ເຈົ້າໜ້າທີ່ ອີຕາລີ ກ່າວວ່າ ລັດຖະບານຂອງພວກເຂົາເຈົ້າ ໄດ້ບອກກັບຄະນະກຳມາ
ທິການຢູໂຣບ ໃນ Brussels ວ່າ ຕົນກຳລັງພິຈາລະນາ ທີ່ຈະປະຕິເສດ ບໍ່ຮັບເອົາການ
ເຂົ້າມາຂອງພວກອົບພະຍົບ ທີ່ເດີນທາງໄປຍັງຢູໂຣບ ທີ່ໄດ້ຖືກຊ່ອຍກູ້ໄພ ຈາກຍ້ອນ
ເຮືອຫຼົ້ມຢູ່ທະເລ Mediterranean.
ຂໍ້ສະເໜີໃນການແກ້ໄຂຂອງອີຕາລີ ນັ້ນ ກໍແມ່ນຍຸຕິເຮືອ ທີ່ບໍ່ໄດ້ລົງທະບຽນຢູ່ອີຕາລີ
ໃຫ້ເຂົ້າໄປໃນທ່າຂອງຕົນ ຖ້າຫາກວ່າ ຈຸດປະສົງຂອງພວກເຂົານັ້ນ ແມ່ນເພື່ອນຳສົ່ງ
ພວກອົບພະຍົບພວກນີ້.
ພວກອົບພະຍົບ ແລະພວກຍົກຍ້າຍ ລໍຖ້າການລໍຄອຍ ຖ້າສະມາຊິກຂອງອົງການ NGO Proactiva Open Arms, ໃນຂະນະທີ່ພວກເຂົາເຈົ້າຢູ່ໃນເຮືອຢາງທີ່ແອອັດ ຢູ່ໜ້ານ້ຳທະເລເມດິເຕເຣນຽນ ຫ່າງປະມານ 21 ໄມລ ພາກເໜືອຂອງເມືອງ Sabratha, ລີເບຍ, 3 ກຸມພາ, 2017.
ການເອົາບາດກ້າວທີ່ແຂງຂັນ ທີ່ວ່ານີ້ ມີຂຶ້ນ ຫຼັງຈາກພວກຂໍລີ້ໄພແລະອົບພະຍົບທາງດ້ານເສດຖະກິດ ປະມານ 11 ພັນຄົນ, ໂດຍສະເພາະຈາກບັນດາປະເທດອາຟຣິກາ ທີ່ໄປຮອດ
ໄປເຖິງຝັ່ງອີຕາລີ ໃນຊ່ວງໄລຍະ 4 ມື້ຜ່ານມານີ້ ຈາກປະເທດລີເບຍທີ່ປະສົບກັບໄພສົງ
ຄາມ. ຂໍ້ຄວາມໃນຈົດໝາຍ ທີ່ສົ່ງເຖິງຄະນະກຳມາທິການ ເອກອັກຄະລັດຖະທູດອີຕາລີ
ປະຈຳຢູໂຣບ ທ່ານ Maurizio Massari ໄດ້ກ່າວວ່າ ສະຖານະການນີ້ ແມ່ນໄດ້ “ບໍ່ສາ
ມາດຍືນຍົງໄດ້ແລ້ວ.”
ໃນກອງປະຊຸມເມື່ອວັນພຸດວານນີ້ ທ່ານ Massari ໄດ້ແຈ້ງໃຫ້ທ່ານ Dimitris Avramo-
poulos ກຳມະການຂອງຢູໂຣບ ຮັບຜິດຊອບກ່ຽວກັບພວກອົບພະຍົບ ຊາບວ່າ ລັດຖະ
ບານຂອງເພິ່ນ ເວລານີ້ກຳລັງພິຈາລະນາທີ່ຈະປະຕິເສດ ສິດໃນການເຂົ້າຈອດ ຂອງເຮືອ
ໃດໆ ທີ່ບໍ່ໄດ້ມີທຸງອີຕາລີປັກຢູ່ ຫຼືບໍ່ມີສ່ວນໃນການປະຕິບັດງານຂອງສະຫະພາບຢູໂຣບ
ແລະຊ່ອຍເຫຼືອກູ້ໄພ ໃນທະເລ Mediterranean.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ພວກອົບພະຍົບ ລໍຖ້າທີ່ຈະອອກຈາກເຮືອ Vos Hestia ໃນຂະນະທີ່ພວກເຂົາເຈົ້າທີ່ທ່າ Crotone, ຫຼັງຈາກທີ່ໄດ້ຮັບການຊ່ອຍເຫຼືອ "ຊ່ອຍພວກເດັກນ້ອຍ" ໃນຝັ່ງທະເລເມດິຕິເຣນຽນ ທີ່ຝັ່ງລີເບຍ, ໃນ Crotone, ອີຕາລີ, 21 ມິຖຸນາ, 2017.