ຍີ່ປຸ່ນທຸ່ມເງິນ ໃສ່ ເສດຖະກິດ ຕື່ມອີກ (ວີດີໂອ)

ເສດຖະກິດໃນທົ່ວໂລກ

ທະນາຄານກາງຂອງຍີ່ປຸ່ນໄດ້ເສີມຂະຫຍາຍແຜນການກະຕຸ້ນ
ເສດຖະກິດຂອງຕົນອອກໄປອີກ ເພື່ອພະຍາຍາມຊຸກຍູ້ເສດຖະ
ກິດທີ່ຝືດເຄືອງຂອງປະເທດ ຊຶ່ງເປັນການເອົາບາດກ້າວແບບ
ດຽວກັນກັບ ສະຫະລັດແລະຢູໂຣບ ໃນການອໍານວຍໃຫ້ມີເງິນ
ໝຸນວຽນຫລາຍຂຶ້ນໃນເສດຖະກິດ.

ທະນາຄານແຫ່ງຊາດຍີ່ປຸ່ນໄດ້ເພີ່ມເງິນ 126 ພັນລ້ານໂດລ່າ
ເຂົ້າໃສ່ກອງທຶນຊື້ຊັບສິນຂອງຕົນ ຊຶ່ງເຮັດໃຫ້ຈໍານວນເງິນທັງ
ໝົດເພິ່ມຂຶ້ນເປັນ 695 ພັນລ້ານໂດລ່າ ໃນຄວາມພະຍາຍາມ
ເພື່ອຊຸກຍູ້ເສດຖະກິດຂອງຕົນ ທີ່ໃຫຍ່ເປັນອັນດັບ 3 ຂອງໂລກນັ້ນ
ໃຫ້ກ້າວເດີນໄປ.

ທາງທະນາຄານກ່າວວ່າ ການດໍາເນີນດັ່ງກ່າວນີ້ ແມ່ນຈໍາເປັນ
ເພາະວ່າຍັງມີຄວາມ ບໍ່ແນ່ນອນທີ່ຂ້ອນຂ້າງສູງກ່ຽວກັບສະພາບການຂອງເສດຖະກິດໂລກ
ແລະການເຄື່ອນໄຫວທາງດ້ານເສດຖະກິດໃນຍີ່ປຸ່ນນັ້ນ ກໍໄດ້ຢຸດສະງັກລົງ.

ທະນາຄານກາງຂອງສະຫະລັດ ທີ່ເອີ້ນວ່າ the Federal Reserve ກໍໄດ້ເອົາບາດກ້າວ
ທີ່ເຂັ້ມແຂງໃນອາທິດແລ້ວນີ້ໃນຄວາມພະຍາຍາມເພື່ອປັບປຸງການວ່າຈ້າງຄົນງານໃນອັດ
ຕາຕໍ່າ ໃນຕະຫຼາດແຮງງານສະຫະລັດນັ້ນ ແລະຕັດອັດຕາການຫວ່າງງານຂອງປະເທດ ທີ່ຍັງດື້ດຶງ ສູງຢູ່ນັ້ນລົງ. ທະນາຄານກາງປະກາດວ່າ ໃນແຕ່ລະເດືອນ ຕົນຈະໄດ້ຊື້ເອົາ ການຄໍ້າປະກັນໃນມູນຄ່າ 40 ພັນລ້ານໂດລ່າ ຂອງທະນາຄານຕ່າງໆ ທີ່ຄໍ້າປະການເງິນ
ກູ້ຢືມຊື້ເຮືອນນັ້ນ ເພື່ອສົ່ງເສີມໃຫ້ພວກທະນາຄານປ່ອຍເງິນກູ້ຢືມເພື່ອຊື້ບ້ານເຮືອນນັ້ນ ຫລາຍຂຶ້ນ ທັງສົ່ງເສີມການໃຊ້ຈ່າຍຂອງບັນດາທຸລະກິດແລະຜູ້ອຸບປະໂພກບໍລິໂພກ.

ກ່ອນໜ້ານັ້ນ ທະນາຄານກາງຂອງຢູໂຣບກໍໄດ້ກ່າວວ່າ ຕົນຈະຊື້ເອົາພັນທະບັດທີ່ນໍາອອກ
ຂາຍໂດຍບັນດາປະເທດທີ່ຕິດໜີ້ສິນທັງ 17 ປະເທດທີ່ໃຊ້ເງິນຕາຢູໂຣນັ້ນເພື່ອຊ່ວຍຜ່ອນ
ເບົາຄ່າກູ້ຢືມເງິນຂອງເຂົາເຈົ້າ ຊຶ່ງເປັນຄວາມພະຍາຍາມຄັ້ງຫລ້າສຸດເພື່ອແກ້ໄຂວິກິດການ
ໜີ້ສິນ ຂອງລັດຖະບານຕ່າງໆໃນທະວີບຢູໂຣບ ທີ່ໄດ້ແກ່ຍາວມາເປັນເວລາ 3 ປີແລ້ວນັ້ນ.

ເບິ່ງວີດີໂອກ່ຽວກັບການເຄື່ອນໄຫວຂອງທະນາຄານກາງຂອງສະຫະລັດ
ເພື່ອກະຕຸກຊຸກຍູ້ເສດຖະກິດຕື່ມ:

Your browser doesn’t support HTML5

Federal Reserve Announces Third Round of Quantitative Easing