ຍີ່ປຸ່ນກາຍເປັນພະລັງ ຂັບດັນສໍາຄັນ ຕໍ່ການເຕີບໂຕທາງ ເສດຖະກິດຂອງມຽນມາ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ຊ້າຍ) ກັບປະທານາທິບໍດີມຽນມາ ທ່ານ Thien Sein ຂະນະຢ້ຽມຢາມມຽນມາ.

ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ລົບ​ລ້າງໜີ້
ສິນຈໍານວນ ຫຼາຍພັນລ້ານໂດລາແກ່ມຽນມາ ພ້ອມກັບສັນຍາ
ວ່າຈະໃຫ້ການຊ່ວຍເຫຼືອ ໃໝ່​ແກ່ມຽນມາອີກ. Daniel
Schearf ຜູ້ສື່ຂ່າວວີໂອເອ ລາຍງານມາຈາກ ບາງກອກວ່າ
ບັນດານັກວິເຄາະເວົ້າວ່າ ເຖິງແມ່ນຈີນຈະເປັນຜູ້ລົງທຶນລາຍ
ໃຫຍ່ທີ່ສຸດໃນມຽນມາກໍຕາມ ແຕ່ມຽນມາກໍຍັງຫັນ​ໄປ​ຫາຍີ່ປຸ່ນ
ຫຼາຍຂຶ້ນ​ເລື້ອຍໆໃນ ຖານະເປັນກໍາລັງເສດຖະກິດທີ່​ຄອບ​ງໍາ
ປະເທດນຶ່ງ ຊຶ່ງທອງປານມີເລຶ່ອງນີ້ ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ

Your browser doesn’t support HTML5

ຟັງລາຍງານ ຍີ່ປຸ່ນຍົກເລີກໜີ້ສິນໃຫ້ມຽນມາ


ໃນລະຫວ່າງການຢ້ຽມຢາມມຽນມາເທື່ອທໍາອິດຂອງນາຍົກລັດ
ຖະມົນຕີຍີ່ປຸ່ນ ໃນຮອບ 36 ປີ ​ເມື່ອ​ທ້າຍ​ເດືອນ​ພຶດສະພາ​ນັ້ນ
ທ່ານ Shinzo Abe ບໍ່ແມ່ນພຽງແຕ່ໄດ້ຍົກ​ເລີກໜີ້ສິນທີ່ມຽນມາຕິດ​ຢູ່ເທົ່ານັ້ນ ແຕ່ຍັງຮັບ
ປາກວ່າຈະໃຫ້ເງິນກູ້ມຢືມກ້ອນໃໝ່ແກ່ ມຽນ ມາ ເພື່ອການພັດທະນານັ້ນນໍາ.

ຍີ່ປຸ່ນໄດ້ລົບລ້າງໜີ້ສິນ ຈໍານວນ 1.740 ລ້ານ​ໂດ​ລາໃຫ້ແກ່ມຽນມາ ແລະ ຍັງໄດ້ຕົກລົງ
ທີ່ຈະໃຫ້ເງິນກູ້ຢືມແກ່ມຽນມາ ຈໍານວນ 500 ລ້ານກວ່າໂດລາຕື່ມອີກ ສໍາລັບໂຄງການ
ສ້າງສາໂຄງລ່າງພື້ນຖານ ແລະໂຄງການຜະລິດ ກະແສໄຟຟ້າ.

ກ່ອນໜ້ານີ້ ຍີ່ປຸ່ນກໍໄດ້ຍົກເລີກໜີ້ສິນ ຈໍານວນຫຼາຍກວ່າ 3.500 ລ້ານໂດລ່າ ທີ່ມຽນມາ​ ໄດ້ກູ້ຢືມ​ໄປ.

ທ່ານ Sean Turnell ອາຈານສອນວິຊາເສດຖະສາດ ປະຈໍາມະຫາວິທະຍາໄລ
Macquarie ທີ່ນະຄອນ Sydney ປະເທດອອສເຕຣເລຍ ເວົ້າກັບ​ວີ​ໂອ​ເອ ຜ່ານ
skype ວ່າ ການທີ່ຍີ່ປຸ່ນສະຫຼະເງິນກູ້ຢືມດັ່ງກ່າວໃຫ້ແກ່ມຽນມາ ກໍແມ່ນເພື່ອຮັບ​ໃຊ້
ຜົນປະໂຫຍດຂອງຕົນເອງ.

