ອີຕາລີ ກູ້ໄພ ອົບພະຍົບ ເທິງເຮືອຂົນເຄື່ອງ ທີ່ຖືກປະຖິ້ມ ໂດຍລູກເຮືອ

ພວກອົບພະຍົບທີ່ພົບເຫັນຢູ່ໃນເຮືອຂົນເຄື່ອງ Blue Sky ທີ່ບັນຈຸຊາວອົບພະຍົບ ປະມານໄດ້ວ່າມີ 900 ຄົນ ໃນຂະນະທີ່ພວກເຂົາເຈົ້າໄປເຖິງ ເມືອງທ່າ Gallipoli ຢູ່ພາກໃຕ້ ຂອງອີຕາລີ, ວັນທີ 31 ທັນວາ 2014.

ບັນດາ​ເຈົ້າໜ້າ​ທີ່ ອີ​ຕາ​ລີ ໄດ້ເຂົ້າຄວບຄຸມເຮືອຂົນເຄື່ອງລຳໜຶ່ງ
ທີ່ບັນທຸກພວກອົບ​ພະຍົບຫຼາຍຮ້ອຍ​ຄົນ ຊຶ່ງພວກລູກເຮືອໄດ້ປະ
ຖິ້ມໜີໄປ ຢູ່ນອກແຄມຝັ່ງຂອງອີຕາລີ.

ນີ້ແມ່ນເທື່ອທີສອງ ໃນອາທິດນີ້ ທີ່ໜ່ວຍຍາມຝັ່ງອີຕາລີ ໄດ້ຊ່ວຍ
ກູ້ໄພເຮືອປະເພດນີ້.

ພວກເຈົ້າໜ້າທີ່ ຈາກໜ່ວຍຍາມຝັ່ງອີຕາລີ ໄດ້ຖືກຢ່ອນລົງໄປ
ໃສ່ເຮືອ Ezadeen ຈາກເຮືອບິນເຮຣີຄອບເຕີ້.

ເຮືອລຳນີ້ ທີ່ຕິດ​ທຸງຂອງ​ປະ​ເທດ ຊີ​ແອຣາ ​ເລ​ອອນ ​ແມ່ນ​ບໍ່ມີ​
ລູກ​ເຮືອ​ຢູ່ເທິງເຮືອເລີຍ ​ແລະ ​ໄດ້​ສູນ​ເສຍ​ການ​ຄວບ​ຄຸມ ​ໃນ​ທະ​ເລ​ທີ່​ປັ່ນ​ປ່ວນ ຢູ່ນອກ
ແຄມຝັ່ງ​ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້ ຂອງ​ອີ​ຕາ​ລີ. ​ເຈົ້າໜ້າ​ທີ່​ໄດ້​ປະ​ມານວ່າ ມີ​ປະມານ
450 ຄົນ​ຢູ່​ໃນ​ເຮືອ​ດັ່ງກ່າວ ຮວມທັງພວກ ແມ່ຍິງ ແລະເດັກນ້ອຍ. ສ່ວນໃຫຍ່ແລ້ວຄິດວ່າ
ເປັນຊາວຊີເຣຍ.

ກ່ອນໜ້ານີ້ ຜູ້​ໂດຍສານ​ຄົນ​ໜຶ່ງສາມາດ​ນຳ​ໃຊ້​ວິທະຍຸ​ຂອງ​ເຮືອ​ດັ່ງກ່າວ​ ​ແລະ ​ໄດ້​ແຈ້ງ​ໃຫ້​
ເຈົ້າໜ້າ​ທີ່​ຊາບ​ວ່າ ພວກລູກ​ເຮືອ​ໄດ້​ໜີ​ອອກ​ຈາກ​ເຮືອ​ໄປ​ແລ້ວ.

​ໃນ​ວັນ​ພຸດ​ຜ່ານ​ມາ ທະຫານ​ເຮືອ​ອີ​ຕາ​ລີ ​ໄດ້​ສະກັດ​ກັ້ນ ​ເຮືອ​ລຳ​ໜຶ່ງ ທີ່ ບັນທຸກອົບ​ພະຍົບ
700 ກວ່າ​ຄົນ ທີ່​ລ່ອງ​ລອຍ​ຢູ່ກາງທະເລ ໂດຍ​ລະບົບ​ຄວບຄຸມເຮືອອັດຕະ​ໂນ​ມັດ ໃຫ້ໄປ
ຕຳໂງ່ນຫີນ ຢູ່ທາງຝັ່ງທະເລກ້ຳ​ ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ອີ​ຕາ​ລີ. ​ເຮືອລຳນີ້ ​ໄດ້​ຖືກ​ປະຖິ້ມ​ ໂດຍ​ພວກລັກລອບ​ເອົາ​ຄົນ​ຂ້າມ​ຟາກ​ເຊັ່ນ​ກັນ.

​ເຮືອບັນທຸກ ທີ່​ຊື່ວ່າ Blue Sky ຊຶ່ງໄດ້ຈົດ​ທະບຽນ​ເປັນ​ຂອງ​ປະ​ເທດ Moldova ນັ້ນ ​ແມ່ນ ຢູ່ໃນລັດສະໝີ 8 ກິ​ໂລ​ແມັດ ທີ່ຈະເກີດໄພພິບັດ ກ່ອນ​ໜ້າທະຫານ​ເຮືອ 6 ຄົນ ​ໄດ້​ຖືກ​ຢ່ອນລົງໄປ​ໃນ​ເຮືອ ​ໂດຍ​ເຮ​ລິ​ຄອບ​ເຕີ້ ​ແລະ​ໄດ້​ເຂົ້າ​ໄປ​ຄວບ​ຄຸມ​ເຮືອ​ດັ່ງກ່າວ​ຢ່າງ​ສຳ​ເລັດຜົນ. ​ເຮືອ ລຳ​ນີ້​ໄດ້​ຖືກ​ນຳໄປ​ຈອດຢູ່​ເມືອງທ່່າ Gallipoli ທາງ​ທິດ​ໃຕ້ຂອງອີຕາລີ ຢ່າງ​ປອດ​ໄພ​ແລ້ວ.

ພວກ​ຄົນ​ທີ່ຢູ່​ໃນ​ເຮືອ Blue Sky ນັ້ນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ອົບ​ພະຍົບ ຊາວ​ຊີ​ເຣຍ ​ແລະ
ຊາວ​ເຄີ​ດ.

Your browser doesn’t support HTML5

ITALY MIGRANTS VIDEO