ລາຍງານ ຂອງຍີ່ປຸ່ນ ຮຽກຮ້ອງ ໃຫ້ເສີມສ້າງ ສະມັດຖະພາບ ທາງທະຫານ

ກຳປັ່ນຄຸ້ມກັນ Kurama (ຊ້າຍ) ຂອງກຳລັງປ້ອງກັນໂຕ ທາງທະເລຍີ່ປຸ່ນ ນຳໜ້າກຳປັ່ນລຳອື່ນໆ ຂະນະທີ່ ມີການກວດແຖວກຳປັ່ນລົບ ຢູ່ນອກແຄມຝັ່ງເມືອງ Sagami ໃນພາກໃຕ້ຍີ່ປຸ່ນ (14 ຕຸລາ 2012)

ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ ສະເໜີແນະວ່າ ຄວນຈະມີ
ການເສີມສ້າງ ສະມັດຖະພາບ ທາງດ້ານທະຫານ ໃຫ້ເຂັ້ມແຂງ
ຕື່ມ ເພື່ອສະກັດກັ້ນໄພຂົ່ມຂູ່ທີ່ພວມເພີ້ມທະວີຂຶ້ນຈາກຈີນແລະ ເກົາຫຼີເໜືອ.

ເອກະສານສະບັບນຶ່ງຂອງກະຊວງປ້ອງກັນປະເທດຍີ່ປຸ່ນທີ່ນຳ ອອກເຜີຍແຜ່ໃນວັນສຸກມື້ນີ້ກ່າວວ່າ ຍີ່ປຸ່ນຄວນເພີ້ມຄວາມສາ ມາດໃນການຕິດຕາມກວດກາຂອງຕົນແລະພິຈາລະນານຳໃຊ້ ເຮືອບິນບໍ່ມີຄົນຂັບຫລືຍານສອດແນມທີ່ບໍ່ມີຄົນຂັບອື່ນໆທີ່ສາ
ມາດປະຕິບັດງານໄດ້ ໃນທຸກໆເວລາ ເພື່ອຕິດຕາມເບິ່ງກິດຈະ ກຳຕ່າງໆໃນເຂດມະຫາສະມຸດປາຊີຟິກ.

ນອກນັ້ນແລ້ວ ເອກະສານສະບັບນີ້ ຍັງຮຽກຮ້ອງໃຫ້ສ້າງຕັ້ງກອງກຳລັງທະຫານມາຣີນຫຼື ນາວິກກະໂຍທິນ ສະເທີນນໍ້າສະເທີນບົກຂຶ້ນ ເພື່ອປ້ອງກັນໝູ່ເກາະໝູ່ດອນ ທີ່ມີການຂັດ ແຍ້ງກັນ ໃນທະເລຈີນຕາເວັນອອກ ຮວມທັງຄວາມສາມາດໃນການໂຈມຕີຖານທັບຂອງ ຕ່າງປະເທດນຳດ້ວຍ.

ລັດຖະບານ ຂອງນາຍົກລັດຖະມົນຕີ Shinzo Abe ຈະໃຊ້ລາຍງານສະບັບນີ້ ເປັນພື້ນ ຖານຂອງຄູ່ມືຊີ້ນຳແຫ່ງຊາດ ຊຶ່ງມີກຳນົດຈະຮວບຮວມແລ້ວສຳເລັດພາຍໃນທ້າຍປີນີ້.