ບັນດາບໍລິສັດພາກັນ ລະມັດລະວັງ ກ່ຽວກັບໂຄງການອອກ ວີຊາ H1B ໃຫ້ແກ່ ພະນັກງານຂໍ້ມູນ ຫລື IT

Your browser doesn’t support HTML5

ບັນດາບໍລິສັດຕ່າງໆພາກັນ ລະມັດລະວັງ ກ່ຽວກັບ ການທົບທວນ ໂຄງການ ອອກ ວີຊາ H1B ໃຫ້ແກ່ ພະນັກງານຂໍ່່ມູນ ຫລື IT.

ລະຫວ່າງ​ການ​ຢ້ຽມ​ຢາ​ມ ລັດ Wisconsin ​ເມື່ອມໍ່ໆ​ມາ​ນີ້ ປະທານາທິບໍດີ ດໍ​ໂນ​ລ ທຣໍາ
ໄດ້​ປະກາດ​ວ່າ ທ່ານ​ໄດ້​ເຊັນ​ດຳລັດ​ທົບ​ທວນ​ໂຄງການ​ຂໍວີ​ຊາ ທີ່​ນຳໄດ້​ອຳນວຍ​ໃຫ້
ບັນດາ​ຄົນງານ​ດ້ານ​ເທັກ​ນິກ ຈຳນວນ​ຫຼວງຫລາຍເຂົ້າ​ມາ​ໃນ ສະ​ຫະລັດ ທີ່​ຮູ້ກັນໃນ​ຊື່
ວີ​ຊາ H1B. ພວກ​ຄົນງານປະມານ 85,000 ຄົນ​ໄດ້ ​ເຂົ້າ​ມາສະ​ຫະລັດ​ໃນ​ແຕ່ລະ​ປີ
ໂດຍ​ການໃຊ້​ວີ​ຊາ H1B. ດັ່ງ​ທີ່​ນັກ​ຂ່າວວີ​ໂອ​ເອ Kane Farabaugh ລາຍ​ງານມານັ້ນ
ມີຫລາຍ​ບໍລິສັດ ​ແລະ​ພະນັກງານ ຜູ້​ທີ່​ກາງ​ຕໍ່​ໂຄງການ​ນີ້ ຫວັງ​ວ່າ ກາ​ນທົບ​ທວນ​ຈະ​
ເຮັດ​ໃຫ້ມີ​ການ​ອອກວີ​ຊາເພີ້​ມຂຶ້ນ ​ໃນ​ແຕ່ລະ​ປີ ​ແລະຍັງ​ຈະ​ຊຸກ​ຍູ້​ໃຫ້​ຊາວ​ອາ​ເມຣິກັນ
ຊອກ​ຫາ​ທາງ​ໃຫ້​ໄດ້​ຮັບການ​ເຝິກ​ອົບຮົມຫລາຍ​ຂຶ້ນ ໃນວຽກການທີ່​ບັນດາ​ນາຍ​ຈ້າງ​
ຕ້ອງ​ໄດ້​ຈ້າງ​ຜູ້​ຄົນ​ເຂົ້າມາເຮັດ​ວຽກຊຶ່ງ ກິ່ງ​ສະຫວັນ ມີ​ລາຍ​ລະອຽດ ​ມາສະ​ເໜີ​ທ່ານ​ໃນ​
ອັນ​ດັບຕໍ່​ໄປ.

Your browser doesn’t support HTML5

ເຊີຍຟັງລາຍງານ ວີຊາ H1B ຄົນເຂົ້າເມືອງ

ທ່ານ Pete Tapaskar ເກີດຢູ່ປະເທດອິນເດຍ ຢູ່ໃນເຮືອນທີ່ບໍ່ມີນໍ້າກ໊ອກ ຫລື
ໄຟຟ້າໃຊ້. ມາດຽວນີ້ ທ່ານເຮັດວຽກຢູ່ສະຫະລັດ ​ໃນຂະ​ແໜງເທັກໂນໂລຈີດ້ານ​ໃຫ້ຂໍ້
ມູນ ຫລື IT. ການເດີນທາງຂອງທ່ານຈາກອິນເດຍ ສູ່ສະຫະລັດ ຜ່ານການາດາ ຍ້ອນ
​ໄດ້​ຮັບການອຸປະຖໍາຂອງວີຊາສໍາລັບຄົນເຂົ້າເມືອງ ປະ​ເພດ​ H1B.

