ຍີ່ປຸ່ນແລະຈີນ ຈະພົບປະກັນ ຢູ່ຂ້າງນອກ ກອງປະຊຸມ APEC

  • ໄພສານ ວໍຣະຈັກ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda

ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Yoshihiko Noda ແລະປະທານປະເທດຈີນ ທ່ານຫູຈິນເຖົາ
ໄດ້ຕົກລົງທີ່ຈະພົບປະກັນ ຢູ່ຂ້າງນອກຂອງກອງປະຊຸມສຸດຍອດ ຂອງອົງການຮ່ວມມືທາງ
ດ້ານເສດຖະກິດໃນເຂດເອເຊຍປາຊີຟິກຫຼື APEC ຊຶ່ງມີກຳນົດຈະໄຂຂຶ້ນທີ່ລັດຮາວາຍໃນອາ
ທິດໜ້າ.

ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ ກະຊວງການຕ່າງປະ
ເທດຍີ່ປຸ່ນກ່າວວ່າ ພວກຜູ້ນຳທັງສອງໄດ້ທຳການຕັດສິນໃຈດັ່ງກ່າວ ໃນລະຫວ່າງການພົບ
ປະກັນເປັນເວລາສັ້ນໆຢູ່ຂ້າງນອກຂອງກອງປະຊຸມສຸດຍອດກຸ່ມຈີ 20 ທີ່ເມືອງ Cannes ຊຶ່ງເປັນເມືອງຕາກອາກາດຂອງຝຣັ່ງ.

ຖະແຫຼງການສະບັບນີ້ແຈ້ງໃຫ້ຊາບຕື່ມວ່າ ທ່ານ Noda ແລະທ່ານຫູຍັງໄດ້ຕົກລົງກັນທີ່ຈະ
ດຳເນີນຄວາມພະຍາຍາມເພື່ອເພີ່ມທະວີຜົນປະໂຫຍດທີ່ປະເທດທັງສອງໄດ້ຮັບໃນການເປັນ ພາຄີຍຸດທະສາດກ່ອນໜ້າວັນຄົບຮອບ 40 ປີ ຊຶ່ງຈະມີຂຶ້ນໃນປີໜ້າ ໃນການສ້າງຕັ້ງຄວາມ ສຳພັນທາງດ້ານການທູດແບບປົກກະຕິລະຫວ່າງຍີ່ປຸ່ນແລະຈີນ.