ຫຼັງຈາກມີເຫດການທີ່ບໍ່ທຳມະດາ ໃນລະດູການໂຄສະນາຫາສຽງແລ້ວ ນະຄອນຫຼວງ
ຈາກາຕາປາກົດວ່າ ໄດ້ເລືອກເອົາຜູ້ປົກຄອງຄົນໃໝ່. ອີງຕາມຜົນການນັບ ຄະແນນທີ່
“ວ່ອງໄວ” ຈາກໜ່ວຍເລືອກຕັ້ງຕ່າງໆ ໃນນະຄອນດັ່ງກ່າວ ອະດີດລັດຖະມົນຕີ ກະຊວງ
ສຶກສາທິການ ທ່ານ Anies Baswedan ແມ່ນເບິ່ງຄືວ່າ ຈະເປັນຜູ້ຊະນະ ດ້ວຍຄະແນນ
ສຽງ ປະມານ 58 ເປີເຊັນ.
ຜູ້ປົກຄອງ ນະຄອນ ຈາກາຕາ ທ່ານ Basuki "Ahok" Tjahaja Purnama ຜູ້ທີ່ລົງແຂ່ງຂັນເົາຕຳແໜ່ງ ສະໄໝທີສອງ ປ່ອນບັດເລືອກຕັ້ງຂອງທ່ານ ຢູ່ທີ່ໜ່ວຍເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງຂັ້ນຊີ້ຂາດ ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 19 ເມສາ 2017.
ບັນຍາກາດຢູ່ ຈາກາຕາ ໃນມື້ທີສອງຂອງການເລືອກຕັ້ງ ປີນີ້ ແມ່ນເຫັນໄດ້ວ່າ ມີຄວາມ
ເຄັ່ງຕຶງຫຼາຍກວ່າ ໃນເດືອນກຸມພາ ຜ່ານມາ ເຖິງແມ່ນວ່າ ໜ່ວຍເລືອກຕັ້ງຕ່າງໆ ໃນ
ນະຄອນດັ່ງກ່າວ ຍັງຄົງມີບັນຍາກາດຟົດຟື້ນມ່ວນຊື່ນ ທີ່ບໍ່ເຄີຍມີມາກ່ອນ ຖ້າເບິ່ງຢ່າງ
ຜິວເຜີນແລ້ວ ກໍຕາມ.
ຜູ້ປົກຄອງຄົນປັດຈຸບັນ ທ່ານ Basuki “Ahok” Tjahaja Purnama ໄດ້ປະເຊີນໜ້າ
ກັບ ທ່ານ Baswedan ຫຼັງຈາກທັງສອງທ່ານ ບໍ່ໄດ້ຮັບຄະແນນສຽງ 50 ເປີເຊັນ ຕາມ
ທີ່ຕ້ອງການ ເພື່ອຈະໄດ້ຮັບໄຊຊະນະ ໃນຮອບທຳອິດ ແຕ່ຜູ້ສະໝັກຄົນທີສາມ ທ່ານ
Agus Yudhoyono ໄດ້ໝົດສິດໄປ ຫຼັງຈາກຮອບທຳອິດ.
