ທນ. ແຈັກສັນ ແມ່ຍິງຜິວດຳຄົນທຳອິດ ທີ່ໄດ້ຖືກເລືອກ ໃຫ້ເປັນຜູ້ພິພາກສາ ສານສູງສຸດ ຈະ​ໃຫ້​ການ​ຕໍ່ສະພາສູງ ສຫລ

ແຟມພາບ- ຜູ້ພິພາກສາ ເຄທານຈີ ບຣາວ ແຈັກສັນ (Ketanji Brown Jackson), ເປັນຜູ້ພິພາກສາ ປະຈຳສານອຸທອນ ສຳລັບເຂດນະຄອນຫຼວງ ວໍຊິງຕັນ ດີຊີ, ກຳລັງຕັ້ງທ່າຖ່າຍຮູບ ໃັນວັນທີ 18 ກຸມພາ 2022, ຢູ່ທີ່ຫ້ອງການຂອງທ່ານນາງ ໃນນະຄອນຫຼວງວໍຊິງຕັນ.

ຄະນະກຳມະການຕຸລາການຂອງສະຫະພາສູງ ພວມເລີ້ມຕົ້ນການພິຈາລະນາ​ເພື່ອຮັບ​ຮອງທີ່​ມີ​ຄວາມ​ສຳ​ຄັນປະຫວັດສາດ ໃນວັນຈັນມື້ນີ້ ​ເອົາບຜູ້ພິພາກສາ ເຄທານຈີ ບຣາວ ແຈັກສັນ ຜູ້ທີ່ຈະໄດ້ເປັນຜູ້ພິພາກສາສານສູງສຸດ ແມ່ຍິງຜິວດຳຄົນທຳອິດ ອີງຕາມລາຍງານຂອງອົງການຂ່າວເອພີ.

ເວັ້ນເສຍຈາກການພິຈາລະນາຄະດີຜິດພາດຄັ້ງສຳຄັນໃດໆ ໂດຍທ່ານນາງແຈັກສັນ ອາຍຸ 51 ປີ ທີ່ເປັນຜູ້ພິພາກສາສານລັດຖະບານກາງ ມາໄດ້ 9 ປີແລ້ວນັ້ນ ຊຶ່ງພັກເດໂມແຄຣັດ ຂະນະນີ້ຄວບຄຸມສະພາສູງດ້ວຍຄະແນນສຽງລື່ນກັນພຽງໜ້ອຍດຽວ ເພື່ອທີ່ຈະໄດ້ຮັບການຢືນຢັນໃຫ້ເປັນຜູ້ພິພາສາສານສູດຂອງທ່ານນາງໄດ້ ກ່ອນໜ້າວັນບຸນອີສເຕີ ໃກ້ຈະມາເຖິງນີ້.

ທ່ານນາງແຈັກສັນ ຄາດວ່າ ຈະນຳສະເໜີຄຳຖະແຫລງການເປີດໂຕ ໃນຕອນບ່າຍວັນຈັນມື້ນີ້ ຕໍ່ຈາກນັ້ນ ເປັນການຕອບຄຳຖາມຈາກຄະນະກຳມະການ ທີ່ມີສະມາຊິກ 11 ຄົນ ຈາກພັກເດໂມແຄຣັດ ແລະ 11 ຄົນຈາກພັກຣີພັບບລີກັນ ຕະຫຼອດໄລຍະສອງວັນຂ້າງໜ້າ. ທ່ານນາງຈະໄດ້ຖືກແນະນຳໂຕ ໂດຍທ່ານທອມມັສ ບີ ກຣິຟຟິຕ ຜູ້ພິພາກສາສານອຸທອນ ເຂດນະຄອນຫຼວງວໍຊິງຕັນ ດີຊີ ຂອງສະຫະລັດ ທີ່ໄດ້ບຳນານແລ້ວ ແລະທ່ານນາງລີຊາ ເອັມ ແຟຣແຟັກສ໌ ອາຈານສອນຢູ່ມະຫາວິທະຍາໄລລັດເພັນຊີລເວເນຍພະແນກໂຮງຮຽນກົດໝາຍແຄຣີ.

