ອີຕາລີແລະຝຣັ່ງ ຊ່ອຍ ອົບພະຍົບ 1,400 ຄົນ ຈາກທະເລ ເມດີເທີເຣນຽນ

ຊາວອົບພະຍົບ ສ່ວນນຶ່ງ ທີ່ອີຕາລີ ແລະ ຝຣັ່ງ ຊ່ອຍເຫຼືອມາໄດ້ ຂອງຈຳນວນຫຼາຍກວ່າ 3,600 ຄົນ ໃນວັນເສົາຜ່ານມາ ຈາກທະເລ ເມດີເທີເຣນຽນ ໃກ້ກັບລີເບຍ ເດີນທາງໄປເຖິງ ທ່າເຮືອ Lampedusa ທາງພາກໃຕ້ຂອງອີຕາລີ, ວັນທີ 2 ພຶດສະພາ 2015.

ອີ​ຕາ​ລີ ​ແລະ ຝຣັ່ງ ​ໄດ້​ປະຕິບັດພາລະກິດ​ຈຳນວນ​ນຶ່ງ​ ໃນ​
ວັນ​ເສົາ​ວານ​ນີ້ ​ເພື່ອ​ຊ່ອຍເຫຼືອພວກ​ອົບ​ພະ​ຍົບ ຫຼາຍກວ່າ
1,400 ຄົນ ທີ່ຕົກ​ຄ້າງ​ໃນ​ທະ​ເລ Mediterranean ນອກ
​ຝັ່ງຂອງ​ລີ​ເບຍ ຫຼັງຈາກເຮືອ​ຂົນ​ສົ່ງ​ ຂອງພວກ​ຄ້າ​ມະ​ນຸດ
ເກີດຕິດ​ຂັດຢູ່ທີ່​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ອີ​ຕາ​ລີ ກ່າວ​ວ່າ ໜ່ວຍ​ຍາມ​ຝັ່ງ ​ແລະ ກອງທັບ
​ເຮືອຂອງ​ຕົນ ​ໄດ້​ຊ່ອຍ​ເຫຼືອ ພວກອົບ​ພະຍົບ 1,200 ຄົນ ​ໃນ​
ການ​ປະຕິບັດ​ການຫຼາຍໆ​ບັ້ນ ​ເພື່ອຈັດ​ສົ່ງ​ພວກ​ອົບ​ພະຍົບ
ເຫຼົ່ານັ້ນ ​ໄປ​ຍັງ​ທ່າ​ເຮືອ​ຕ່າງໆ​ຂອງ​ອີ​ຕາ​ລີ.

​ໃນ​ຂະນະ​ດຽວ​ກັນ ​ເຮືອລຳ​ນຶ່ງ​ຂອງຝຣັ່ງ ​ໄດ້​ຊ່ອຍ​ດຶງເອົາ​ພວກ​ອົບ​ພະ ຍົບ ຫຼາຍກວ່າ 200
ຄົນ ​ແລະ ສອງ​ຄົນ ທີ່​ສົງໄສວ່າ ​ເປັນ​ພວກ​ຄ້າ​ມະນຸດ ຂຶ້ນຈາກທະ​ເລ Mediterranean
ນອກ​ຝັ່ງຂອງ​ລີ​ເບຍ ​ແລະ ​ໄດ້​ນຳ​ສົ່ງ​ພວກ​ເຂົາ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າ​ທີ່ ອີ​ຕາ​ລີຕໍ່​ໄປ.

ມີພວກອົບ​ພະຍົບປະມານ 150,000 ຄົນ ​ໄດ້​ໄປ​ຮອດອີ​ຕາ​ລີ ​ໃນ​ປີ​ກາຍ​ນີ້. Rome ກ່າວ​
ເມື່ອ​ບໍ່​ດົນ​ມາ​ນີ້ ​ວ່າ 5,000 ຄົນ​ ອາດມາ​ຮອດ​ຝັ່ງ​ຕ່າງໆຂອງ​ຕົນ ​ແຕ່ລະ​ທິດ ຕະຫລອດ 4 ​
ເດືອນ​ຂ້າງ​ໜ້າ ​ຊຶ່ງເປັນ​ຈຳນວນຫຼາຍຮອດ 200,000 ຄົນ ພາຍ​ໃນ​ທ້າຍ​ປີ​ນີ້.

ນັບ​ຕັ້ງ​ແຕ່ ມີ​ການ​ຍົກ​ເລີກ​ ສະໜອງ​ທຶນ​ໃຫ້​ແກ່ໂຄງການ​ ຊ່ອຍ​ເຫຼືອພວກ​ອົ​ບພະ​ຍົບ ປີ
2014 ຂອງສະຫະພາບ​ຢູ​ໂຣບ ​ເປັນຕົ້ນມາ ອີ​ຕາ​ລີ ​ໄດ້​ແບກ​ຫາບ​ພາລະ​ ການ​ຊ່ອຍ​ເຫຼືອ
ພວກ​ອົບ​ພະຍົບ ຢູ່​ໃນ​ທະ​ເລ ​ຍ້ອນ​ເຫດຜົນ​ພູມປະ​ເທດຂອງ​ຕົນ ​ມີຊາຍ​ແດນ​ຕິດຈອດ
ກັບອາ​ຟຣິກາ ເໜືອນັ້ນ​ເອງ.

Your browser doesn’t support HTML5

Italy Migrants

Italy and France conducted several operations Saturday to rescue more than 1,400 migrants stranded in the Mediterranean Sea off the coast of Libya after their smugglers' vessels ran into trouble.

Italian officials said the coast guard and navy rescued 1,200 migrants in several maneuvers, delivering the migrants to various Italian ports.

Meanwhile, a French ship plucked more than 200 migrants and two people suspected of being smugglers from the Mediterranean off the coast of Libya and handed them over to Italian authorities.

About 150,000 migrants reached Italy last year. Rome said recently that 5,000 could reach its shores each week over the next four months - as many as 200,000 by the end of the year.

Since the defunding of a 2014 European Union migrant rescue program, Italy has shouldered most of the burden of rescuing migrants at sea because of its geographical proximity to northern Africa.