ການເລືອກຕັ້ງຂັ້ນຊີ້ຂາດ ເປັນຈຸດເດັ່ນສຸດຂອງຄວາມວຸ້ນວາຍໄລຍະ 6 ເດືອນ ທີ່ໄດ້
ເລີ້ມຂຶ້ນ ເມື່ອລະດູໃບໄມ້ລົ່ນຜ່ານມາ ໃນເວລາ ທ່ານ Ahok ຊຶ່ງເປັນຄົນເຊື້ອສາຍຈີນ
ນັບຖືສາສະໜາຄຣິສຕຽນ ໄດ້ຖືກກ່າວຫາວ່າໝິ່ນປະໝາດສາສະໜາ ອິສລາມ ທີ່ກ່າວ
ເຖິງວັກນຶ່ງຂອງຄຳພີ Quran ເພື່ອໂຕ້ຖຽງວ່າ ຊາວມຸສລິມ ກໍສາມາດ ລົງຄະແນນສຽງ
ໃຫ້ທ່ານໄດ້ ໂດຍປາດສະຈາກບັນຫາ. ຄຳເຫັນດັ່ງ ກ່າວນັ້ນ ໄດ້ກໍ່ໃຫ້ເກີດການປະທ້ວງ
ໂດຍຊາວມຸສລິມ ຢ່າງໃຫຍ່ 2 ຄັ້ງ ໂດຍຮຽກຮ້ອງ ໃຫ້ຈັບກຸມທ່ານ ແລະ ທ່ານ Ahok
ກາຍເປັນຜູ້ສະໝັກທີ່ເປັນລັດຖະກອນ ພ້ອມໆກັນຄົນທຳອິດ ທີ່ຖືກດຳເນີນຄະດີ
ຢູ່ທີ່ສານສູງສຸດ ຖານໝິ່ນປະໝາດສາສະໜາ.
ພະນັກງານເລືອກຕັ້ງ ຊ່ອຍແມ່ເຖົ້າຜູ້ນຶ່ງ ປ່ອນບັດເລືອກຕັ້ງຂອງລາວ ຢູ່ທີ່ໜ່ວຍເລືອກຕັ້ງຊົ່ວຄາວ ກ້ອງຂົວແຫ່ງນຶ່ງ ໃນລະຫວ່າງການເລືອກຕັງຂັ້ນຊີ້ຂາດ ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 19 ເມສາ 2017.
“ຫົວໃຈຂອງຂ້ອຍ ເຕັ້ນໄວຫຼາຍ” ນັ້ນແມ່ນຄຳເວົ້າຂອງທ່ານ Dharma Dhiani
ນັກເຄື່ອນໄຫວເພື່ອສິດທິ ໃນການມີທີ່ຢູ່ອາໄສ ທີ່ຢູ່ໃນຄຸ້ມ Pasar Ikan ໃນພາກເໜືອ
ຂອງນະຄອນ ຈາກາຕາ ຜູ້ທີ່ຖືກຂົ່ມຂູ່ໂດຍການຂັບໄລ່ອອກຈາກທີ່ຢູ່ ໂດຍທ່ານ Ahok
ຜູ້ທີ່ຢາກຈະພັດທະນາຄືນໃໝ່ ພື້ນທີ່ຊາຍຝັ່ງໃຫ້ເປັນສະຖານທີ່ທ່ອງທ່ຽວ. ທ່ານ
Dharma Dhiani ເວົ້າອີກວ່າ “ຂ້າພະເຈົ້າ ຫວັງວ່າ ພວກເຮົາໝົດທຸກຄົນຫວັງວ່າ
ທ່ານ Anies ຈະຊະນະ ເພາະວ່າ ພວກເຮົາບໍ່ສາມາດເອົາຫ້າປີ ແບບນີ້ຕື່ມອີກ.”
ໂດຍມີນ້ຳສຽງເທົ່າທຽມກັນ ກໍຄືພວກສະໜັບສະໜູນ ທ່ານ Ahok ຜູ້ທີ່ໄດ້ຫວັງວ່າ ການໂຄສະນາຫາສຽງຢ່າງໜັກ ຕໍ່ຕ້ານຄູ່ແຂ່ງ ຈະບໍ່ເຮັດໃຫ້ ນັກການເມືອງຜູ້ ທີ່ເຫັນຢ່າງກວ້າງຂວາງວ່າມີປະສິດທິພາບ ເປັນນັກທຸລະກິດທີ່ນິຍົມຊົມຊອບ ແລະ ບໍ່ມີການສໍ້ລາດບັງຫຼວງ ນັ້ນ ເສຍໄຊ.
Your browser doesn’t support HTML5
Indonesia Election