ກອງທັບເຮືອ ອີຕາລີ ຊ່ວຍເຫຼືອ ຊາວຍົກຍ້າຍຖິ່ນຖານ 3,000 ຄົນ ໃນແມດິເທີເຣນຽນ

ໃນພາບນີ້ ສະໜອງໂດຍ ກອງທັບເຮືອ ອີຕາລີ ສະແດງໃຫ້ເຫັນ ເຮືອຂອງຊາວຍົກຍ້າຍຖິ່ນຖານ ກຳລັງຖືກ ເຮືອລຳນ້ອຍ ຂອງກອງທັບເຮືອ ອີຕາລີ ເຂົ້າໄປກວດສອບ ຢູ່ໃນມະຫາສະມຸດ ແມດິເທີເຣນຽນ, ວັນທີ 22 ສິງຫາ 2015.

ໜ່ວຍ​ທະຫານ​ຍາມ​ຝັ່ງ ອີ​ຕາ​ລີ ກ່າວ​ວ່າ ທະຫານ​ເຮືອ​ໄດ້​
ຊ່ວຍ​ເຫຼືອ ພວກຍົກຍ້າຍ​ໄປ​ຫາ​ຕັ້ງ​ຖິ່ນ​ຖານ 3,000 ຄົນ
ຢູ່​ນອກ​ຝັ່ງຂອງ​ລີ​ເບຍ ​ເພື່ອ​ຕອບ​ສະໜອງ ຄຳ​ຮ້ອງຂໍຄວາມ
​ຊ່ວຍ​ເຫຼືອຈາກ ກໍ່າ​ປັ່ນຫຼາຍກວ່າ 20 ລຳ.

ອີ​ຕາ​ລີ​ໄດ້​ປະຕິບັດ​ ການ​ຊ່ວຍ​ເຫຼືອທີ່​ຄ້າຍຄືກັນ​ນີ້ ​ເປັນ​ປະຈຳ
​ໂດຍ​ນຳ​ເອົາ​ຊາວ​ຍົກຍ້າຍ​ຖິ່ນ​ຖານຫຼາຍຮ້ອຍ​ຄົນ ​ຂຶ້ນໄປ​ຍັງ
​ທ່າ​ເຮືອຕ່າງໆ ​ຂອງ​ຕົນ ​ແຕ່ ຂະໜາດ​ຂອງ​ພາລະກິດ ​ໃນ​ວັນ
​ເສົາ​ວານ​ນີ້ ​ແມ່ນ​ວ່າ​ໃຫຍ່ຫຼາຍ ​ຜິດປົກກະຕິ.

ມາ​ເຖິງ​ປີ​ນີ້ ​ຊາວ​ຍົກຍ້າຍ​ຖິ່ນ​ຖານ ຫຼາຍກວ່າ 100,000 ຄົນ
​ໄດ້​ທຳ​ການ​ຂ້າມ​ມະຫາ​ສະ​ມຸດ ​ແມ​ດິ​ເທີ​ແຣນຽນ ​ໄປ​ຍັງ​ອີ​ຕາ​ລີ ເປັນທີ່​ສຳ​ເລັດ.

ການ​ເດີນທາງນັ້ນ ແມ່ນ​ມີຄວາມອັນຕະລາ​ຍ ​ເພາະວ່າ ​ພວກ​ເຂົາ​ເຈົ້າຂີ່​ເຮືອ​ລຳ​ນ້ອຍໆ
ທີ່​ບັນຈຸ​ຄົນຫຼາຍ​ເກີນ​ກຳນົດ ພວກ​ເຮືອ​ເຫຼົ່ານັ້ນພະຍາຍາມ​ບຸກ​ບືນ ຜ່ານຜ່າ​ທະ​ເລ ທີ່​ມີ​
ຄື້ນຟອງ​ແຮງ.

Your browser doesn’t support HTML5

Italy Migrants

ຫຼາຍກວ່າ 2,300 ຄົນ ​ໄດ້​ເສຍ​ຊີວິດ​ແລ້ວ ​ໃນ​ຄວາມ​ພະຍາຍາມ ​ເພື່ອ​ຈະ​ເດີນທາງ​ໄປ​ເຖິງ
​ຢູ​ໂຣບ​ໃນ​ປີ​ນີ້. ​ແລະໄດ້​ມີ​ຜູ້​ເສຍ​ຊີວິດ ຜ່ານ​ມາ​ ທັງ​ໝົດ 3,279 ຄົນ​ ສຳ​ຫລັບ​ປີ 2014.

ຢູ​ໂຣບ ​ໄດ້ພະຍາຍາມຈະ​ຮັບ​ມືກັບ ການຫລັ່ງ​ໄຫລ​ເຂົ້າມາ​ຂອງ​ຊາວ​ຍົກຍ້າຍ​ຖິ່ນ​ຖານ.
ກ່ອນ​ອື່ນ ພວກ​ຊາວ​ຍົກຍ້າຍ​ຖິ່ນ​ຖານ ມັກ​ຈະໄປຂຶ້ນຝັ່ງ ຢູ່ທີ່​ອີ​ຕາລີ​ ​ແລະ ​ກຣິສ ຕໍ່​ຈາກ​ນັ້ນ
ບາງ​ເທື່ອຈະ​ເດີນທາງຕໍ່​ໄປຍັງ​ປະ​ເທດ ຢູ່ທາງ​ພາກ​ເໜືອ​ຂອງຢູ​ໂຣບ ບ່ອນ​ທີ່​ຊຸມ​ຊົນ​
ຈຳນວນ​ໜຶ່ງ ​ກໍ​ຍິນ​ດີ​ຕ້ອນຮັບເອົາ​ພວກ​ເຂົາ​ເຈົ້າ ​ແລະ ສ່ວນພວກ​ຄົນ​ອື່ນໆ ​ໄດ້​ປະ​ທ້ວງ​ການເຂົ້າ​ໄປ ຂອງ​ຊາວ​ຍົກຍ້າຍ​ຖິ່ນ​ຖານນັ້ນ.