ຊ່ຽວຊານຈາກນາໆຊາດ 200 ກ່ວາຄົນ ໄປຊ່ວຍກູ້ໄພ ທີ່ເມືອງ Ofunato (ເບິ່ງສະລາຍດ໌)

ຄວາມເສຍຫາຍຈາກໄພແຜ່ນດິນໄຫວແລະຟອງຍັກສຸນາມິ ທີ່ຕິດຕາມມາ ທີ່ເມືອງ Ofunato, ວັນທີ 16 ມີນາ 2011.

ອັນດັບຕໍ່ໄປ ວັນນະສອນມີລາຍງານສັ້ນໆມາສະເໜີທ່ານ ກ່ຽວກັບການຊ່ວຍເຫລືອກູ້ໄພ ຂອງນາໆຊາດ ຢູ່ໃນອີກເມືອງນຶ່ງຂອງຍີ່ປຸ່ນ ທີ່ໄດ້ຖືກຟອງຍັກສຸນາມິ ພັດເຂົ້າຖະຫລົ່ມ ຢ່າງຮາບຄາບ.

ພວກຄະນະກູ້ໄພຂອງນານາຊາດກໍາລັງທໍາ​ການ​ຊອກ​ຄົ້ນ​ຢູ່
ຕາມຊາກຫັກພັງ​ຂອງເມືອງ​ແຄ​ມຝັ່ງທະເລ​ແຫ່ງ​ນຶ່ງ ​ໃນ​ພາກ
ຕາເວັນອອກສຽງເໜືອຂອງຍີ່ປຸ່ນ ຂະນະທີ່ເວລາຍັງເຫລືອ
ໜ້ອຍເຕັມທີ ​ໃນ​ການ​ທີ່​ຈະ​ຊອກຄົ້ນຫາພວກທີ່ອາດຍັງ
ລອດຊີວິດຢູ່ຈາກເຫດແຜ່ນດິນໄຫວ ແລະຄື້ນຟອງສຸນາມິ
ທີ່ຮ້າຍແຮງເປັນປະວັດການເມື່ອອາທິດຜ່ານມານັ້ນ.

ພວກກູ້ໄພຈາກສະຫະລັດ ອັງກິດ ແລະຈີນ ແມ່ນຮວມ
ຢູ່ໃນຄະນະ ຜູ້ຊ່ຽວຊານຕ່າງປະເທດ ຈໍານວນປະມານ
200 ຄົນ ທີ່ກໍາລັງຊ່ວຍເຫລືອໃນຄວາມພະຍາຍາມກູ້ໄພ​
ໃນວັນພຸດມື້ນີ້ ຢູ່ເມືອງ Ofunato ທີ່ຖືກຄື້ນຟອງສຸນາມິ
ທີ່ມີຄວາມສູງຂະໜາດຕຶກສາມຊັ້ນ ພັດ​ເຂົ້າທໍາລາຍ​ເກືອບ​
ວ່າ​ຢ່າງ​ຮາບ​ຄາບເມື່ອວັນສຸກຜ່ານມານັ້ນ. ແຕ່ຍັງບໍ່ມີລາຍ
ງານໃດໆກ່ຽວກັບວ່າ ​ໄດ້​ມີ​ການ​ຊ່ວຍ​ກູ້​ເອົາ​ຜູ້​ໃດ​ອອກມາ​ໄດ້
ຫລື​ບໍ່. ພ້ອມກັບສະພາບອຸນຫະພູມທີ່ໜາວເຢັນປານນໍ້າ
ກ້ອນ ແລະຫິມະທີ່​ຈະ​ຕົກລົງມາ​ຮອດ 30 ຊັງ​ຕີ​ແມັດ ຕາມ
ການພະຍາກອນອາກາດນັ້ນ ພວກຄົນງານກູ້ໄພກ່າວວ່າ ເວລາ​ແມ່ນຍັງເຫລືອໜ້ອຍ
ເຕັມທີ ທີ່​ຈະຊອກຫາຜູ້ລອດຊີວິດ​ໄດ້.