ທ່ານ Turnell ເວົ້າວ່າ: “ມີເງິນຈໍານວນມະຫາສານກ້ອນນຶ່ງ ທີ່ຍີ່ປຸ່ນພ້ອມ ທີ່ຈະ
ທຸ່ມເທ. ແລະ
ມີຫຼາຍໆບໍລິສັດຍີ່ປຸ່ນ ໂດຍສະເພາະບໍລິສັດໃນພາກສ່ວນໂຄງ
ລ່າງພື້ນຖານແລະອື່ນໆ ທີ່
ຈະດີໃຈຫຼາຍ​ໂພດ ຖ້າ​ໄດ້ຊະນະການປະມູນຮັບ
ເໝົາ
​ເຮັດ​ວຽກ​ງານ ການພັດທະນາໃນມຽນມາ. ຂ້າພະເຈົ້າຄິດວ່າ ນັ້ນຄືປະ
ການທີ່ນຶ່ງ. ປະການທີສອງ ແນ່ນອນວ່າ
ມັນມີຮູບການໃນທາງພູມິສາດການ
ເມືອງ. ຍີ່ປຸ່ນກໍ
ຄືກັບຫຼາຍປະເທດ ທີ່ເປັນຫ່ວງກ່ຽວ​ກັບຂອບເຂດ ທີ່ມຽນມາ
ໄດ້ເອົາຕົວເຂົ້າຢູ່ໃຕ້ຮົ່ມເງົາຂອງຈີນເພີ່ມຂຶ້ນໄປນັບມື້ນັ້ນ ແລະແນ່
ນອນ ພວກ
ເຮົາກໍຮູ້
ວ່າ ມັນມີເລື່ອງລາວທີ່​ໃຫຍ່​ກວ່າ​ນັ້ນ ລະຫວ່າງຈີນກັບຍີ່ປຸ່ນຢູ່ໃນຂົງ
ເຂດ. ສະນັ້ນ ຂ້າພະເຈົ້າຄິດວ່າ
ພວກເຮົາຕ້ອງໄດ້ເອົາ​ເລື່ອງ​ນີ້ ​ເຂົ້າ​ມາ​ກ່ຽວ
ຂ້ອງ​ນໍາ
.”

ສ່ວນນຶ່ງຂອງເງິນກູ້ຢືມຊຸດໃໝ່ດັ່ງກ່າວ ​ແມ່ນຈະນໍາເອົາໃຊ້ຈ່າຍໃນການພັດທະນາກະ ແສໄຟຟ້າ ຢູ່​ໃນເຂດເສດຖະກິດພິເສດທິລະວາ ທີ່ທ່າເຮືອແຫ່ງນຶ່ງໃກ້ນະຄອນຢ່າງກຸ້ງ.

ເຂດເສດຖະກິດພິເສດ ຫຼື SEZ ກໍ​ຄື Special Economic Zone ​ແຫ່ງ​ນັ້ນ ​ແມ່ນເປັນ
ໂຄງການລົງທຶນໃຫຍທີ່ສຸດຂອງຍີ່ປຸ່ນ ແລະ​ເປັນໂຄງການນຶ່ງ ທີ່ບັນດານັກເສດຖະສາດ
ເວົ້າວ່າ ເບິ່ງຊົງວ່າຈະມີຜົນກະທົບອັນໃຫຍ່ຫຼວງ ຍ້ອນວ່າມັນຕັ້ງຢູ່ໃກ້ເມືອງໃຫຍ່ທີ່ສຸດ
ຂອງມຽນມາ ກໍ​ຄື​ຢ່າງ​ກຸ້ງ​ນັ້ນ.

