ສານອິຕາລີ ຕັດສິນຍົກເລີກ ຄະດີສິນບົນຕໍ່ ທ່ານ Berlusconi

  • ທອງປານ ເທບວົງສາ

ອະດີດນາຍົກລັດຖະມົນຕີ Silvio Berlusconi ອອກຈາກທໍານຽບປະທານາທິບໍດີອີຕາລີໄປ ຫລັງຈາກປຶກສາຫາລືກັບ ປະທານາທິບໍດີ Giorgio Napolitano, ວັນເສົາ ທີ 12 ພະຈິກ 2011, ກ່ອນການປະກາດລາອອກຈາກຕໍາແໜ່ງຂອງທ່ານ.

ກໍລະນີ​ຂໍ້​ຫາເງິນ​ສິນ​ບົນ​ຕໍ່ຕ້ານ​ທ່ານ Silvio Berlusconi ອະດີດ​ນາຍົກລັດຖະມົນຕີອິ
ຕາລີ ​ໄດ້​ຖືກສານ​ຕັດສິນ​ຍົກ​ເລີກ​ເມື່ອ​ວັນ​ເສົາ​ວານ​ນີ້ ອັນ​ເປັນການ​ສິ້ນ​ສຸດ​ລົງ​ຂອງ​ການ​ທີ່​
ຖືກ​ຂູ່​ວ່າ​ຈະ​ຖືກ​ຈໍາ​ຄຸກ​ຫ້າ​ປີ ​ແກ່​ບຸລຸດ​ຜູ້​ທີ່ໄດ້ທຸ່ມ​ເທ​ໃສ່​ດ້ານ​ການ​ເມືອງ​ຂອງ​ອິຕາ​ລີ​ມາ​ໄດ້​
ເກືອບ 20 ​ແລ້ວ​ນັ້ນ.

ຈ່າ​ສານ Milan ​ໄດ້​ຕັດສິນ​ວ່າ​ຄະດີ​ທີ່​ກ່ຽວ​ພັນ​ກັບ​ການ​ຈ່າຍ​ເງິນ​ໃຫ້​ທີ່​ຖືກ ກ່າວ​ວ່າ​ເຮັດຂຶ້ນ
ມາ​ໂດຍ ທ່ານ Berlusconi ທີ່​ຈ່າຍ​ໃຫ້​ແກ່​ທ່ານ David Mills ທະນາຍຄວາມ​ອັງກິດນັ້ນ​
ແມ່ນ​ໝົດ​ເວລາ​ໄປ​ແລ້ວ​ໂດຍ​ກົດໝາຍ. ພວກ​ໄອ​ຍະ​ການ​ອິຕາ​ລີ​ກ່າວ​ວ່າ​ເງິນ​ຈໍານວນ​ດັ່ງກ່າວ​
ທີ່​ໄດ້​ຈັດ​ຂື້ນ​ມາ​ເພື່ອ ​ເປັນ​ເງິນ​ສິນ​ບົນໃຫ້​ທະນາຍ David Mill ເພື່ອໃຫ້​ຄໍາ​ໃຫ້ການ​ປອມ
ແປງ​ໃນ​ລະຫວ່າງ​ການ​ດໍາ​ເນີນ​ຄະດີ​ສອງ​ບັ້ນ​ໃນ​ຊຸມ​ປີ 1990 ນັ້ນ.

ທ່ານ Berlusconi ​ໄດ້ລາ​ອອກ​ຈາກ​ຕໍາ​ແໜ່​ງນາຍົກລັດຖະມົນຕີ​ໃນ​ເດືອນພະຈິກ​ຜ່ານ​ມາ
ໃນ​ການ​ປະ​ເຊີນ​ກັບ​ການ​ເກີດ​ວິ​ກິດ​ການ​ໜີ້​ສິນ​ໃນ​ພວກ​ປະ ​ເທດ​ທີ່​ໃຊ້​ເງິນ​ຢູ່. ​ເຖິງ​ແມ່ນ​ໄຊ​
ຊະນະ​ຂອງ​ສານ​ເມື່ອ​ວັນ​ເສົາ​ວາ​ນີ້​ກໍ​ຕາມ ທ່ານ Berlusconi ຍັງ​ຕ້ອງ​ໄດ້​ຈັດການ​ກັບ​ບັນ
ຫາ​ທາງດ້ານ​ກົດໝາຍ​ອື່ນໆ​ອີກ ​ໂຮມ​ທັງ​ການ​ຖືກ​ກ່າວ​ຫາ​ວ່າ​ມີ​ເພດ​ສໍາພັນ​ກັບ​ໂສ​ເພນີ​ອາຍຸ
ບໍ່​ເຖິງ​ກະສຽນຄົນ​ນຶ່ງ ແລະ​ກໍລະນີ​ອື່ນ​ໆກ່ຽວ​ການ​ຈັດການ​ດ້ານ​ທຸລະ​ກິດ​ທີ່​ສົງ​ໃສ​ກັນ​ນັ້ນ​ຢູ່.