ສະຖານະການໃນບາງປະຊາຄົມທີ່ຢູ່ຕາມ​ແຄມຝັ່ງທະເລໃນເຂດແຂວງ Iwate ແລະ
Miyagi ນັ້ນ ຍັງບໍ່ຮູ້ໄດ້ຫລາຍປານໃດ ຍ້ອນ​ວ່າຫລາຍໆພື້ນທີ່ ຍັງບໍ່ສາມາດເຂົ້າຫາ
ເຂົ້າເຖິງໄດ້ ເນຶ່ອງຈາກຖະໜົນຫົນທາງແລະໂຄງລ່າງພື້ນຖານຕ່າງໆຖືກທໍາລາຍເພພັງໄປ ຍ້ອນເຫດແຜ່ນດິນໄຫວໃນຄວາມແຮງ 9 ຈຸດຣິກເຕີ ເມື່ອວັນສຸກຜ່ານມານັ້ນ ຊຶ່ງນັບວ່າ
ເປັນເຫດແຜ່ນດິນໄຫວທີ່ ຮຸນແຮງທີ່ສຸດໃນປະຫວັດສາດຂອງຍີ່ປຸ່ນ.

ຜູ້ປະສົບໄພຄົນນຶ່ງນັ່ງລໍ ຄອຍການຊ່ອຍເຫຼື.

ມີ​ລາຍ​ງານ​ຂ່າວ​ອ້າງ​ຄໍາ​ຖະ​ແຫລ​ງຂອງ​ກົມຕໍາຫລວດ
ແຫ່ງຊາດຂອງຍີ່ປຸ່ນ​ໃນວັນພຸດນີ້ ທີ່ເວົ້າວ່າ ຈໍານວນຜູ້
ເສຍຊີວິດທີ່ຢືນຢັນ​ໄດ້ນັ້ນ ມີຫລາຍກວ່າ 3,600 ຄົນ​
ແລ້ວເທົ່າເຖິງປັດຈຸບັນນີ້ ແລະຍັງມີອີກຫລາຍກວ່າ
7,500 ຄົນ ທີ່ຫາຍສາບສູນ. ກ່ອນໜ້ານີ້ ກໍ​ມີ​ການ
ອ້າງ​ຄໍາ​ເວົ້າ​ຂອງເຈົ້າແຂວງໆ Miyagi ທີ່ເວົ້າວ່າ ທ່ານ
ເຊື່ອ ວ່າມີປະຊາຊົນເສຍຊີວິດຢ່າງໜ້ອຍ 10,000 ຄົນ
ໃນແຂວງຂອງທ່ານພຽງແຂວງດຽວນັ້ນ.


ອີກຫລາຍໆພັນຄົນໄດ້ຮັບບາດເຈັບ ແລະປະເມີນວ່າບ້ານ
ເຮືອນແລະຕຶກອາຄານຕ່າງໆ ຈໍານວນ 60,000 ຫລັງຖືກທໍາລາຍເສຍຫາຍ. ປະຊາຊົນ ຫລາຍກວ່າເຄິ່ງລ້ານຄົນກໍາລັງພັກ​ພາອາໃສຢູ່ບ່ອນພັກຊົ່ວຄາວ ບ່ອນທີ່ພວກເຈົ້າໜ້າທີ່ໃຫ້
ຄວາມຊ່ວຍເຫລືອ ຍັງດິ້ນຮົນຈັດຫາອາຫານ ນໍ້າ ແລະເຄື່ອງທໍາຄວາມອຸ່ນໃຫ້ໄດ້ ຢ່າງພຽງ ພໍນັ້ນ.

