ສປຊ ປະຕິ​ເສດ​ຕໍ່ຄໍາຮຽກຮ້ອງ ໃຫ້ຖອນກໍາລັງອອກໄປ ຈາກ Ivory Coast

  • ດາຣາ ບັກຄໍາ

ຕໍາຫລວດ Ivory Coast ທີ່ຈົ່ງຮັກພັກດີຕໍ່ປະທານາທິບໍດີ Laurent Gbagbo ປະເຊີນໜ້າກັບພວກສະໜັບ ສະນູນທ່ານ Alassane Ouattara, ໃນລະຫວ່າງການປະທ້ວງໃນນະຄອນຫລວງ Abidjan, ວັນທີ 16 ທັນວາ 2010.

ທ່ານພັນ ຄີມູນ ເລຂາທິການ​ໃຫຍ່ອົງການສະຫະປະຊາ
ຊາດໄດ້ປະຕິ​ເສດ ​ຕໍ່ຄໍາຮຽກຮ້ອງຂອງຜູ້ນໍາທີ່​ມີ​ບັນຫ​າ
ຂອງໄອວໍຣີ ໂຄສ ທ່ານ Laurent Gbagbo ທີ່ທວງ​ໃຫ້
ກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຖອນອອກ ​ໄປຈາກ Ivory Coast.

ທ່ານ ພັນຄີມູນ ກ່າວໃນຖະແຫລງການສະບັບນຶ່ງວ່າ
ພາລະກິດຂອງອົງການສະຫະປະຊາຊາດ ແມ່ນຈະຕ້ອງ​
ເຮັດ​ໃຫ້​ສໍາ​ເລັດ ພາລະ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍມາແລະ
ສືບຕໍ່ຕິດຕາມ​ເບິ່ງແລະບັນທຶກ​ ການຝ່າຝືນສິດທິມະນຸດ
ຕ່າງໆ ການຍຸຍົງ​ໃຫ້​ມີ​ຄວາມ​ກຽດ​ຊັງ​ກັນ ແລະການກໍ່ຄວາມຮຸນແຮງ ຫລືການໂຈມຕີຕໍ່
ກໍາລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດນັ້ນ.

ໃນວັນ​ເສົາ​ວານ​ນີ້ ທ່ານ Gbagbo ໄດ້ສັ່ງໃຫ້ກໍາລັງຮັກສາສັນຕິພາບຕ່າງປະເທດ ອອກ​ໄປຈາກ​ປະເທດທີ່​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງອາຟຣິການັ້ນ ໂດຍກ່າວຫາ ​ເຂົາ​ເຈົ້າ​ວ່າ ໃຫ້ການໜຸນຫລັງພວກຕໍ່ສູ້ທີ່ສະໜັບສະໜຸນທ່ານ Alassane Ouattara ທີ່ເປັນຄູ່ແຂ່ງ ຂອງທ່ານ.

ທ່ານ Ouattara ຖືກຮັບຮູ້ໂດຍພວກກຸ່ມຈັດ​ຕັ້ງ​ນາໆຊາດ ວ່າເປັນຜູ້ໄດ້ຮັບໄຊຊະນະ​ໃນ ການເລືອກຕັ້ງປະທານາທິບໍດີ ​ໃນເດືອນຜ່ານມາ ແຕ່ທ່ານ Gbagbo ບໍ່ຍອມລົງຈາກ ຕໍາແໜ່ງ.