ຍີ່ປຸ່ນ ກ່າວວ່າ ຈຳນວນຜູ້ເສຍຊີວິດຍ້ອນດິນເຈື່ອນທີ່ໄດ້ພັງລົງມາ
ທັບຖົມບ້ານເຮືອນຫຼາຍສິບຫລັງໃນເຂດຊານເມືອງຂອງນະຄອນ
Hiroshima ເມື່ອຕົ້ນອາທິດນີ້ອາດຈະເພີ້ມຂຶ້ນເປັນສອງເທົ່າກາຍ
80 ຄົນ.
ເຈົ້າໜ້າທີ່ກ່າວໃນວັນສຸກມື້ນີ້ວ່າ ຈຳນວນຜູ້ທີ່ຫາຍສາບສູນໄດ້ເພີ້ມ
ຂຶ້ນເປັນ 52 ຄົນ ຊຶ່ງນັ້ນ ແມ່ນເພີ້ມຈາກ 39 ຄົນ ທີ່ໄດ້ຮັບການຢືນ
ຢັນໄປແລ້ວວ່າເສຍຊີວິດ ຍ້ອນດິນເຈື່ອນ ໃນມື້ວັນພຸດແລ້ວ.
ການຊອກຄົ້ນຫາໄດ້ສັ່ງໃຫ້ຢຸດເຊົາເປັນການຊົ່ວຄາວຍ້ອນຝົນຕົກ
ໜັກ ຊຶ່ງຄາດວ່າຈະດຳເນີນຕໍ່ໄປຈົນຮອດວັນເສົາມື້ອື່ນ ແລະອາດ
ຈະພາໃຫ້ເກີດດິນເຈື່ອນເພີ້ມຕື່ມ.
ຄວາມຢ້ານກົວດັ່ງກ່າວໄດ້ເພີ້ມທະວີຂຶ້ນເວລາເຈົ້າໜ້າທີ່ມອດໄຟແລະເດັກນ້ອຍຄົນນຶ່ງ ທີ່ລາວພະຍາຍາມຈະອູ້ມໄປສູ່ບ່ອນທີ່ປອດໄພນັ້ນ ໄດ້ຖືກນ້ຳຊຸໄປແລະເສຍຊີວິດຍ້ອນ ດິນເຈື່ອນຮອບສອງ ໃນມື້ວັນພຸດແລ້ວ.
ເຂດດັ່ງກ່າວມີຝົນຕົກໜັກປະມານ 24 ມິນລີແມັດ ຫຼືຫຼາຍເທົ່າກັບປະລິມານນ້ຳຝົນເປັນ ເວລານຶ່ງເດືອນ ຊຶ່ງຕົກລົງມາໃນໄລຍະ 24 ຊົ່ວໂມງ ທີ່ສິ້ນສຸດລົງໃນມື້ວັນພຸດ ໂດຍເຮັດ ໃຫ້ດິນທີ່ປຽກຊຸ່ມຢູ່ແລ້ວ ຍ້ອນລົມພາຍຸເມື່ອໄວໆມານີ້ ພາກັນເຈື່ອນລົງມາ.
ດິນເຈື່ອນເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ຍີ່ປຸ່ນ ຊຶ່ງແອອັດໄປດ້ວຍຜູ້ຄົນ ບ່ອນທີ່ບ້ານເຮືອນ
ທັງຫຼາຍແມ່ນປຸກສ້າງຢູ່ເທິງ ຫຼືໃກ້ໆກັບເຈີ້ຍພູທີ່ສູງຊັນ.
Your browser doesn’t support HTML5
JAPAN LANDSLIDES UPD VO