ພະເຈົ້າຈັກກະພັດ ອາກິຮິໂຕະ ແຫ່ງຍີ່ປຸ່ນ ກຳລັງປະກອບສ່ວນເຂົ້າໃນພິທີຕາມ
ປະເພນີແບບຕໍ່ເນື່ອງ ໃນວັນອັງຄານມື້ນີ້ ໃນການສະຫຼະບັນລັງ ເພືີ່ອມອບໂອນ
ພະທີ່ນັ່ງໃຫ້ອົງມົງກຸດລາດຊະກຸມມານ ພະລາດຊະໂອລົດອົງທຳອິດຂອງຕົນ.
ພະເຈົ້າຈັກກະພັດ ອາກິຮິໂຕະ ຜູ້ທີ່ໄດ້ຮັບຄວາມນິຍົມຊົມຊອບ ໄດ້ປະກາດໄປ
ເທື່ອທຳອິດ ເຖິງແຜນການຂອງພະອົງທີ່ຈະສະຫຼະບັນລັງ ໃນປີ 2016, ຊຶ່ງຊົງຕັດ
ວ່າເປັນຫ່ວງກ່ຽວກັບອາຍຸແລະສຸຂະພາບຂອງພະອົງ ທີ່ມີຄວາມຈຳກັດເພື່ອປະຕິບັດ
ພາລະກິດຂອງພະອົງ.
ພະເຈົ້າຈັກກະພັດ ຂອງຍີ່ປຸ່ນ ອົງສຸດທ້າຍ ທີ່ໄດ້ສະຫຼະບັນລັງ ແມ່ນ ພະເຈົ້າ
ຈັກກະພັດໂຄຄາກຸ ທີ່ໄດ້ມີຂຶ້ນ ໃນປີ 1817.
ອົງມົງກຸດລາດກຸມມານ ນາຣຸຮິໂຕະ ຊ້າຍ ແລະແລະອົງມົງກຸດລາດກຸມມາລີ ຖ່າຍຮູບ ໃນພະລາດຊະວັງ ໂຕກູ ໃນໂຕກຽວ, 17 ກຸມພາ 2019.
ອົງມົງກຸດ ນາຣຸຮິໂຕະ ຈະສືບຕໍ່ເປັນພະເຈົ້າຈັກກະພັດອົງໃໝ່ ໃນຕອນທີ່ພະລາດ
ຊະບັນລັງຂອງ ພະເຈົ້າຈັກກະພັດ ອາກິຮິໂຕະ ສິ້ນສຸດລົງ ຢ່າງເປັນທາງການ ໃນທ່ຽງ
ຄືນມື້ນີ້.
ບົດບາດໃນປັດຈຸບັນນີ້ຂອງພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ສ່ວນໃຫຍ່ແລ້ວ ແມ່ນເປັນ
“ສັນຍາລັກອົງປະມຸກຂອງປະເທດ” ແລະບໍ່ມີອຳນາດຫຍັງທາງການເມືອງ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ພະເຈົ້າຈັກກະພັດ ອາກິຮິໂຕະ ແຫ່ງຍີ່ປຸ່ນ ຫ້ອມລ້ອມໄປດ້ວຍພວກເຈົ້າໜ້າທີ່ ອິມເພຍໂຣ ທີ່ໄດ້ຫາມ ເອົາ 2 ຂອງ 3 ອັນທີ່ເອີ້ນວ່າ ຊັບສົມບັດລຶກລັບແຫ່ງຍີ່ປຸ່ນ ຫຼື Three Sacred Treasures of Japan ອອກຈາກສຸສານ ໃນຂະນະທີ່ພະອົງລາດດຳເນີນຢ້ຽມຢາມ ສຸສານຂອງ ອີຊິ ຈິນກຸ.