ທ່ານ Pete Tapaskar ປະທານສະມາຄົມຂອງ​ບັນດານາຍ​ຈ້າງອາ​ເມຣິກັນດ້ານ IT ຂະໜາດນ້ອຍ ​ແລະ​ກາງກ່າວວ່າ “ວີຊາ H1B ໄດ້ປະ​ກອບສ່ວນ​ຢ່າງຫລວງຫລາຍ​
ເຂົ້າ​ໃນ​ດ້ານປະດິດ ​ຄິດ​ສ້າງສິ່ງ​ໃໝ່ໆ ​ແກ່​ປະ​ເທດອາເມຣິກາ.”

ບັດນີ້​ ໃນ​ເມື່ອໄດ້​ກາຍ​ເປັນພົນລະ​ເມືອງສັນຊາດອາເມຣິກັນຄົນນຶ່ງ, ທ່ານ Tapaskar ໄດ້ໃຊ້ເວລາສິບຫ້າປີເຮັດວຽກໃຫ້ແກ່ ບໍລິສັດ IT ບໍລິສັດ ProSoftໃນນາມຜູ້ຈັດການ
ຢູ່ໃນໂຄງການ​ດ້ານຄົນເຂົ້າເມືອງຂອງເຂົາເຈົ້າ. ພະນັກງານສ່ວນໃຫຍ່ທີ່ທ່ານ
Tapaskar ຈ້າງນັ້ນ ​ແມ່ນມາຈາກອິນເດຍ ແຕ່ທ່ານກໍກ່າວວ່າ ການຈ້າງບັນດາຄົນ
ເຫລົ່ານີ້ ກໍບໍ່​ແມ່ນ​ວ່າ​ຈະ​ເປັນ​ການ​ດີ​ທີ່​ສຸດ ສະເໝີໄປ.

ທ່ານ Tapaskar ກ່າວວ່າ “ມັນຈະຖືກກ່ອນສໍາລັບພວກເຮົາ ຖ້າ​ເຮົາຈ້າງຊາວອາເມ
ຣິກັນ ຊຶ່ງເຂົາເຈົ້າມີພ້​ອມໄວ້ຢູ່ໜີ້​ແລ້ວ ເພາະວ່າການເອົາຄົນມາ​ຈາກ​ຕ່າງປະ​ເທດ ພວກເຮົາຕ້ອງ​ໄດ້ຜ່ານຂັ້ນຕອນດຳເນີນການ​ຂໍ ວີຊາ H1B ທີ່ໃຊ້ເວລາດົນ ແລ້ວກໍ
​ຍັງ​ໄດ້ລໍຖ້າ​ເປັນເວລານານກວ່ານັ້ນອີກ ແລະ​ເມື່ອ​ຮອດເວລາ​ເຂົາ​ເຈົ້າ​ໄດ້​ມາ​ຮອດ​
ແລ້ວ ຄວາມຮຽກຮ້ອງຕ້ອງການກໍໄດ້ປ່ຽນແປງໄປ.”

ແຕ່ທ່ານ Tapaskar ກໍກ່າວວ່າ ບໍ່ມີຄົນອາເມຣິກັນທີ່ມີປະສົບການຫລາຍພໍທີ່ຈະມາ
ຮັບທີ່​ເຫລົ່າ​ນີ້​ໄດ້.

ທ່ານ Richard Burke ຫົວໜ້າບໍລິຫານຂອງ​ບໍລິສັດ Envoy Global ກ່າວວ່າ “ກະຊວງແຮງງານສະຫະລັດ ​ເວົ້າວ່າ ພຽງ​ແຕ່​ຢູ່​ໃນຝ່າຍ​ສ້າງ​ໂປຣ​ແກມ ຫລື
solfware ເທົ່າ​ນັ້ນ ກໍ​ຂາດ​ຄົນ​ມາ​ເຮັດ​ວຽກຢູ່​ແລ້ວ​ 1 ລ້ານ 4 ແສນຄົນ. ຈະ​ມີຕໍາ​ແໜ່ງງານວ່າງໃນ​ຂະ​ແໜງ​ສ້າງ solfware ຢູ່ 1 ລ້ານ 4 ​ແສນຕໍາ​ ແໜ່ງ​ໃນປີ 2020. ເພາະສະນັ້ນ ຄວາມ​ຂາດ​ເຂີນ​ດ້ານຄວາມຊຳນິຊຳນານນັ້ນ​ແມ່ນ​ມີ​ຈິງ​ແທ້.

