Ivorty Coast ​​ໄວ້​ທຸກ​​ ແກ່ພວກຢຽບ​ກັນ​ຕາຍ ຢ່າ​ງໜ້ອຍ 60 ຄົນ (ສະໄລດ໌)

ປະທານາທິບໍດີ Ivory Coast ທ່ານ Alassane Ouattara (ຊ້າຍ) ແລະພັນລະຍາ ທ່ານນາງ Dominique (ກາງ) ໄປຢ້ຽມເດັກນ້ອນທີ່ໄດ້ຮັບບາດເຈັບ ຢູ່ໂຮງໝໍ Cocody ໃນນະຄອນຫລວງ Abidjan, ວັນທີ 1 ມັງກອນ 2013.

Ivorty Coast ເລີ້​ມ​ໄວ້​ທຸກໃນ​ທົ່ວ​ປະ​ເທດ ​ເປັນ​ເວລາ​ສາມມື້ ​
ໃນ​ວັນ​ພຸດມື້​ນີ້ ຫລັງ​ຈາກ​ໄດ້​ມີການ​ຢຽບ​ກັນ​ຕາຍຢ່າ​ງໜ້ອຍ 60
ຄົນ ​ຂອງ​ພວກ​ທີ່​ພາກັນ​ໄປ​ຫາ​ຄວາມ​ມ່ວນ​ຊຶ່ນ ສະຫລອງ​ບຸນປີ​
ໃໜ່ສາ​ກົນ ສ່ວນໃຫຍ່ແລ້ວແມ່ນເປັນ​ພວກຊາວ​ໜຸ່ມ.

ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຫລາຍ​ຄົນ ຖືກ​ຢຽບ​ຈົນ​ຕາຍ ຫລື​ຫາຍ​ໃຈບໍ່​ໄດ້ໃນ​ຂະນະ​ທີ່​ເກີດ​ເຫດ ຢູ່​ທີ່​ນະຄອນ Abidjan ​ໃນ​ວັນ​ອັງຄານວານ​ນີ້.

ບັນດາ​ຜູ້​ສືບສວນ ຍັງ​ບໍ່ທັນຊາບສາ​ເຫດ​ທີ່ແນ່ນອນ​ວ່າ ເປັນຫຍັງຈຶ່ງພາ ​ໃຫ້ເກີດ​ການ​ຢຽບ​ກັນ​ຕາຍ ຊຶ່ງມີ​ຂື້ນ​ຢູ່​ໃກ້​ກັບ​ເດີ່ນ​ກິລາບ່ອນ​ທີ່​ຫຼາຍ​ຮ້ອຍ ພັນ​ຄົນພາກັນ​ໄປ​ເຕົ້າ​ໂຮມກັນ​ເພື່ອ​ເບິ່ງການ​ຈູດ​ບັ້ງ​ໄຟ​ດອກ.

​ໃນ​ປີ 2009 ​ໄດ້​ເກີດ​ການ​ຢຽບ​ກັນ​ຕາຍ​ ຢູ່​ທີ່ເດີ່ນ​ກິລາ​ແຫ່ງ​ດຽວ​ກັນນີ້ ຊຶ່ງເຮັດ​ໃຫ້ 22 ຄົນ​ເສຍ​ຊີວິດ.

​ໃນ​ວັນ​ອັງ​ຄານວານ​ນີ້ນັກ​ຂ່າວ Ivorty Coast ​ທ່ານ Landy Kohon ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​ຝຣັ່ງ​ໄປ​ຫາອາ​ຟຣິກາວ່າ ຄື້ນຟອງ​ຂອງ​ຝູງ​ຊົນ​ສອງ​ກຸ່ມ ​ທີ່ເຄື່ອນ​ຍ້າຍໄປ​ໃນ​ທິດ​ທາງ​ກົງກັນຂ້າມ​ກັນ ​ໄດ້ມາ​ກະ ທົບກັນຢູ່​ຖະໜົນສາຍ​ນຶ່ງ​ທີ່​ແຄ​ບໆ.

ຜູ້​ເຫັນ​ເຫດການ​ອີກ​ຄົນ​ນຶ່ງ ທ່ານ Amara Traore ກ່າວ​ຕໍ່ວີໂອ​ເອວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຕັນ​ທາງ​ອອກ ຢູ່​ໃນ​ບໍລິ​ເວນເກີດ​ເຫດ ເຮັດ​ໃຫ້​ຝູງ​ຊົນ​ທີ່ແອ​ອັດ​ກັນ​ຢູ່​ນັ້ນ​ເໜັງ​ຕີງ​ບໍ່​ໄດ້.

ບັນດາ​ຜູ້​ເຫັນ​ເຫດການ​ອີກ​ຈໍານວນ​ນຶ່ງ ກ່າວ​ວ່າ ຝູງ​ຊົນຈຳນວນ​ຫຼວງ ຫຼາຍ​ອາດ​ຈະ​ມີ​ປະຕິ
ກິລິຍາ​ຕໍ່ພວກລັກຂະ​ໂມ​ຍ ທີ່​ພະຍຍາມຈົກ​ເອົາ​ກະ​ເປົາ​ເງິນ ຫລື​ສິ່ງ​ຂອງ​ແນວ​ໃດ​ແນ​ວນຶ່ງ​ ຈາກ​ຜູ້ໄປ​ຮ່ວມ​ງານ.

ຢ່າງ​ໜ້​ອຍ 50 ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນອຸປະ​ຕິ​ເຫດດັ່ງກ່າວ. ​ໃນ​ວັນ​ອັງຄານວານ​ນີ້ ປະທາ
ນາທິບໍດີ Alassane Ouattara ​ໄດ້​ຢ້ຽມພວກ ທີ່ໄດ້​ຮັບ​ເຄາະ​ຮ້າຍ​ຈໍານວນ​ນຶ່ງ ຢູ່ທີ່​ໂຮງໝໍ.