ທ້າວ J-Hope ນັກຮ້ອງເກົາຫຼີໃຕ້ວົງ BTS ສໍາເລັດການປະຕິບັດໜ້າທີ່ທາງທະຫານ

ແຟ້ມຮູບ-ສະມາຊິກຂອງນັກຮ້ອງ K-pop ເກົາຫຼີໃຕ້ວົງ BTS, ທ້າວ V, ທ້າວ SUGA, ທ້າວ JIN, ທ້າວ Jung Kook, ທ້າວ RM, ທ້າວ Jimin, ແລະ ທ້າວ J-Hope ຈາກຊ້າຍ ຫາ ຂວາ, ພາກັນຖ່າຍຮູບກ່ອນການຖະແຫຼງຂ່າວ ເພື່ອແນະນໍາຜົນງານເພງຊຸດໃໝ່ທີ່ມີຊື່ວ່າ "Butter" ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 21 ພຶດສະພາ 2021.

ສີລະປິນ K-pop ທີ່ມີຊື່ສຽງ ທ້າວ J-Hope, ເຊິ່ງເປັນນຶ່ງໃນສະມາຊິກຂອງ ກຸ່ມ​ວົງ​ດົນ​ຕີ​ຍອດ​ນິ​ຍອມ BTS, ຖືກປົດອອກຈາກກອງທັບຂອງເກົາຫຼີໃຕ້ ແລ້ວໃນວັນພະຫັດມື້ື້ື້ື້ື້ື້ນີ້ ລຸນຫຼັງປະຕິບັດໜ້າທີ່ມາເປັນເວລາ 18 ເດືອນ, ສົ່ງຜົນ ເຮັດໃຫ້ເກີດຄວາມກະຕືລືລົ້ນໂດຍບັນດາແຟນ ແລະບັນດານັກລົງທຶນສໍາລັບ ການລວມກຸ່ມຄືນໃໝ່ຂອງວົງດົນຕີຜູ້ຊາຍທີ່ຍັງໜຸ່ມນ້ອຍໃນປີໜ້າ.

ທ້າວ J-Hope ອາຍຸ 30 ປີ, ແມ່ນສະມາຊິກຄົນທີ 2 ຂອງກຸ່ມທີ່ມີສະມາຊິກ 7 ຄົນ ໄດ້ສິ້ນສຸດການຮັບໃຊ້ຊາດທີ່ເປັນມາດຕະການບັງຄັບ ໃຫ້ໂຈະອາຊີບ ດົນຕີຂອງພວກເຂົາເຈົ້າ, ຫຼັງຈາກ ທ້າວ Jin ນຶ່ງໃນສະມາຊິກທີ່ມີອາຍຸຫຼາຍ ທີ່ສຸດ ໄດ້ສໍາເລັດການຮັບໃຊ້ໜ້າທີ່ຂອງລາວໃນເດືອນມິຖຸນາທີ່ຜ່ານມາ.

ໂດຍການນຸ່ງເຄື່ອງແບບ ແລະ ໝວກຜ້າສີດຳ, ທ້າວ J-Hope ໄດ້ຍິ້ມສົ່ງ ໃຫ້ທຸກຄົນໃນຂະນະທີ່ລາວທັກທາຍ ທ້າວ Jin ແລະບັນດາແຟນໆປະມານ 100 ຄົນ ພ້ອມດ້ວຍບັນດານັກຂ່າວທີ່ກຳລັງສົ່ງສຽງຍິນດີໃຫ້ແກ່ລາວ ໃນເວລາທີ່ລາວໆໝົດຈາກໜ້າທີ່ ຢູ່ຖານທັບໃນເມືອງ ວອນຈູ (Wonju), ແຂວງ ກາງວອນ (Gangwon).

ລາວກ່າວຕໍ່ທຸກໆຄົນທີ່ມາລວມໂຕກັນວ່າ “ຂໍຂອບໃຈກັບບັນດາແຟນ, ຂ້ອຍສາມາດສໍາເລັດໜ້າທີ່ໄດ້ຢ່າງປອດໄພ, ດ້ວຍການມີສຸຂະພາບດີ.”

ລາວ​ກ່າວ​ຕື່ມ​ວ່າ “ສິ່ງ​ທີ່​ຂ້ອຍຮູ້ສຶກ​ໄດ້ໃນ​ໄລຍະ 1 ປີ​ເຄິ່ງ​ທີ່​ຜ່ານ​ມາ​ນັ້ນ ​ແມ່ນ​ທະຫານ​ຈຳນວນ​ຫຼາຍ​ໄດ້ປະຕິບັດງານ​ຢ່າງ​ໜັກໜ່ວງ, ໂດຍການອຸທິດ​ຕົນເອງ, ​ແລະ​ດໍາເນີນວຽກງານຂອງຕົນເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ຫຼວງ​ຫຼາຍ, ພ້ອມກັນນັ້ນ ກໍໄດ້​ຮຽກຮ້ອງ​ຕໍ່ປະຊາຊົນຈົ່ງໃຫ້ຄວາມ​ສົນ​ໃຈ ​ແລະຮັກ​ຜູ້​ຮັບ​ໃຊ້​ໃນ​ກອງທັບ​.

ສະມາຊິກ 4 ຄົນສຸດທ້າຍຂອງກຸ່ມ ໄດ້ເລີ້ມຮັບໃຊ້ໜ້າທີ່ໃນເດືອນ ທັນວາ ປີ 2023, ໂດຍວົງດົນຕີຄາດວ່າ ຈະລວມໂຕກັນອີກຄັ້ງໃນປີ 2025 ລຸນຫຼັງ ສະມາຊິກທັງໝົດສໍາເລັດໜ້າທີ່ຂອງພວກເຂົາຢູ່ໃນກອງທັບ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

WONJU, South Korea, Oct 17 (Reuters) - K-pop star J-Hope, a member of the supergroup BTS, was discharged from South Korea's military on Thursday after 18 months of duty, sparking enthusiasm among fans and investors for a potential reunion of the boy band next year.

J-Hope, 30, is the second member of the seven-member group to wrap up the mandatory national service that has put their music careers on hold, after oldest member Jin finished his service in June.

Wearing a uniform and a black beret, J-Hope smiled as he greeted Jin and around 100 cheering fans as well as reporters upon his release at a military base in Wonju, Gangwon province.

"Thanks to the fans, I was able to finish it (the service) safely, with good health," he told those gathered.

"What I've felt for the past a year-and-a-half is that a lot of soldiers are working hard, dedicating themselves, and doing so much to protect the country," he added, asking the public for their interest and love for those serving in the military.

The final four members of the group began their service in December 2023, with the band expected to reunite in 2025 after all have completed their military duty.