ຄົນງານອີຕາລີ ແລະສະເປນ ພາກັນປະທ້ວງ ແຜນການປະຢັດ ຂອງລັດຖະບານ

  • ທອງປານ ເທບວົງສາ

3月29日在澳大利亚的悉尼,在纪念耶稣受难日的十字架之路活动中,大卫.卡内尔(中)扮演耶稣的角色。

ສະຫະພັນກຳມະບານໃນສະເປນແລະອິຕາລີ ໄດ້ພາກັນຈັດການໂຮມຊຸມ ປະທ້ວງຄັ້ງໃຫຍ່ ເມື່ອວັນອັງຄານວານນີ້ ເພື່ອຕໍ່ຕ້ານມາດຕະການທີ່ເຄັ່ງຄັດຕ່າງໆຂອງລັດຖະບານເພື່ອເອົາ ຊະນະວິກິດການໜີ້ສິນຂອງປະເທດນັ້ນ.

ໃນສະເປນ ພວກປະທ້ວງຕໍ່ຕ້ານລັດຖະບານຫລາຍພັນຄົນ ທີ່ເຕົ້າໂຮມກັນຢູ່ໃນນະຄອນ ຫຼວງມາດຣິດແລະຫົວເມືອງອື່ນໆໄດ້ພາເດີນຂະບວນປະທ້ວງຕໍ່ຕ້ານ ການຕັດງົບປະມານ ແລະການປະຕິຮູບລັດຖະທໍາມະນູນ ທີ່ໄດ້ຖືກສະເໜີໄປນັ້ນ ເພື່ອຈຳກັດການໃຊ້ຈ່າຍຂອງ ລັດຖະບານ. ພວກ ນັກວິຈານກ່າວວ່າ ແຜນການດັ່ງກ່າວຂອງລັດຖະບານແມ່ນຂົ່ມຂູ່ຕໍ່ໂຄງ ການສັງຄົມຕ່າງໆ.

ສະພາສູງຂອງສະເປນ ມີໝາຍກໍານົດຈະລົງຄະແນນສຽງ ໃນວັນພຸດມື້ນີ້ ກ່ຽວກັບບົດແກ້ໄຂ ລັດຖະທໍາມະນູນທີ່ອາດຈະຈໍາກັດການຂາດດຸນງົບປະມານຂອງລັດຖະບານກາງ ແລະລັດຖະ ບານສ່ວນພູມິພາກນັ້ນ.

ສ່ວນທີ່ປະເທດອິຕາລີ ການນັດຢຸດງານປະທ້ວງໃນທົ່ວປະເທດ ໄດ້ລົບກວນລະບົບການຂົນ ສົ່ງສາທາລະນະ ແລະການຜະລິດ ໃນຄວາມພະຍາຍາມເພື່ອກົດດັນລັດຖະບານກ່ອນການ ອະພິປາຍໃນສະພາແຫ່ງຊາດ ກ່ຽວກັບແຜນການປະຢັດມັດທະຍັດສະບັບໃໝ່ທີ່ເຄັ່ງຄັດກວ່າ ເກົ່າ ໃນມູນ ຄ່າ 65 ພັນລ້ານໂດລາ.

ເມື່ອວັນອັງຄານວານນີ້ ຄະນະກໍາມະການຢູໂຣບ ໄດ້ສະແດງຄວາມຍິນດີຕໍ່ການຕັດສິນໃຈ ຂອງລັດຖະບານອິຕາລີ ໃນການເພີ່ມຄວາມເຄັ່ງຄັດ ຕໍ່ມາດຕະການປະຢັດຕື່ມອີກ ນັ້ນກໍຄື ການຕັດສິນໃຈທີ່ຈະໃຫ້ຄວາມສຳຄັນຕໍ່ ຫລັກການສ້າງຄວາມສົມດຸນໃຫ້ງົບປະມານ ຢູ່ໃນ ລັດຖະທໍາມະນູນ ແລະລົບລ້າງແຂວງຕ່າງໆ.