ບັນດາໄອຍະການອີຕາລີ ໄດ້ອອກຄຳສັ່ງໃຫ້ຈັບກຸມ ຜູ້ລອດຊີວິດ
ສອງຄົນ ຈາກເຫດເຮືອອົບພະຍົບຫລົ້ມ ເມື່ອວັນອາທິດຜ່ານມາ
ທີ່ສົງໄສ ວ່າ ເປັນພວກຄ້າມະນຸດ.
ບັນດາເຈົ້າໜ້າທີ່ ໄດ້ລະບຸໂຕພວກຕ້ອງສົງໄສ ໃນຕອນຄ່ຳຄືນ
ວັນຈັນວານນີ້ ວ່າເປັນ ກັບຕັນເຮືອຂົນສົ່ງຊາວຕູນີເຊຍ ແລະ
ຜູ້ຊ່ວຍຄົນທີນຶ່ງ ທີ່ເປັນຊາວຊີເຣຍ. ເຈົ້າໜ້າທີ່ ກ່າວຫາພວກເຂົ້າ
ທັງສອງ ວ່າ ໄດ້ຄວບຄຸມເຮືອຂົນສົ່ງ ທີ່ບັນຈຸຄົນເກີນກຳນົດ ຢ່າງ
ຫລວງຫຼາຍ ໃນເວລາເຮືອລຳດັ່ງກ່າວ ໄດ້ປິ້ນຂວ້ຳລົງ ຢູ່ນອກຝັ່ງ
ຂອງລີເບຍ ພ້ອມດ້ວຍຜູ້ໂດຍສານຫຼາຍກວ່າ 900 ຄົນຢູ່ໃນເຮືອ.
Your browser doesn’t support HTML5
Italy Migrants Suspects
ບັນດາເຈົ້າໜ້າທີ່ກ່າວວ່າ ພວກຕ້ອງສົງໄສ ໄດ້ຖືກພົບພໍ້ຢູ່ໃນກຸ່ມພວກລອດຊີວິດ ຈຳນວນ
27 ຄົນ ຫຼັງຈາກທີ່ໄດ້ທຳການສຳພາດ ພວກເຂົາເຈົ້າຫລັງຈາກເກີດເຫດ ໃນອັນທີ່ປາກົດ
ວ່າ ເປັນໄພພິບັດ ທີ່ມີອົບພະຍົບເສຍຊີວິດຫຼາຍທີ່ສຸດ ໃນທະເລ Mediterranean.
ເສັ້ນທາງການອົບພະຍົບ ເຂົ້າໄປຍັງ ຢູໂຣບ ຈາກປະເທດອາຟຣິກກາ ແລະ ຕາເວັນອອກກາງ
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbott
ຊຶ່ງລັດຖະບານຂອງທ່ານ ເມື່ອບໍ່ນານມານີ້ ໄດ້ຮັບຮອງເອົາ
ກົດລະບຽບໃໝ່ຫຼາຍຢ່າງ ກ່ຽວກັບຊາວອົບພະຍົບ ທີ່ຊອກ
ຫາທາງຂໍລີ້ໄພ ໂດຍກ່າວຕໍ່ບັນດານັກຂ່າວ ຢູ່ນະຄອນຫລວງ
Canberra ໃນວັນອັງຄານມື້ນີ້ວ່າ ຢູໂຣບ ຄວນເຮັດຄືກັນ
ກັບຕົນ ເພື່ອທີ່ຈະສະກັດກັ້ນ ບໍ່ໃຫ້ມີການເສຍຊີວິດ ຢູ່ໃນ
ທະເລ.
ກົດລະບຽບໃໝ່ຕ່າງໆ ຂອງອອສເຕຣເລຍແມ່ນນຳໃຊ້ກອງທັບ
ເຮືອໃຫ້ ບັງຄັບໃຫ້ເຮືອຕ່າງໆ ທີ່ເຕັມໄປດ້ວຍພວກທີ່ຊອກຫາ
ທາງຂໍລີ້ໄພ ອອກໄປ ກ່ອນທີ່ພວກເຂົາເຫຼົ່ານັ້ນຈະໄປຮອດຝັ່ງຂອງອອສເຕຣເລຍ ດ້ວຍ
ການສົ່ງພວກເຂົາ ກັບຄືນໄປປະເທດທີ່ພວກເຂົາເດີນທາງມາ ຫຼື ສົ່ງໄປສູນອົບພະຍົບ
ຕ່າງໆ ຢູ່ໃນເກາະ Nauru ແລະ Papua New Guinea ໃນມະຫາສະມຸດປາຊີຟິກນັ້ນ.
Your browser doesn’t support HTML5
Rocked By Migrants Deaths, Europe Debates Boosting Rescue Operation
ທ່ານ Abbott ກ່າວອີກວ່າ ມີພຽງທາງດຽວທີ່ຈະຢຸດຢັ້ງ ການສູນເສຍຊີວິດໄດ້ ແມ່ນວ່າ
ຕ້ອງຢຸດພວກເຮືອເຫຼົ່ານັ້ນ.
ເມື່ອຕອນເຊົ້າວັນຈັນວານນີ້ ຫົວໜ້າສະຫະພາບຢູໂຣບ ໄດ້ຮຽກຮ້ອງ ໃຫ້ ບັນດາປະມຸກ
ຂອງປະເທດຢູໂຣບ ຈຳນວນ 28 ທ່ານ ທຳການປະຊຸມສຸກເສີນ ເພື່ອທີ່ຈະປະເຊີນໜ້າກັບ
ວິກິດການອົບພະຍົບ ທີ່ບໍ່ເຄີຍມີມາກ່ອນ. ກອງປະຊຸມສຸດຍອດ ທີ່ນະຄອນ Brussels ນັ້ນ
ຈະມີຂຶ້ນໃນວັນພະຫັດທີ່ຈະມາເຖິງນີ້.
Prosecutors Blame Captain for Migrant Deaths