ບັນດາສະມາຊິກລັດຖະສະພາສະຫະລັດ ທີ່ສືບສວນການກໍ່ຄວາມວຸ້ນວາຍ ໃນວັນທີ 6 ມັງກອນ ທີ່ຫໍລັດຖະສະພາສະຫະລັດໃນປີກາຍນີ້ ກ່າວວ່າ ທ່ານດໍໂນລ ທຣຳ, ປະທານາທິບໍດີສະຫະລັດໃນຕອນນັ້ນ ເລືອກທີ່ຈະບໍ່ດຳເນີນການໃດໆ ເປັນເວລານານກວ່າ 3 ຊົ່ວໂມງ ຂະນະທີ່ຜູ້ສະໜັບສະໜູນ ຂອງທ່ານເປັນຫລາຍໆພັນຄົນ ໄດ້ບຸກເຂົ້າໄປໃນຫໍລັດຖະສະພາ ເພື່ອພະຍາຍາມສະກັດກັ້ນການຢັ້ງຢືນໄຊຊະນະ ໃນການເລືອກຕັ້ງຂອງທ່ານໂຈ ໄບເດັນ.
"ປະທານາທິບໍດີທຣຳນັ່ງຢູ່ໂຕະກິນເຂົ້າຂອງທ່ານ ແລະເບິ່ງການໂຈມຕີທາງໂທລະພາບໃນຂະນະທີ່ພະນັກ ງານຂັ້ນສູງສ່ວນໃຫຍ່ຂອງທ່ານ, ທີ່ປຶກສາທີ່ໃກ້ຊິດ ແລະສະມາຊິກໃນຄອບຄົວຂອງທ່ານໄດ້ອ້ອນວອນໃຫ້ທ່ານເຮັດໃນສິ່ງທີ່ຄາດວ່າ ປະທານາທິບໍດີອາເມຣິກາຈະເຮັດ", ນັ້ນຄືຄຳເວົ້າຂອງສະມາຊິກສະພາຕ່ຳອີເລນ ລູເຣຍ (Elaine Luria) ຈາກພັກເດໂມແຄຣັດ ທີ່ຢູ່ໃນຄະນະກໍາມະການນັ້ນ.
ສະມາຊິກສະພາຕ່ຳອາດາມ ຄິນຊິງເຈີ (Adam Kinzinger) ຊຶ່ງເປັນຜູ້ນຶ່ງອີກຢູ່ໃນຄະນະກໍາມະການກ່າວວ່າ ທ່ານທຣຳ ບໍ່ໄດ້ດຳເນີນການໃດໆ ກໍຍ້ອນວ່າ ຝູງຊົນໄດ້ເຮັດໃຫ້ການຢັ້ງຢືນນັ້ນ ຢຸດສະງັກລົງ.
Your browser doesn’t support HTML5
January 6 Committee Alleges Trump Actively Encouraged Rioters
“ການນັບບັດຢູ່ຫ້ອງນັ້ນ ໄດ້ຖືກຢຸດລົງແທ້ ແລະໃນທີ່ສຸດກໍຊັກຊ້າໄປເປັນຫລາຍຊົ່ວໂມງ. ຝູງພວກປະທ້ວງເຮັດໃຫ້ບັນລຸ ຕາມຈຸດປະສົງຂອງປະທານາທິບໍດີ ທຣຳ, ສະນັ້ນ ແນ່ນອນ ທ່ານບໍ່ໄດ້ເຂົ້າໄປແຊກແຊງ," ນັ້ນຄືຄຳເວົ້າຂອງທ່ານຄິນຊິງເກີ, ສະມາຊິກພັກຣີພັບບລີກັນຈາກລັດອີລິນອຍ. ທ່ານກ່າວຕໍ່ໄປວ່າ "ປະທານາທິບໍດີທຣຳ ບໍ່ໄດ້ພາດໂອກາດທີ່ຈະດຳເນີນການ. ...ທ່ານຕັ້ງໃຈ ເລືອກທີ່ຈະບໍ່ເຮັດດຳເນີນການ."
