ຊາວຍີ່ປຸ່ນຖືສຳຄັນ ການຊ່ອຍເຫຼືອຂອງ ສຫລ ຫຼັງເກີດໄພທຳມະຊາດ

  • ໄພສານ ວໍຣະຈັກ

ທະຫານອະເມຣິກັນ ຊ່ອຍພວກເຄາະຮ້າຍຍີ່ປຸ່ນ ຂົນເຄື່ອງຊ່ອຍເຫຼືອ ບັນເທົາທຸກສຸກເສີນ ທີ່ສູນຫຼົບໄພຊົ່ວຄາວ Rikuzentakata ໃນພາກເໜືອປະເທດຍີ່ປຸ່ນ ລຸນຫຼັງເກີດແຜ່ນດິນໄຫວຮ້າຍແຮງ

ຊາວຍີ່ປຸ່ນສ່ວນໃຫຍ່ ກ່າວໃນການຢັ່ງຫາງສຽງຄັ້ງໃໝ່ວ່າ
ສະຫະລັດ ໄດ້ດຳເນີນການດີກວ່າປະເທດອື່ນໆ ແລະບັນ
ດາອົງການຈັດຕັ້ງສາກົນ ໃນການໃຫ້ຄວາມຊ່ອຍເຫຼືອບັນ
ເທົາທຸກລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວແລະຟອງຍັກສຸນາ
ມິໃນວັນ ທີ 11 ທັນວາຜ່ານມາ.

ໂຄງການຢັ່ງທ່າ​ທີຂອງໂລກ ໂດຍສູນກາງຄົ້ນຄວ້າ PEW
ທີ່ມີສຳນັກງານຢູ່ສະຫະລັດ ພົບວ່າ 57% ຂອງຊາວຍີ່ປຸ່ນ
ຮູ້ສຶກວ່າ ສະຫະລັດ ໄດ້ດຳເນີນການຢ່າງຫຼວງຫຼາຍ ເພື່ອ
ໃຫ້ຄວາມຊ່ອຍເຫຼືອແກ່ປະເທດຍີ່ປຸ່ນສົມທຽບໃສ່ກັບ 17%
ທີ່ຮູ້ສຶກວ່າແມ່ນສະຫະພາບຢູໂຣບທີ່​ຊ່ອຍ​ຫຼາຍ 15% ​ເວົ້າ
ວ່າແມ່ນ ອົງການສະຫະປະຊາຊາດ ແລະ 12% ​ເຫັນ​ວ່າ
ແມ່ນຈີນເປັນຜູ້ຊ່ອຍຫຼາຍ.

ກອງທັບສະຫະລັດໄດ້ເລີ່ມການປະຕິບັດງານຂະໜາດໃຫຍ່
ທາງທະເລ ທາງອາກາດ ແລະທາງພາກພື້ນດິນ ລຸນຫຼັງທີ່
ໄດ້ເກີດໄພພິບັດ ຢູ່ໃນຍີ່ປຸ່ນ ໂດຍໄດ້ຈັດສົ່ງການຊ່ອຍເຫຼືອ
ທາງດ້ານມະນຸດສະທຳແລະການບັນເທົາທຸກໄປໃຫ້ພວກ ທີ່ລອດຊີວິດມາໄດ້. ການປະຕິບັດງານ
ຊ່ວຍ​ເຫລືອ ທີ່ມີຊື່ວ່າ Tomadachi ຊຶ່ງໃນພາສາຍີ່ປຸ່ນມີຄວາມໝາຍວ່າ “ເພື່ອນ” ນັ້ນໄດ້
ສິ້ນສຸດລົງໃນຕົ້ນເດືອນເມສາຜ່ານມາ.

ຄວາມຮູ້ສຶກທີ່ວ່າ ສະຫະລັດເປັນຄົນໃຈກວ້າງໄດ້ເສີມຂະຫຍາຍພາບພົດ​ໂດຍ​ລວມຂອງອະ
ເມຣິກາຢູ່ໃນຍີ່ປຸ່ນ. ການຢັ່ງຫາງສຽງທີ່ວ່ານີ້ຍັງພົບວ່າ 85% ຂອງພວກທີ່ຖືກຊັກຖາມມີທັດ
ສະນະຄວາມເຫັນໄປໃນທາງບວກ ກ່ຽວກັບສະຫະລັດ ສົມທຽບໃສ່ 66% ​ໃນການສຳຫຼວດ
ຄ້າຍຄືກັນນີ້ເມື່ອປີກາຍ.