ຍີ່ປຸ່ນ ຈະລົງທຶນ ຫຼາຍພັນ ລ້ານໂດລາ ຢູ່ອາຟຣິກາ (ວີດີໂອ)

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe

ການລົງທຶນຂອງນາໆຊາດ ຍັງສືບຕໍ່ຫລັ່ງໄຫລ ເຂົ້າໄປໃນທະວີບ
ອາຟຣິກາ.

ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe ໄດ້ປະກາດໃຫ້ຄຳ
ໝັ້ນສັນຍາ ເປັນມູນຄ່າ 32 ພັນລ້ານໂດລາ ໃນລະຫວ່າງການ
ເລີ້ມຕົ້ນກອງປະຊຸມນາໆຊາດວ່າດ້ວຍການພັດທະນາໃນທະວີບ
ອາຟຣິກາເປັນເວລາ 3 ມື້ ທີ່ກຸງໂຕກຽວ ໃນວັນເສົາມື້ນີ້.

ທ່ານ Abe ເວົ້າວ່າ ການລົງທຶນ ຈາກກອງທຶນລັດຖະບານແລະ
ເອກກະຊົນພາຍ ໃນໄລຍະ 5 ປີຂ້າງໜ້າ ແມ່ນແນໃສ່ເພື່ອຊ່ອຍ
ໃຫ້ເສດຖະກິດຂອງທະວີບດັ່ງກ່າວ ເຕີບໃຫຍ່ຂະຫຍາຍໂຕ ແລະຊຸກຍູ້ໃຫ້ ບັນດາບໍລິສັດ ຂອງຍີ່ປຸ່ນໄປລົງທຶນຢູ່ທີ່ນັ້ນ.

ຍີ່ປຸ່ນແມ່ນພວມພະຍາຍາມເພື່ອໄລ່ໃຫ້ທັນຈີນ ທີ່ໄດ້ທຳການລົງທຶນ ເປັນຈຳນວນມະຫາ ສານຢູ່ໃນທະວີບອາຟຣິກາ.

ນາຍົກລັດຖະມົນຕີ Abe ເລີ້ມຕັ້ງເປົ້າໝາຍໃນການໄປລົງທຶນຢູ່ອາຟຣິກາບໍ່ດົນຫຼັງຈາກ ທ່ານໄດ້ເຂົ້າຮັບຕຳແໜ່ງໃນປີກາຍນີ້.

ມີຜູ້ນຳຂອງອາຟຣິກາປະມານ 50 ທ່ານໄປຮ່ວມກອງປະຊຸມທີ່ກຸງໂຕກຽວຊຶ່ງຈະກວມເອົາ ທັງເລື່ອງການພັດທະນາເສດຖະກິດ ຕະຫຼອດທັງເລື່ອງຄວາມວິຕົກກັງວົນກ່ຽວກັບສັນຕິ ພາບແລະຄວາມໝັ້ນຄົງຢູ່ໃນຂົງເຂດ.

Your browser doesn’t support HTML5

ວີດີໂອ - ຍີ່ປຸ່ນ