ເຖິງແມ່ນຈະ​ມີແຜນການພັດທະນາ​ເຂດ​ເສດຖະກິດ​ພິ​ເສດດັ່ງກ່າວກໍຕາມ ​ແຕ່ການລົງ
ທຶນ ທີ່​ມີມູນຄ່າບໍ່​ເທົ່າ​ໃດ​ຮ້ອຍລ້ານໂດລາຂອງຍີ່ປຸ່ນນັ້ນ ກໍ​ແມ່ນຍັງຕໍ່າຢູ່ຫລາຍ ກວ່າ ການລົງທຶນຂອງຈີນ ​ທີ່​ມີ​ມູນ​ຄ່າ​ທັງໝົດ 14 ພັນກ່ວາ ລ້ານໂດລານັ້ນ.

ຄື​ກັນກັບຈີນ ຍີ່ປຸ່ນບໍ່ໄດ້ປະກອບສ່ວນ​ໃນການລົງໂທດຂອງຝ່າຍຕາເວັນ ຕົກຕໍ່ອະດີດ
ລັດຖະບານທະຫານຂອງມຽນມາ ແຕ່ຍີ່ປຸ່ນກໍໄດ້ຕັດ​ຈໍານວນ​ ​ເງິນ​ທີ່​ໃຫ້​ມຽນມາ​ກູ້​ຢືມ
ສໍາລັບການພັດທະນານັ້ນ​ລົງ​ຢ່າງ​ຫຼວງຫຼາຍ ທັງ​ຍັງຕັດການລົງທຶນລາຍໃຫຍ່ໆລົງນໍາ.

ໃນຂະນະນີ້ ຈີນໄດ້ທຸ່ມລົງທຶນຢ່າງໜັກໃສ່ເຂື່ອນໄຟຟ້າພະລັງນໍ້າ ໂຄງການຂຸດຄົ້ນແຮ່
ທາດ ແລະໂຄງການສ້າງທໍ່ສົ່ງນໍ້າມັນແລະແກັສທໍາມະຊາດທີ່ເນັ່ງຈາກພາກຕາເວັນຕົກ
ຂອງມຽນມາໄປຍັງຊາຍແດນຈີນ.

ແຕ່ວ່າບໍ່ຄືກັນກັບຍີ່ປຸ່ນ ການລົງທຶນຂອງຈີນ ໂດຍສ່ວນໃຫຍ່​ແລ້ວ ແມ່ນ​ເປັນການລົງ
ທຶນແບບຄຸມເຄືອບໍ່​ໂປ່​ງ​ໃສ ກັບອະດີດລັດຖະບານທະຫານ ມຽນມາ.

ຫຼາຍໆໂຄງການແມ່ນເກີດມີຂໍ້ຂັດແຍ້ງກັນຢ່າງໃຫຍ່ ຍ້ອນຜົນເສຍຫາຍທີ່ມີຕໍ່ສະພາບ ແວດລ້ອມແລະສັງຄົມ ຊຶ່ງ​ໄດ້ຍັງຜົນໃຫ້ເກີດມີການປະທ້ວງ ແລະການ​ຕໍ່ຕ້ານຈີນຫຼາຍໆ
ບັ້ນ.

ອາຈານ Turnell ເວົ້າວ່າ ຍ້ອນວິທີການລົງທຶນຂອງ​ຍີ່ປຸ່ນນັ້ນ ຜົນ​ກະທົບຂອງຍີ່ປຸ່ນ
ຈຶ່ງ​ກໍາລັງ​ບົດ​ບັງຜົນ​ກະທົບ​ຂອງຈີນ.