ຜູ້ພິພາກສາ ເຄທານຈີ ບຣາວ ແຈັກສັນ ກ່າວຖະແຫລງ ຫຼັງຈາກປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດ ຊື່ທ່ານນາງແຈັກສັນ ໃຫ້ເປັນຜູ້ພິພາກສາສານສູງສຸດ ຢູ່ທີ່ຫໍກົງກັນຂ້າມກັບທຳນຽບຂາວ ໃນວັນສຸກ ທີ 25 ກຸມພາ 2022, ໃນນະຄອນຫຼວງວໍຊິງຕັນ, ຮອງປະທານາທິບໍດີ ຄາມາລາ ແຮຣິສ ຢືນຟັງຢູ່ດ້ານຂວາ. (AP Photo/Carolyn Kaster)

ທ່ານນາງແຈັກສັນ ໄດ້ປາກົດໂຕຕໍ່ໜ້າຄະນະກຳມະການດຽວກັນ ໃນເມື່ອກ່ອນ ປີກາຍນີ້ ຫຼັງຈາກທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ເລືອກເອົາທ່ານນາງ ໃຫ້ເຂົ້າຮັບຕຳແໜ່ງທີ່ເປົ່າຫວ່າງ ໃນສານອຸທອນຂອງລັດຖະບານກາງປະຈຳນະຄອນຫຼວງວໍຊິງຕັນ ຊຶ່ງສານສູງສຸດນັ້ນ ຢູ່ບໍ່ໄກ ພຽງລົງຄ້ອຍໄປຈາກລັດຖະສະພາເທົ່ານັ້ນ.

ຄຳໃຫ້ການຂອງທ່ານນາງ ຈະໃຫ້ຊາວອາເມຣິກັນສ່ວນຫຼາຍ ຮູ້ຈັກທ່ານນາງ ພ້ອມດ້ວຍສະມາຊິກສະພາສູງ ແລະຈະໄດ້ເຫັນປະຫວັດຫຍໍ້ໃນການໄດ້ຮັບການຝຶກຫັດເປັນທະນາຍຄວາມໂດຍມະຫາວິທະຍາໄລຮາເວີດ (Harvard) ຂອງທ່ານນາງຢ່າງກວ້າງຂວ້າງທີ່ສຸດ ທີ່ປະກອບດ້ວຍ ການເປັນທະນາຍຄວາມຜູ້ພິທັກມະຫາຊົນຂອງລັດຖະບານກາງ ໄລຍະສອງປີ. ອັນນັ້ນ ເຮັດໃຫ້ທ່ານນາງເປັນຜູ້ຖືກສະເໜີຊື່ຄົນທຳອິດ ທີ່ມີປະສົບການຢ່າງຫຼວງຫຼາຍໃນດ້ານຄະດີອາ​ຍາ ນັບຕັ້ງແຕ່ທ່ານເຕີຣກູດ ມາຣໂຊລ (Thurgood Marshall) ຊຶ່ງເປັນຊາວອາເມຣິກັນຜິວດຳຄົນທຳອິດທີ່ໄດ້ຮັບຕຳແໜ່ງຢູ່ໃນສານສູງສູດຂອງປະເທດ.

ນອກຈາກ ຈະເປັນແມ່ຍິງຜິວດຳຄົນທຳອິດປະຈຳສານສູງສຸດແລ້ວ ທ່ານນາງແຈັກສັນ ຈະເປັນຜູ້ພິພາກສາຄົນຜິວດຳຜູ້ທີສາມ ຫຼັງ​ຈາກທ່ານມາຣໂຊລ ແລະຜູ້ທີ່ສືບທອດຕຳແໜ່ງຂອງທ່ານ ກໍຄື ທ່ານແຄລເຣັສ ທອມມັສ (Clarence Thomas).

ສະມາຄົມສະພາທະນາຍຄວາມຂອງອາເມຣິກາ ຊຶ່ງຕີລາຄາຜູ້ທີ່ຖືກສະເໜີຊື່ສຳລັບຕຳແໜ່ງດ້ານຕຸລາການ ແລະໃນວັນສຸກຜ່ານມານີ້ ໄດ້ຈັດອັນດັບ ໃຫ້ແກ່ທ່ານນາງແຈັກສັນ ທີ່ສູງສຸດຂອງຕົນ ຢ່າງເປັນເອກກະສັນ ໂດຍກ່າວວ່າ “ມີຄຸນສົມບັດຄົບຖ້ວນ.”

ທ່ານນາງເຈນເນັຕ ເມັກຄາຣທີ ວອລເລັສ ປະທານທີ່ປຶກສາຂອງອົງການ NAACP ໄດ້ກ່າວວ່າ ທ່ານນາງ ຮູ້ສຶກຕື່ນເຕັ້ນ ທີ່ຈະເຫັນແມ່ຍິງຜິວດຳ ໃກ້ຈະໄດ້ເຂົ້າໄປນັ່ງຢູ່ໃນສານສູງສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