ຜູ້ແທນ ECOWAS ຈະພົບປະກັບ ຜູ້ນໍາໄນຈີເຣຍ ເລື້ອງ Ivory Coast

  • ໄພສານ ວໍຣະຈັກ

ປະທານາທິບໍດີເບນິນ (ກາງ) ໄດ້ຖືກຕ້ອນຮັບທີ່ສະໜາມບິນ ໂດຍນາຍົກລັດຖະມົນຕີ ຂອງທ່ານ Laurent Gbagbo ຄືທ່ານ Gilbert Marie N'gbo Ake (ຂວາ) ຂະນະທີ່ທ່ານເດີນທາງ ໄປເຖິງສະໜາມບິນ Abidjan (28 ທັນວາ 2010)

ປະທານາທິບໍດີຈາກອາຟຣິກາຕາເວັນຕົກກຸ່ມນຶ່ງພວມ
ກະກຽມຈະລາຍງານ ໃຫ້ປະທານາທິບໍດີໄນຈີເຣຍຊາບ
ກ່ຽວກັບການດຳເນີນຄວາມພະຍາຍາມຂອງພວກທ່ານ
ໃນ​ການກົດດັນ ໃຫ້ປະທານທິບໍດີ Ivory Coast ຫຼື
Cote D’Ivoire ທ່ານ Laurent Gbagbo ສະລະ
ອຳນາດນັ້ນ.

ເປັນທີ່ຄາດກັນວ່າ ປະທານາທິບໍດີຂອງເບນິນ, Cape
Verde ແລະຊີເອຣາລີອອນຈະພົບປະກັບປະທານາທິ
ບໍດີໄນຈີເຣຍທ່ານ Goodluck Jonathan ທີ່ນະຄອນ
ຫຼວງອາບູຈາ ໃນວັນພຸດມື້ນີ້. ຜູ້ນຳຂອງໄນຈີເຣຍ ເປັນ
ປະທານຂອງ ກຸ່ມປະຊາຄົມເສດຖະກິດ​ແຫ່ງຂົງເຂດອາ
ຟຣິກາຕາເວັນຕົກ ທີ່ເອີ້ນຫຍໍ້ວ່າ ECOWAS ທີ່​ໄດ້ເວົ້າວ່າ ທ່ານ Gbagbo ຕ້ອງອອກ
ຈາກຕຳແໜ່ງຫຼື ຖ້າບໍ່ດັ່ງນັ້ນກໍຈະປະເຊີນກັບການດຳເນີນມາດຕະການທາງທະຫານ.

ຄະ​ນະ​ຜູ້​ນໍາທັງ 3 ໄດ້ພົບປະກັບທ່ານ Gbagbo ທີ່ທຳນຽບປະທານາທິບໍດີໃນວັນອັງຄານ
ວານນີ້ແລະໄດ້ທວງໃຫ້ທ່ານຮັບເອົາຜົນຂອງການເລືອກຕັ້ງໃນເດືອນແລ້ວ. ປະຊາຄົມນາໆ ຊາດໄດ້ຮັບຮູ້ຄູ່ແຂ່ງຂອງທ່ານ ຄືທ່ານ Alassane Ouattara ເປັນຜູ້ຊະນະໃນການເລືອກ
ຕັ້ງ.

ປະທານາທິບໍດີທັງ 3 ບໍ່ໄດ້ອອກຖະແຫຼງການໃດໆ ລຸນຫຼັງການພົບປະໃນເວລາຕໍ່ມາ ກັບ
ທ່ານ Ouattara. ປະທານາທິບໍດີຂອງເບນິນ ທ່ານ Boni Yani ກ່າວແຕ່ພຽງວ່າທຸກຢ່າງ
ໄດ້ດຳເນີນໄປດ້ວຍດີ.

ຂະນະດຽວກັນລັດຖະບານຂອງທ່ານ Gbagbo ກ່າວໃນວັນອັງຄານວານນີ້ວ່າ ຕົນຈະຕັດ
ຄວາມສຳພັນ ກັບປະເທດຕ່າງໆ ທີ່ຮັບຮູ້ພວກທູດທີ່ແຕ່ງຕັ້ງໂດຍທ່ານ Ouattara. ຄໍາ​ຖະ​ແຫລງສະບັບນຶ່ງຂອງລັດຖະບານ​ເວົ້າວ່າ ລັດຖະບານຈະຂັບໄລ່ເອກອັກຄະລັດຖະທູດຂອງ
ບັນດາປະເທດທີ່ໄດ້ຕັດຄວາມສຳພັນກັບພວກທີ່ທ່ານ Gbagbo ໄດ້ແຕ່ງຕັ້ງ.