ຄະນະກຳມະການຂອງສະພາຕ່ຳ 9 ທ່ານ ທີ່ສືບສວນເຫດການວຸ້ນວາຍນີ້ ໄດ້ ເອົາພາບຕັດຕໍ່ຂອງການໃຫ້ການທີ່ບັນທຶກໄວ້ໃນວີດິໂອຈາກທີ່ປຶກສາຄົນສຳຄັນໃນທຳນຽບຂາວຂອງທ່ານທຣຳ ມາສາຍໃຫ້ເບິ່ງ ແລະໄດ້ເອົາການຖ່າຍທອດສົດ ຂອງວາລະໃຫ້ການ ຈາກພະຍານອີກ 2 ຄົນ, ເພື່ອເປັນຫລັກຖານໃຫ້ແກ່ການກ່າວຫາຂອງເຂົາເຈົ້າທີ່ເວົ້າວ່າ ທ່ານທຣຳ ນັ່ງເບິ່ງການກໍ່ຈາລະຈົນທາງໂທລະ ພາບ ແລະບໍ່ໄດ້ເຮັດຫຍັງເລີຍ ຕັ້ງຫລາຍຊົ່ວໂມງ ເພື່ອເຮັດໃຫ້ມັນຍຸຕິລົງ.
ຜູ້ແທນສະພາຕ່ຳ Adam Kinzinger, ຮອງປະທານຄະນະກຳມະການ Liz Cheney ທີ່ສັງກັດພັກຣີພັບບລິກັນທັງສອງໄດ້ເຂົ້າຮ່ວມ ການຮັບຟັງຄໍາໃຫ້ການສຳລັບການສືບສວນການໂຈມຕີໃນວັນທີ 6 ມັງກອນຕໍ່ຫໍລັດຖະສະພາທີ່ຈັດຂຶ້ນໃນວັນທີ 21 ກໍລະກົດ, 2022.
ໃນການກ່າວຄຳປາໄສຂອງທ່ານຕອນເປີດການຮັບຟັງຄຳໃຫ້ການນັ້ນ, ສະມາຊິກສະພາຕ່ຳ, ທ່ານເບນນີ ທອມສັນ (Bennie Thompson) ທີ່ສັງກັດພັກເດໂມແຄຣດ ຈາກລັດມິຊຊິບຊີປີ (Mississippi) ທີ່ເປັນປະທານຄະນະກໍາມະການນີ້ ກ່າວວ່າ "ມັນເປັນເວລາຜ່ານໄປ 187 ນາທີ ໃນວັນທີ 6 ມັງກອນ, ຜູ້ຊາຍຄົນນີ້ [ທ່ານທຣຳ] ທີ່ມີພະລັງງານແຫ່ງການທໍາລາຍແບບຄວບຄຸມບໍ່ໄດ້ນັ້ນ ບໍ່ສາມາດຖືກຊັກຊວນໃຫ້ເຄື່ອນໄຫວໄດ້. ບໍ່ເຮັດໄດ້ໂດຍທີ່ປຶກສາຂອງທ່ານ, ບໍ່ເຮັດໄດ້ໂດຍພັນທະມິດຂອງທ່ານ, ບໍ່ເຮັດໄດ້ໂດຍການຮ້ອງໂຮເຕັມໄປດ້ວຍຄວາມຮຸນແຮງຂອງພວກກໍ່ຈາລະຈົນ, ຫລື ບໍ່ເຮັດໄດ້ ໂດຍການອ້ອນວອນຢ່າງສຸດຂີດ ຂອງຜູ້ທີ່ປະເຊີນໜ້າກັບກຸ່ມກໍ່ຄວາມຮຸນແຮງນັ້ນ. ບໍ່ມີໃຜສາມາດຊັກຊວນໃຫ້ທ່ານເຄື່ອນໄຫວໄດ້.”
ທ່ານນາງລູເຣຍ ກ່າວຕໍ່ອົງການຂ່າວ CNN ໃນຕົ້ນອາທິດນີ້ວ່າ ຄະນະກຳມະ ການຈະກວດເບິ່ງ "ເປັນແຕ່ລະນາທີໄປ" ວ່າ ທ່ານທຣຳກຳລັງເຮັດຫຍັງຢູ່ ໃນໄລຍະເວລາ 3 ຊົ່ວໂມງ ແລະ 7 ນາທີ ໃນຕອນບ່າຍວັນທີ 6 ມັງກອນ ນັ້ນ- ນັບຕັ້ງແຕ່ສິ້ນສຸດການກ່າວຄຳປາໄສຂອງທ່ານຢູ່ໃນການຊຸມນຸມທີ່ ຮຽກຮ້ອງໃຫ້ຜູ້ສະໜັບສະໜູນຂອງທ່ານຍ່າງໄປຫາຫໍລັດຖະສະພາ ແລະເວົ້າວ່າ "ສູ້ກັນຄືກັນກັບຢູ່ໃນນະລົກຫັ້ນ" ຈົນໄປເຖິງຕອນໃນທີ່ສຸດທ່ານບອກພວກເຂົາວ່າ ພວກເຂົາຄວນສະຫລາຍຕົວອອກໄປສາ.