ເຈົ້າຈັກກະພັດ Akihito ຊົງອອກມາຖະແຫລ ສະແດງຄວາມເຫັນໃຈແລະຮອ້ງຮຽນຕໍ່ປະຊາຊົນ, ວັນພຸດ ທີ 16 ມີນາ 2011. REUTERS/Michael Caronna

ໃນ​ການ​ອອກ​ມາ​ຖະ​ແຫລ​ງທາງ​
ວິທະຍຸ​ແລະ​ໂທລະພາບ ທີ່​ບໍ່​
ຄ່ອຍ​ມີ​ນັ້ນ ອົງ​ຈັກກະພັດ
Akihito ທີ່​ປະຊາຊົນໃຫ້​ຄວາ
ເຄົາລົບ​ນັບຖື​ຢ່າງ​ສູງ​ນັ້ນ ​ໄດ້ຊົງ
ຮຽກຮ້ອງໃຫ້ຊາວ​ຍີ່​ປຸ່ນທັງ​ມວນ
ຈົ່ງ​ຊ່ວຍເບິ່ງ​ແຍງດູ​ແລກັນ​ແລະ​
ກັນ ຂະນະ​ທີ່​ເຂົາ​ເຈົ້າ​ດິ້ນຮົນ​
ເພື່ອ​ເອົາ​ຊະນະ​ໂສກ​ນາດຕະ
ກໍາ​ອັນ​ໃຫຍ່​ຫລວງ​ຄັ້ງ​ນີ້. ພ້ອມ
ດຽວ​ກັນ ພະ​ອົງຊົງສະ​ແດງ​
ຄວາມ​ຫວັງ​ວ່າທາງ​ການ​ຍີ່ປຸ່ນ
ຈະ​ສາມາດຄວບ​ຄຸມ​ສະຖານ​
ນະ​ການ​ໄວ້​ໄດ້ ຢູ່​ທີ່​ໂຮງ​ໄຟຟ້າ​
ນິວ​ເຄລຍ Fukushima ທີ່​ກໍາ ລັງ​ມີ​ບັນຫາ​ຢ່າງ​ໜັກ​ນັ້ນ.

ຢູ່ນອກເຂດທີ່ຖືກທໍາລາຍໜັກໜ່ວງທີ່ສຸດນັ້ນ ຊາວຍີ່ປຸ່ນກໍກໍາລັງປະເຊີນກັບບັນຫາກະແສໄຟ
ຟ້າຖືກຕັດລົງ ເນຶ່ອງຈາກການຂາດເຂີນກະແສໄຟຟ້າ ຍ້ອນວິກິດການທີ່ໂຮງໄຟຟ້ານີວເຄລຍ
Fukushima ນັ້ນ. ຫົວໜ້າໂຄສົກລັດຖະບານໄດ້ຂໍຮ້ອງ​ໄປ​ຍັງປະຊາຊົນ ບໍ່ໃຫ້ກັກຕຸນນໍ້າ
ມັນແອັສຊັງ ເພື່ອຮັບປະກັນໃຫ້ມີນໍ້າມັນພຽງພໍ ສໍາລັບ​ໃຊ້​ໃນຄວາມພະຍາຍາມຊ່ວຍເຫລືອ ບັນເທົາ​ໄພ​ພິ​ບັດນັ້ນ.

ຫລາຍໆປະເທດໄດ້ຕັກເຕືອນພວກປະຊາຊົນຂອງຕົນ ໃຫ້ພາກັນຍົກຍ້າຍໜີອອກຈາກເມືອງ
ຫລວງ​ໂຕ​ກຽວ​ໄປ ຍ້ອນ​ຄວາມສ່ຽງຕໍ່ກໍາມັນຕະພາບລັງສີ ທີ່ມີ​ລະດັບສູງຂຶ້ນນັບມື້ນັ້ນ. ຈີນ
ລາຍງານວ່າ ຕົນໄດ້ຍົກຍ້າຍປະຊາຊົນ ຂອງຕົນຈໍານວນ 1,200 ຄົນອອກຈາກເຂດບັນດາ
ແຂວງທີ່ຖືກ​ກະທົບ​ນັ້ນ ສ່ວນປະເທດອອສເຕຣຍກໍໄດ້ຍົກຍ້າຍສະຖານທູດຂອງຕົນ ໄປຢູ່ທີ່
ເມືອງໂອຊາກ້າ 400 ຫລັກກິໂລເມດ ຫ່າງຈາກນະຄອນຫລວງໂຕກຽວ.