ຈໍານວນຜູ້ເສຍຊີວິດ ເພີ່ມຂຶ້ນ ໃນເຫດກໍາປັ່ນຫລົ້ມ ທີ່ອີຕາລີ

  • ສິງ ບູຣົມມະວົງ

ພວກຜູ້ຊ່ອຍກູ້ໄພພາກັນດໍາເນີນງານຢູ່ອ້ອມກໍາປັ່ນ Costa Concordia ຫລັງຈາກແລ່ນໄປຄາໂຫງ່ນຫິນ ຢູ່ນອກຝັ່ງທະເລ ເກາະ Isdel Giglio ອີຕາລີ. ວັນທີ 16 ມັງກອນ 2012.



















ເຈົ້າ​ຂອງ​ກໍາ​ປັ່ນ​ໂດຍສານ Costa Concordia ຂອງ​ອີ​ຕາ​ລີ ທີ່​ແລ່ນໄປ​ຕໍາ ແລະຄາ​
ໂຫງ່ນຫິນ​ໃນ​ວັນ​ສຸກ​ຜ່ານ​ມາ ​ສົ່ງ​ຜົນໃຫ້ພວກ​ຄົນ​ໂດຍສານ​ເສຍ​ຊີວິດ​ໄປ​ແລ້ວ​ຢ່າງ​ໜ້ອຍ
6 ຄົນນັ້ນ ​ກ່າວ​ວ່າ ກັບຕັນ​ກໍາ​ປັ່ນ​ໄດ້ທໍາ​ການ​ຕັດສິນ​ໃຈ​ຢ່າງ​ຜິດພາດ​ຫລາຍ​ຢ່າງ.

ບໍລິສັດ​ເດີນ​ເຮືອ Crosta Crociere ກ່າວໃນວັນອາທິດວານນີ້ວ່າ ກັບຕັນໄດ້ນໍາເຮືອ
ເຂົ້າໄປໃກ້ຝັ່ງໂພດ ແລະໃນລະຫວ່າງເກີດ​ເຫດສຸກເສີນນັ້ນໄດ້ທໍາການຕັດສິນໃຈທີ່ບໍ່
ໄດ້ປະຕິບັດຕາມຂັ້ນຕອນຂອງລະບຽບ​ການ​ຂອງບໍລິສັດ ທີ່ວາງ​ໄວ້​ຕາມມາດຕະຖານ
ສາກົນນັ້ນ. ບໍລິສັດບໍ່ໄດ້ບອກໃຫ້ຮູ້ຢ່າງເຈະຈົງກ່ຽວກັບບາດກ້າວຕ່າງໆທີ່ກັບຕັນ
Francesco Schettino ບໍ່ໄດ້ປະຕິບັດຕາມນັ້ນ.

ເວລານີ້ ກັບຕັນຄົນນີ້ກໍາລັງຖືກຂັງຢູໃນຄຸກ ປະເຊີນກັບຂໍ້ຫາຖານທໍາການຄາດຕະກໍາ
ຍ້ອນໄດ້ແລ່ນເຮືອນອກເສ້ນທາງເດີນ ແລະປະລະເຮືອ ໃນຂະນະທີ່ພວກໂດຍສານພາ
ກັນ​ດິ້ນຮົນເພື່ອຊອກຫາບ່ອນປອດໄພຢູ່ນັ້ນ.

ບັນດາເຈົ້າໜ້າທີ່ສອບສວນສືບສວນ ໄດ້ເລີ້ມທໍາການວິໄຈເບິ່ງເຄື່ອງອັດສຽງຂໍ້ມູນຂອງ
ເຮືອໂດຍສານລໍານີ້ແລ້ວ ຊຶ່ງເຄື່ອງອັດສຽງນີ້ໄດ້ບັນທຶກສຽງ ​ແລະ​ຂໍ້​ມູນ​ຕ່າງໆ​ກ່ຽວກັບ
ການເຄື່ອນໄຫວຂອງເຮືອກ່ອນເກີດອຸບັດເຫດນັ້ນ.

ສົບຂອງຜູ້ເສຍຊີວິດຄົນທີ 6 ໄດ້ຖືກພົບເຫັນໃນຕອນເຊົ້າໆວັນຈັນມື້ນີ້ ຊຶ່ງບັດນີ້ເຮັດໃຫ້
ມີຢ່າງໜ້ອຍ 14 ຄົນ ຍັງຫາຍສາບສູນຢູ່ ທີ່ຮວມທັງພວກລູກເຮືອຫລາຍຄົນນໍາ.

ມີຄົນໂດຍສານພ້ອມດ້ວຍລູກເຮືອທັງໝົດຈໍານວນຫລາຍກວ່າ 4 ພັນ ຄົນຢູ່ໃນເຮືອໂດຍ
ສານທ່ອງທ່ຽວລໍານີ້ ເວລາແລ່ນ​ໄປ​ຕໍາ​ແລະ​ຄາໂຫງ່ນຫິນ ໃນຕອນແລງວັນສຸກຜ່ານມາ
ຢູ່ນອກຝັ່ງທະເລໃນພາກເໜືອຂອງອີຕາລີ​ແລ້ວ​ຫງ່ຽງ​ຫລົ້ມລົງ ຍ້ອນ​ນໍ້າ​ໄຫລ​ເຂົ້າ​ເຮືອ
ທາງ​ຮູ​ໃຫຍ່​ ບ່ອນ​ທີ່​ໄປ​ຕໍາ​ເອົາ​ໂຫງ່ນຫິນ​ນັ້ນ. ພວກທີ່ລອດຊີວິດບັນລະຍາຍເຖິງເຫດການ
ທີ່ວຸ້ນວາຍແລະໜ້າຢ້ານກົວ ຊຶ່ງບາງຄົນກ່າວວ່າ ບໍ່ມີການຈັດຕັ້ງໃດໆເລີຍ.

ໃນຂະນະດຽວກັນ ມີຫລາຍຄົນພາກັນໂຕນອອກຈາກເຮືອລົງໃສ່ນໍ້າທະເລ ທີ່ເຢັນເປັນນໍ້າ
ກ້ອນ ແລະລອຍເຂົ້າຫາຝັ່ງ.