ນະຄອນອິສຕັນບູລໄດ້ເປີດສະໜາມບິນນາໆຊາດ Ataturk ຄືນແລ້ວຢ່າງເຕັມອັດຕາ ໃນວັນພຸດມື້ນີ້ ຫຼັງຈາກການໂຈມຕີສະຫລະຊີບທີ່ເຮັດໃຫ້ 41 ຄົນເສຍຊີວິດແລະ 200 ກວ່າຄົນໄດ້ຮັບບາດເຈັບໃນແລງວັນອັງຄານວານນີ້.
Your browser doesn’t support HTML5
ສະໜາມບິນຂອງພວກເຮົາໄດ້ເປີດຄືນແລ້ວ ສຳລັບຖ້ຽວບິນຕ່າງໆແລະເຮືອບິນເລີ້ມ ອອກເດີນທາງ ແຕ່ເວລາ 2 ໂມງ 20 ຕາມເວລາທ້ອງຖິ່ນ ເປັນຕົ້ນໄປ ນັ້ນຄືຄຳເວົ້າ ຂອງນາຍົກລັດຖະມົນຕີເທີກີ ທ່ານ Binali Yildirim ທີ່ໄດ້ກ່າວຢູ່ໃນຖະແຫຼງການທີ່ ສະໜາມບິນໃນວັນພຸດມື້ນີ້.
ສາຍການບິນເທີກີກ່າວວ່າ ຕົນໄດ້ເລີ້ມການເດີນທາງຂອງທຸກຖ້ຽວບິນແລະວໍຊິງຕັນ ກໍໄດ້ຍົກເລີກການຫ້າມ ບໍ່ໃຫ້ຖ້ຽວບິນຢຸດແວ່ລະຫວ່າງສະຫະລັດ ແລະສະໜາມບິນ Ataturk ໃນນະຄອນອິສຕັນບູລ ໃນຕອນແລງວັນອັງຄານວານນີ້.
Your browser doesn’t support HTML5
ຢ່າງໜ້ອຍ 10 ຄົນຂອງພວກທີ່ເສຍຊີວິດແມ່ນຊາວຕ່າງປະເທດແລະ 109 ຄົນຂອງຈຳນວນຜູ້ບາດເຈັບທັງໝົດ 239 ຄົນໄດ້ອອກຈາກໂຮງໝໍແລ້ວໃນວັນພຸດມື້ນີ້ອີງຕາມ ເຈົ້າແຂວງອິສຕັນບູລ.
ມີລາຍງານວ່າ ພວກໂຈມຕີສະຫລະຊີບທັງ 3 ຄົນ ໄດ້ຍິງຕຳຫຼວດຫລາຍຄົນ ກ່ອນທີ່ ຈະບີບຄະນວນລະເບີດໃຫ້ແຕກຂຶ້ນທີ່ຕຶກອາຄານຜູ້ໂດຍສານເດີນທາງໄປຮອດ.
ຜູ້ເຫັນເຫດການຄົນນຶ່ງ ກ່າວຕໍ່ວີໂອເອພະແນກພາສາເທີກີວ່າ ມີລະເບີດນ້ອຍ 2 ລູກ ແຕກຂຶ້ນກ່ອນແລະຫລັງຈາກນັ້ນກໍແມ່ນລະເບີດຂະໜາດແຮງ. ຜູ້ຄົນໄດ້ພາກັນແຕກກະຈັດກະຈາຍໄປທົ່ວທຸກແຫ່ງ. ພວກເຂົາເຈົ້າບໍ່ຮູ້ຈັກວ່າຈະໄປໃສ. ພວກເຮົາກຳລັງລໍ ຖ້ານ້ອງສາວຂອງຂ້ອຍແຕ່ບໍ່ສາມາດພົບເຫັນນາງ. ພວກເຮົາກຳລັງລໍຖ້ານາງຢູ່.
ຜູ້ເຫັນເຫດການຄົນທີສອງກໍພະຍາຍາມທີ່ຈະບັນລະຍາຍເຖິງຄວາມວຸ້ນວາຍທີ່ໄດ້ເກີດຂຶ້ນ. ຢູ່ໃນທາງນຶ່ງນັ້ນ ສຽງປືນດັງຂຶ້ນ ສ່ວນອີກທາງນຶ່ງກໍແມ່ນສຽງລະເບີດແລະຜູ້ຄົນພາ ກັນແລ່ນອອກໜີຢ່າງວ່ອງໄວເທົ່າທີ່ສາມາດເຮັດໄດ້ແລະມີຜູ້ຄົນບາດເຈັບເລືອດອອກຢູ່ ແຄມທາງຍ່າງ.