ນາຍົກລັດຖະມົນຕີ ຊິນໂຊ ອາເບະຂອງຍີ່ປຸ່ນໄດ້ເຕືອນວ່າ ຈະມີການຂັດແຍ້ງທາງທະຫານອັນນຶ່ງເກີດຂຶ້ນອີກຢູ່ໃນເຂດຕາເວັນອອກກາງ ຖ້າປະຊາຄົມໂລກ ຫາກບໍ່ມີຄວາມອົດທົນໃນການຊອກຫາທາງເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ສະຫະລັດ ກັບອີຣ່ານຜ່ອນຄາຍລົງ.
ທ່ານອາເບະ ໄດ້ໄປເຖິງນະຄອນເຕຫະຣ່ານໃນວັນພຸດວານນີ້ ຢູ່ໃນການປະຕິບັດງານດ້ານການທູດ ເພື່ອຫລຸດຜ່ອນຄວາມຮຸນແຮງ ລະຫວ່າງສອງປະເທດທີ່ໄດ້ເຮັດໃຫ້ມີຄວາມເປັນຫ່ວງເພີ້ມຂຶ້ນວ່າ ຈະມີການຂັດແຍ້ງກັນອັນນຶ່ງເກີດຂຶ້ນອີກຢູ່ໃນຂົງເຂດດັ່ງກ່າວ.
ພາຍຫລັງທີ່ໄດ້ພົບກັບປະທານາທິບໍດີ ຮັດຊານ ຣູຮານີ ໃນວັນພຸດວານນີ້ແລ້ວ ຜູ້ນຳທັງສອງທ່ານກໍໄດ້ຈັດກອງປະຊຸມຖະແຫລງຂ່າວຮ່ວມກັນຂຶ້ນ ໂດຍທີ່ທ່ານອາເບະໄດ້ໃຫ້ເຫດຜົນວ່າ ຜູ້ນຳຂອງໂລກທັງຫລາຍຕ້ອງມີ “ຄວາມອົດທົນເພີ້ມຂຶ້ນ" ຖ້າບໍ່ດັ່ງນັ້ນກໍຈະປະເຊີນກັບ "ຄວາມເປັນໄປໄດ້ທີ່ຈະເກີດຄວາມຂັດແຍ້ງແບບບັງເອີນຂຶ້ນ" ຊຶ່ງເປັນເຫດການ "ທີ່ຄວນຖືກປ້ອງກັນ ຢ່າງສຸດຂີດ ບໍ່ໃຫ້ເກີດໄດ້."
ປະທານາທິບໍດີ ຣູຮານີຂອງອີຣ່ານ ໃຫ້ການຕ້ອນຮັບແກ່ນາຍົກລັດຖະມົນຕີຍີ່ປຸ່ນ ຢູ່ທຳນຽບ Saadabad ໃນນະຄອນຫລວງ ເຕຫະຣ່ານ, 12 ມິຖຸນາ, 2019
ເມື່ອຖືກຖາມກ່ຽວກັບການພົບປະລະຫວ່າງທ່ານອາເບະ ແລະທ່ານ ຣູຮານີ ໃນວັນພຸດວານນີ້ນັ້ນ ທ່ານນາງ Morgan Ortagus, ໂຄສົກປະຈຳກະຊວງການຕ່າງປະເທດເວົ້າວ່າ ສະຫະລັດ, ຍີ່ປຸ່ນ, ເຢຍຣະມັນ, ແລະປະເທດພັນທະມິດ ປະເທດອື່ນໆໃນຢູໂຣບ ລ້ວນແຕ່ໄດ້ສົ່ງຖ້ອຍຄຳອັນດຽວກັນໄປຫາເຕຫະຣ່ານ ວ່າ ບໍ່ໃຫ້ພັດທະນາອາວຸດນິວເຄລຍ ຫລືໄປຫຍຸ້ງ ກ່ຽວກັບການເຄືື່ອນໄຫວ ທີ່ເຮັດໃຫ້ຂາດສະຖຽນລະພາບ ໃນເຂດພາກຕາເວັນອອກກາງ.