຸນການຄ້າ ເທື່ອທໍາອິດ

ອະທິບໍດີ ຝ່າຍຜູ້ບໍລິໂພກໃໝ່ ຂອງຍີ່ປູ່ນ Jin Matsubara (ຄົນກາງ) ກໍາລັງເດີນເຂົ້າໄປສູ່ບ້ານພັກຂອງ ນາຍຍົກລັດຖະມົນຕີ ທີ ໂຕກຽວ, ວັນສຸກ, ມັງກອນ. 13, 2012.

ຍີ່​ປູ່​ນປະສົບ​ກັບ​ການ​ຂາດ​ດຸນການ​ຄ້າປະ​ຈໍາປີ​ເປັນ​ເທື່ອ​ທໍາ​ອິດໃນຮອບ 30 ປີ​ ​ຍ້ອນ​ວ່າ
ການ​ສູນ​ເສຍ​ພະ​ລັງ​ນີວ​ເຄລຍທີ່​ສືບ​ເນື່ອງ​ມາ​ຈາກ​ໄພພິບັດ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນຟອງ​ສຸ​
ນາ​ມິ​ນັ້ນໄດ້ເຮັດ​ໃຫ້​ຍີ່ປຸ່ນຕ້ອງ​ໄດ້ນໍາ​ເຂົ້າພະລັງງານຫລາຍ​ຂື້ນ ພ້ອມ​ດຽວ​ກັນນັ້ນຄ່າເງິນ
ເຢັນທີ່​ແພງ​ຂື້ນ ​ກໍ​ໄດ້ເຮັດ​ໃຫ້​ສີນ​ຄ້າ​ສົ່ງອອກຊ້າ​ລົງ.

ລັດຖະມົນຕີ​ການ​ເງິນຍີ່​ປຸ່​ນກ່າວ​ໃນ​ວັນ​ພຸດມື້​ນີ້​ວ່າ ເສດຖະກິດຍິ່ປຸ່ນທີ່​ຂັບ​ດັນ​ໂດຍ​ສີນ​ຄ້າ
ສົ່ງ​ອອກເປັນ​ສ່ວນ​ໃຫຍ່​ນັ້ນ ​ໄດ້​ມີ​ການ​ຂາດ​ທຶນ​ເຖິງ 32​ ພັນລ້ານໂດ​ລາ ​ໃນ​ປີ 2011.

ສີນ​ຄ້າສົ່ງອອກ​ທັງ​ໝົດ​ລຸດລົງ 2.7 ​ເປີ​ເຊັ່ນ ​ໃນ​ຂະນະ​ທີ່​ລາຄາເງິນ​ເຢັນທີ່​ສູງ​ຂື້ນ​ເຮັດ​ໃຫ້​
ສີນ​ຄ້າ​ອອກ​ຂອງຍີ່​ປູ່​ນ ​ແພງ​ຂື້ນສໍາລັບ​ຜູ້​ຊື້​ໃນຕ່າງປະ​ເທດ.

ໃນເວລາ​ດຽວ​ກັນ​ນັ້ນ ສີນ​ຄ້າ​ນໍາເຂົ້າ​ໄດ້​ເພີ້​ມ​ຂື້ນ​ເຖິງ 12 ​ເປີ​ເຊັນ ​ເນື່ອງ​ຈາກໄພແຜ່ນ​ດິນ
ໄຫວ​ແລະ​ຄື້ນຟອງ​ສຸ​ນາ​ມິ​ໃນ​ເດືອນມີນາປີ 2011 ນັ້ນ ໄດ້​ເຮັດ​ໃຫ້​ໂຮງງານໄຟຟ້າພະລັງ
ນີວ​ເຄລຍຈໍາ​ນວນ​ນຶ່ງຕ້ອງ​ໄດ້ຖືກປິດ​ລົງ ສົ່ງ​ຜົນ​ໃຫ້​ຍິ່ປຸ່ນທີ່​ຂາດ​ແຄນຊັບພະ​ຍາ​ກອນ​ນັ້ນ ​
ຕ້ອງ​ໄດ້​ອີງ​ອາ​ໄສການ​ນໍາ​ເຂົ້ານໍ້າ​ມັນ​ທີ່​ມີ​ລາຄາ​ແພງ.

ໃນ​ປີ 2011 ລາຄາ​ເງິນ​ເຢັນສູງ​ຂື້ນ ເປັນ​ປະວັດ​ການ ​ໃນ​ການ​ແລກປ່ຽນ ​ກັບເງິນໂດ​ລາ
ເນື່ອງ​ຈາກພວກນັກ​ລົງ​ທຶນ​ພາກັນ​ຫັນ​ໄປ​ຫາ​ເງິ​ນ​ເຢັນ​ຂອງຍີ່​ປູ່​ນ​ ທີ່​ມີ​ຄວາມ​ທຸ່ນ​ທ່ຽງ​ກ່ວາ
ເງິນ​ໂດ​ລານັ້ນໃນຂະນະ​ທີ່ຢູ​ໂຣບ​ແລະສະຫະລັດປະສົບ​ກັບ​ສະພາວະເສດຖະກິດປັ່ນ​ປ່ວນ.