ທ່ານ Turnell ເວົ້າວ່າ: “ດ້ານ​ນີ້​ກໍ​ຄື​ກັນ ການລົງທຶນຂອງຈີນສ່ວນໃຫຍ່ ແມ່ນໂຄງ
ການພະລັງງານແລະຊັບພະຍາກອນ ມັນເປັນການລົງທຶນທີ່ ໂດຍສ່ວນໃຫຍ່ ​
ແມ່ນເພື່ອຂົນເອົາຊັບພະຍາກອນ ແລະພະລັງງານອອກຈາກມຽນມາ ເຂົ້າໄປ
ໃນຈີນນັ້ນຫຼາຍກວ່າ ໂດຍທີ່ຈີນເປັນຝ່າຍບໍລິໂພກຫຼັກ. ແຕ່ຖ້າຫາກວ່າ ພວກ
ເຮົາສຶກສາເບິ່ງໃນສິ່ງທີ່ຍີ່ປຸ່ນເຮັດນັ້ນ ​ໂດຍ​ພື້ນຖານ​ແລ້ວ ມັນແມ່ນໂຄງການ
ທີ່ຈະສົ່ງຜົນກະທົບອັນໃຫຍ່ຫຼວງ ຢູ່ພາຍໃນມຽນມາ. ມັນບໍ່ແມ່ນພຽງແຕ່ກ່ຽວ​
ກັບການຂົນເອົາຊັບພະຍາກອນຕ່າງໆ ອອກ​ໄປເທົ່ານັ້ນ ແທ້ໆແລ້ວ ມັນ​ແມ່ນ​
ການ​ປຸກ​ສ້າງໂຄງລ່າງພື້ນຖານ ແລະສະຖາບັນຕ່າງໆໄວ້ໃນມຽນມາເອງ.
ແຕ່ແນ່ນອນ ​ໃນທໍານອງດຽວກັນ ຍີ່ປຸ່ນກໍພົວພັນຢ່າງໜັກ ​ໃນບາງດ້ານຂອງ
ການປະຕິຮູບ​ເຊ່ນ​ກັນ.”


ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົດລັດຖະມົນຕີໄທ ​ໄດ້​ໄປຢ້ຽມຢາມຍີ່ປຸ່ນ ເມື່ອ​ສອງ ອາທິດຜ່ານ​ມາ ກ່ອນໜ້າທ່ານອາ​ເບະອອກ​ເດີນທາງ​ໄປຢ້ຽມຢາມ ມຽນມາ ​ແລະທ່ານ​ນາງໄດ້ຊຸກຍູ້ຍີ່ປຸ່ນ ໃຫ້ຊ່ວຍລົງທຶນໃສ່ໃນໂຄງການກໍ່ ສ້າງ​ເຂດ​ອຸດສາຫະກໍ​າ Dawei
ຂອງຕົນ ໃນມຽນມານັ້ນນໍາ.

ເຂດເສດຖະກິດພິເສດ Dawei



ໂຄງການທ່າເຮືອນໍ້າເລິກແລະເຂດອຸດສາຫະກໍາ Dawei
ມູນຄ່າ 8.500 ລ້ານໂດລານີ້ ​ແມ່ນຈະສ້າງຂຶ້ນຢູ່​ເລາະຕາມ
ບໍລິເວນຊາຍແດນຕິດກັບໄທ ແຕ່ໂຄງການດັ່ງກ່າວນີ້ ໄດ້
ດິ້ນຮົນຊອກຫາງົບປະມານຢູ່ທຸກວິທີທາງ.

ເວລາໂຄງການດັ່ງກ່າວນີ້ສ້າງສໍາເລັດ ກໍຈະເປັນເຂດ
ອຸດສາຫະກໍາທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍຕາເວັນ
ອອກສຽງໃຕ້ ແລະຈະຫຍໍ້ເວລາການຂົນສົ່ງສິນຄ້າລົງ
ໄປຫຼາຍ ແລະພ້ອມກັບປຸບປຸງຄວາມປອດໄພຂອງ
ການຂົນສົ່ງນໍາ ອີກ.

ແຕ່ບັນດານັກວິເຄາະເວົ້າວ່າ ຍີ່ປຸ່ນໄດ້​ເຂົ້າ​ໄປ​ພົວພັນ​ນໍາໂຄງການຍັກໃຫຍ່ນີ້ ດ້ວຍ
ຄວາມລະມັດລະວັງ ຍ້ອນວ່າຕ້ອງໄດ້ໃຊ້ງົບປະມານຈໍານວນມະຫາ ສານ ແລະພ້ອມ
ດຽວກັນ ຜົນປະໂຫຍດຈາກໂຄງການນີ້ ສ່ວນ​ໃຫຍ່​ ກໍແມ່ນຈະ​ຕົກ​ເປັນ​ຂອງ​ປະ​ເທດ​ໄທ.

