ເລື່ອງເກົາຫຼີເໜືອ ແມ່ນນຶ່ງໃນຫົວຂໍ້ ຂອງການຫາລື ລະຫວ່າງນາຍົກຍີ່ປຸ່ນ ແລະຜູ້ນຳຈີນ

  • ທອງປານ ເທບວົງສາ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda (ຂວາ) ແລະນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ກວດແຖວທະຫານ ກອງກຽດຕິຍົດ ໃນພິທີຕ້ອນຮັບ ທີ່ຫໍສາລາປະຊາຊົນ ໃນກຸງປັກກິ່ງ (25 ທັນວາ 2011)

ທ່ານ Yoshihiko Noda ນາຍົກລັດຖະມົນຕີຍີ່ປຸ່ນ​ເດີນທາງໄປ​ເຖິງ​ປັກ​ກິ່ງເມື່ອ​ວັນ​ອາທິດ
ມື້​ນີ້ ​ເພື່​ອ​ເຈລະຈາ​ກັບ​ພວກ​ຜູ້​ນໍາ​ຈີນ ທີ່​ຄາດ​ວ່າ​ຈະ​ເພັ່ງ ​ເລັງ​ໃສ່​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດ
ຫລັງ​ຈາກ​ການ​ມໍລະນະ​ກໍາ​ຂອງ​ຜູ້​ນໍາ​ຜະ​ເດັດການ ກິມ ຈົງ​ອິລ ຂອງ​ເກົາຫລີ​ເໜືອ.

ກ່ອນ​ຈະ​ອອກ​ຈາກ​ຍີ່ປຸ່ນ​ນັ້ນ ທ່ານ ​ໂນ​ດະ ​ໄດ້​ບອກ​ພວກ​ນັກ​ຂ່າວ​ວ່າ ທ່ານຢາກ​ປະຕິບັດ
ງານ​ຢ່າງໃກ້​ຊິດ​ກັບ​ຈີນ ​ເພື່ອ​ຄໍ້າປະກັນ​ວ່າ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາ
ຫລີ​ຈະ​ບໍ່​ໄດ້​ຮັບ​ຜົນກະທົບ​ໄປ​ໃນທາງລົບ.

ເບິ່ງ​ຄື​ວ່າການ​ເຈ​ລະ​ກັນ​ຄັ້ງ​ນີ້ ຈະ​ໂຮມ​ທັງເລື່ອງ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ ກ່ຽວ​ກັບການ​ຍຸຕິ
ໂຄງການ​ນີວ​ເຄລຍຂອງ​ເກົາ​ຫລີ​ເໜືອ.

ທ່ານໂນ​ດະ ພົບ​ປະ​ກັບ​ນາຍົກລັດຖະມົນຕີຈີນ​ທ່ານ ​ເຫ​ວິນ ​ເຈ້ຍ​ບາ​ວ ​ເມື່ອ​ວັນ​ອາທິດ​ມື້​ນີ້
ແລະ​ຫລັງ​ຈາກ​ນັ້ນ​ກໍ​ຈະເຂົ້າພົບປະທານ​ຫູ ຈິນ​ເຖົາ ກ່ອນ​ຈະ​ກັບ​ຕ່າວ​ຄືນ​ຍີ່ປຸ່ນ.