ທ່ານ Richard Burke ຫົວໜ້າບໍລິຫານ ບໍລິສັດ Envoy Global ທີ່ຂາຍ ໂປຣ​ແກມ
ຫລື solfware ​ແລະ​ໃຫ້ບໍລິການດ້ານກົດໝາຍແກ່ບໍລິສັດສະຫະລັດ ທີ່ຊອກຫາຈ້າງ
ພະນັກງານມາ​ຈາກຕ່າງປະເທດ ​ໃຫ້ແກ່ບໍລິສັດສະຫະລັດ ແລະຊ່ວຍກະກຽມສົ່ງພະ
ນັກງານຂອງ​ບໍລິສັດ​ເຫລົ່ານັ້ນ​ໄປຕ່າງປະເທດ.

ທ່ານ Burke ກ່າວວ່າ ຄວາມ​ຂາດ​ເຂີນ​ດ້ານ​ຄວາມຊຳນິຊຳນານ​ແມ່ນມີແທ້ ເພາະວ່າ
ຈໍານວນ​ຄົນອາເມຣິກັນທີ່​ໄດ້ຮັບການສຶກສາ ຫລືຝຶກອົບຮົມເພື່ອ​ເຮັດວຽກງານທີ່ມີ​ຄວາມຕ້ອງການສູງ ໃນດ້ານວິທະຍາສາດ ເທັກໂນໂລຈີ ວິຊະວະກໍາ ແລະຄະນິດ
ສາດ ທີ່​ເອີ້ນກັນວ່າ ຂະແໜງ STEM ນັ້ນ​ແມ່ນບໍ່ພຽງພໍ. ແລະບັນດານັກຮຽນຕ່າງ
ປະເທດ ທີ່ໄດ້ຮັບການສຶກສາຢູ່ໃນສະຫະລັດ ບໍ່​ໄດ້ພາກັນຢູ່ຕໍ່​ທີ່ນີ້ເພື່ອເຮັດວຽກ
ດັ່ງກ່າວ.

ທ່ານ Burke ກ່າວ​ເພີ້ມ​ເຕີ​ມວ່າ “ແຕ່ລະປີ ໄດ້​ມີ​ນັກ​ສຶກສາຕ່າງປະເທດຫລາຍ​ກວ່າ
300,000 ຄົນ ທີ່​ໄດ້​ຮັບປະລິນຍາ ດ້ານ STEM ຈາກມະຫາວິທະຍາ ໄລອາເມຣິ
ກັນ​ຕ່າງໆ. ພວກເຮົາບໍ່ໄດ້ໃຫ້ໂອກາດແກ່ເຂົາເຈົ້າ​ເພື່ອ​ຈະ​ສືບຕໍ່​ເຮັດ​ວຽກຢູ່ທີ່ນີ້​ໄດ້. ເພາະສະນັ້ນ ຂ້າພະ​ເຈົ້າບໍ່​ເຫັນ​ວ່າ ນະໂຍບາຍນີ້ມີຄວາມສະຫລາດ​ແນວ​ໃດ ​ໃນ​ເມື່ອພວກເຮົາຮູ້ຢູ່ວ່າມີການ​ຂາ​ດ​ແຄນ​ດ້ານຄວາມຊຳນິຊຳນານ, ເຮົາຮູ້ຢູ່ວ່າພວກ
ຮົາໄດ້ໃຫ້ການສຶກສາ​ແກ່ ນັກ​ສຶກສາຜູ້ທີ່ດີສຸດ ແລະສະຫລຽວສະຫລາດສຸດ
300,000 ຄົນ ​ໃຫ້​ເຊົາ​ເຈົ້າຮຽນຈົບ​ແລ້ວ ກໍສົ່ງເຂົາເຈົ້າກັບ​ໄປບ້ານ ເພື່ອມາ
ແຂ່ງ
ຂັນກັບພວກເຮົາ.”