Thin Aung ​ຜູ້ອໍານວຍການໃຫຍ່ຂອງໂຄງການ Dawei ຂອງບໍລິສັດ ການພັດທະນາ Italian-Thai ທີ່ຮັບຜິດຊອບການກໍ່ສ້າງ​ໂຄງການ​ນີ້ ເວົ້າ ຜ່ານ Skype ວ່າ ​ເຖິງ​ແມ່ນ​
ໄດ້​ມີ​ການສໍາຫຼວດພື້ນທີ່ສໍາລັບໂຄງການນີ້​ໄປ ​ແລ້ວ​ກໍ​ຕາມ ​ແຕ່ວຽກງານກໍ່ສ້າງທີ່ໄດ້​
ລົງມື​ເຮັດ​ແລ້ວ ມາຮອດປັດຈຸບັນນີ້ ກໍ​ມີແຕ່ພຽງການສ້າງຖະໜົນສາຍນຶ່ງ ລະຫວ່າງໄທ
ກັບມຽນມາ​ເທົ່າ​ນັ້ນ.

ທ່ານອ່ອງ ເວົ້າວ່າ: “ເວລາຖະໜົນສາຍນີ້ສ້າງສໍາເລັດແລ້ວ ພວກເຮົາກໍຈະມີ
ຖະໜົນທີ່ດີກວ່າ ທີ່ເຊື່ອມຕໍ່ໄທກັບມຽນມາ ແລະຫຼັງຈາກນັ້ນ ພວກເຮົາ ກໍຈະ
ເລັ່ງ ກໍ່ສ້າງທ່າເຮືອ. ​ແລະ​ໃນ​ລະຫວ່າງນັ້ນ ບັນດາບໍລິສັດອຸດສາຫະກໍານ້ອຍໆ
ທັງຫຼາຍ ກໍອາດສາມາດກໍ່ຕັ້ງກັນຂຶ້ນມາ​ໄດ້ ຢູ່​ໃນເຂດຊາຍແດນ ຫຼືຕາມຖະໜົນ
​ເສ້ນ​ນັ້ນ.”


ທ່ານ ທິນ ອ່ອງ ເວົ້າອີກວ່າ ເຖິງແມ່ນວ່າ ຖະໜົນສາຍດັ່ງກ່າວຈະສ້າງບໍ່​ແລ້ວຈົນກວ່າ
ປີ 2015 ກໍຕາມ ພວກເຂົາເຈົ້າກໍຄາດວ່າ ຈະ​ມີ​ອຸດສາຫະກໍານ້ອຍໆຈໍານວນນຶ່ງພາກັນ
ເລີ່ມສ້າງໂຮງງານຂຶ້ນ ໃນ​ໄລຍະຫຼາຍໆ ເດືອນຕໍ່ໜ້ານີ້.

ໃນລະຫວ່າງນີ້ ບໍລິສັດ Ital-Thai ຫຼື Italian-Thai ກໍກໍາລັງສໍາຫຼວດ ​ເບິ່ງຄວາມເປັນ
ໄປໄດ້​ໃນການດຶງ​ເອົາປະເທດອື່ນໆ ນອກເໜືອຈາກຍີ່ປຸ່ນ ມາລົງທຶນຢູ່ໃນໂຄງການ Dawei ນັ້ນ.

ທ່ານ ທິນ ອ່ອງ ເວົ້າວ່າ ພວກເຂົາເຈົ້າມີແຜນການຈະສົນທະນາ​ເລື້ອງ​ການເປີດໂຄງ ການນີ້ ໃຫ້​ແກ່ບໍລິສັດຕ່າງປະ​ເທດ​ອື່​ນໆ ໂຮມທັງບໍລິສັດ ຈາກສະຫະລັດ ຈີນ ສະຫະ ພາບຢູໂຣບ ແລະຣັດເຊຍ ໃນລະຫວ່າງ ກອງປະຊຸມ​ໃນເດືອນມິຖຸນານີ້ ທີ່ບາງກອກ.