ການປ່ອນບັດ ເລືອກເອົາ ຜູ້ປົກຄອງ ຈາກາຕ້າ ປາກົດວ່າ ກ້າວເຂົ້າສູ່ຮອບສອງ

ພາມລວມ ສະແດງໃຫ້ເຫັນ ບັນດາພົນລະເມືອງ ອິນໂດເນເຊຍ ຍົກນິ້ວກ້ອຍຂຶ້ນ ອັນເປັນສັນຍາລັກຂອງການໄດ້ລົງຄະແນນສຽງ ເປັນທີ່ຮຽບຮ້ອຍ ໃນລະຫວ່າງ ການເລືອກຕັ້ງ ເອົາຜູ້ປົກຄອງ ນະຄອນຫຼວງ Jakarta ຂອງອິນໂດເນເຊຍ, ວັນທີ 15 ກຸມພາ 2017.

ການ​ນັບຄະ​ແນນ​ສຽງ​ຢ່າງ​ວ່ອງ​ໄວ ​ໃນ​ການ​ເລືອກ​ຕັ້ງຜູ້​ປົກຄອງ​ນະຄອນຫລວງ​ຈາ​ກາ​ຕ້າ
​ໃນ​ວັນ​ພຸດ​ມື້ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ຈະ​ມີ​ການ​ປ່ອນ​ບັດ​ຮອບ​ສອງ​ໃນ ​ເດືອນ​ເມສາ​ຈະມານີ້.

ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າທ່ານ Basuki “Ahok” Tjahaja Purnama ມີ​ຄະ​ແນນ
​ນຳ​ໜ້າ​ໝູ່​ ກາຍ 40 ​ເປີ​ເຊັນ​ໜ້ອຍ​ນຶ່ງ. ທ່ານ Anies Baswedan ​ໄດ້​ຮັບ​ຄະ​ແນນ​ສຽງ​ເປັນ
​ທີ​ສອງ ຫຼຸດຜູ້​ທີ​ນຶ່ງ ​ບໍ່​ເທົ່າ​ໃດ​ເປີ​ເຊັນ ​ໃນ​ຂະນະ​ທີ່ທ່ານ Agus Harimurti Yudhoyono ​
ໄດ້​ຮັບ​ຄະ​ແນນ​ສຽງ ​ເປັນ​ທີ 3 ປະມານ 15 ​ເປີ​ເຊັນ.

ຜົນ​ການ​ນັບ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ ຍັງ​ບໍ່​ທັນ​ມີ​ການ​ປະກາດ​ເທື່ອ ຈົນ​ເທົ່າວັນ​ທີ
27 ກຸມພາ.

ທ່ານ Purnama ຜູ້​ປົກຄອງ​ນະຄອນ​ຈາ​ກາ​ຕ້າ​ທີ່​ລົງ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງຕື່ມ​ອີກ ​ແມ່ນ
​ເປັນ​ຄົນ​ອິນໂດ​ເນ​ເຊ​ຍ​ເຊື້ອສາຍ​ຈີນ ​ແລະ ​ນັບຖື​ສາສະໜາ​ຄຣິສນຳ​ອີກ ​ເຮັດ​ໃຫ້​ທ່ານ
​ກາຍ​ເປັນ​ຄົນ​ກຸ່ມ​ນ້ອຍສອງ​ຕໍ່. ທ່ານ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ປະຊາ ຊົນ​ຊັ້ນກາງ ​ໃນ​
ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ທ່ານ ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ປັບປຸງ
​ຄຸນ​ນະພາ​ບຂອງ​ຊີວິດ ນັ້ນ ​ໄດ້​ຖືກ​ກ່າວ​ຫາ​ວ່າ ໝິ່ນປະໝາດ​ ສາສະໜາ​ອິສລາມ ຊຶ່ງ
​ເປັນຄວາມ​ຜິດ​ທາງ​ອາຍາ ທີ່​ໄດ້​ເລີ້ມຂຶ້ນ​ໃນ​ເດືອນ​ກັນຍາ ປີ​ກາຍ ​ແລະ ​ທ່ານ​ກຳລັງ
​ຖືກ​ດຳ​ເນີນ​ຄະດີ​ຢູ່.

ຄູ່​ແຂ່ງ​ທັງ​ສອງ​ຂອງ​ທ່ານ Purnama ​ແມ່ນ​ເປັນ​ຊາວ​ມຸສລິ​ມ.

ທ່ານ Yudhoyono ມີ​ຊັ້ນ​ເປັນ​ພັນ​ຕີ ຈົນ​ເທົ່າ​ທ່ານ​ລາ​ອອກ ​ເພື່ອ​ສະໝັກ​ເຂົ້າ​ແຂ່ງຂັນ
​ເອົາ​ຕຳ​ແໜ່​ງດັ່ງກ່າວແມ່ນ​ລູກ​ຊາຍ​ກົກ​ຂອງ​ທ່ານ Susilo Bambang Yudhoyono
ອະດີີດ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ. ​ເຖິງ​ແມ່ນ​ວ່າ​ລູກ​ຊາຍ​ຂອງ ທ່ານ ບໍ່​ເຄີຍ​ຮັບ​
ໜ້າ​ທີ່​ທາງ​ພົນລະ​ເຮືອນ​ມາ​ກ່ອນ​ກໍ​ຈິງ ທ່ານ​ໃຫ້ການ​ຄ້ຳປະກັນ​ແກ່​ຜູ້​ມີ​ສິດ​ປ່ອນ​ບັດ​
ໃນ​ລະຫວ່າງ ການ​ໂຄສະນາ​ຫາ​ສຽງ​ວ່າ ທ່ານ​ພ້ອມ​ແລ້ວ​ ທີ່​ຈະ​ເປັນ​ເຈົ້າຄອງ​ນະຄອນ
​ຄົນ​ຕໍ່​ໄປ.

ທ່ານ​ທ່ານ Baswedan ​ແມ່ນ​ເປັນ​ນັກວິຊາການ​ແລະ​ອະດີດ​ລັດຖະ​ມົນຕີ​ກະຊວງ​
ສຶກສາ ​ໃນ​ລັດຖະບານ​ຂອງ​ທ່ານ Joko “Jokowi” Widodo.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