ທ່ານ Burke​ ໃຫ້ຄໍາ​ເຫັນ​ອີກ​ວ່າ ທ່ານຫວັງວ່າດຳລັດຂອງປະທານາທິບໍດີທຣໍາ ທົບ
ທວນໂຄງການວີຊາ H1B ທີ່ຈະ​ເຮັດ​ໃຫ້ຈຳນວນວີຊາປະ​ເພດນີ້​ໃນແຕ່ລະປ​ເພີ້ມຂຶ້ນ ກ່ອນທີ່ວຽກງານເຫລົ່ານີ້ ຈະໜີອອກຈາກສະຫະລັດ​ໄປ.

ທ່ານ Burke ກ່າວວ່າ “ວຽກງານແມ່ນເຄື່ອນຍ້າຍໄດ້. ບໍລິສັດທັງຫລາຍລົມ​ກັບພວກ
ເຮົາ ແລະເຂົາເຈົ້າກໍບອກກັນວ່າ “ຖ້າຫາກຂ້ອຍບໍ່ສາມາດເຮັດວຽກໃຫ້ສຳຢູ່ທີ່ນີ້​ໄດ້
ຂ້ອຍ​ກໍມີ​ແຕ່ຈະ​ເອົາວຽກຍ້າຍ​ໄປ​ເຮັດ​ຢູ່ຕ່າງປະເທດ ​ເທົ່າ​ນັ້ນ​ແຫລະ.”

ມັນ​ກໍ​ໄດ້ເກີດຂຶ້ນກັບທ່ານ Pete Kapaskar ​ແລ້ວ. ບໍລິສັດຂອງທ່ານໄດ້ຖືກຂາຍໃຫ້
ແກ່ບໍລິສັດອື່ນ ທີ່ທ່ານ Tapaskar ​ເວົ້າວ່າ ​ໄດ້​ເອົາໜ້າວຽກສະເພາະ ​ໃດ​ນຶ່ງ​ຂອງ​ທ່ານ
​ໄປ​ໃຫ້​ຄົນຢູ່​ໃນອິນເດຍ​ເຮັດ.

ທ່ານສະໜັບສະໜູນດຳລັດປະທານາທິບໍດີທຣໍາ ທີ່ຈະປະຕິຮູບໂຄງການວີຊາ H1B
ດ້ວຍ​ຄວາມ​ຫວັງວ່າ ມັນຈະນຳໄປສູ່ການທັບມ້າງການໃຊ້ວີ​ຊາ ​ໂດຍບໍ່ຖືກຕ້ອງ. ທ່ານ
Tapaskar ກໍ​ຄິດ​ຄື​ກັນ​ກັບ​ຫລາຍຄົນທີ່ເປັນຫ່ວງວ່າ ຈໍານວນວີຊາປະ​ເພດ​ນີ້ ​ແມ່ນໃຫ້
ແຕ່ບໍລິສັດໃຫຍ່ໆ ທີ່ໃຫ້ເງິນເດືອນຫລາຍສຸດ ຊຶ່ງ​ເຮັດ​ໃຫ້ບັນດາບໍລິສັດທີ່ນ້ອຍກວ່າ ທີ່ທ່ານເຮັດວຽກນຳນັ້ນ ຍາກ​ທີ່​ຈະ​ບໍ່ມີ​ໂອກາດ​ໄດ້ຮັບ.

ທ່ານ Pete ກ່າວຢໍ້າວ່າ “ມັນຄວນຈະເຮັດໃຫ້ມີໄວ້ແກ່ທຸກຂະ​ແໜງ​ການ. ​ມັນ​ຄວນ​ຈະ
ເຊື່ອມໂຍງ​ໃສ່ກັບໂຄງການຝຶກ​ອົບຮົມ. ອາເມຣິກາຂາດເຂີນໂຄງຮ່າງການຝຶກ​ອົບຮົມ
​ແທໆ ໃນປັດຈຸບັນນີ້.”

ປີນີ້ ບັນດາເຈົ້າໜ້າທີ່ຄົນເຂົ້າເມືອງສະຫະລັດ ໄດ້ລາຍງານວ່າ ມີ​ຄໍາຂໍຮ້ອງຮັບປະກັນ
ເກືອບ 200,000 ສະບັບ ​ເພື່ອ​ຂໍ​ເອົາວີຊາ H1B ທີ່​ມີໄວ້ໃຫ້​ແຕ່ 85,000 ຄົນ​ເທົ່າ​ນັ້ນ ​
ຢູ່ໃນ​ຊ່ວງການຈົກສະຫລາກ ທີ່ສິ້ນສຸດລົງໃນເດືອນເມສາ ຜ່ານ​ມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