ນັກບິນ ອະວະກາດ ສຫລ ແລະຣັດເຊຍ ກັບຄືນສູ່ໂລກ ດ້ວຍຄວາມປອດໄພ (ສະໄລດ໌/ວີດີໂອ)

Your browser doesn’t support HTML5

ນັກບິນອະວະກາດຣັດເຊຍ 2 ຄົນ ແລະອາເມຣິກັນຄົນນຶ່ງ ໄດ້ກັບ
ຄືນມາຮອດໂລກມະນຸດແລ້ວຫຼັງຈາກໄດ້ໃຊ້ເວລາເກືອບ 6 ເດືອນ ຢູ່ເທິງສະຖານີອະວະກາດນາໆຊາດ.

ຍານອາວະກາດ Soyuz ໄດ້ນຳເອົາ ນັກບິນອະວະກາດ Oleg
Artemiev Alexander Skvortsov ແລະ Steven Swanson ກັບຄືນມາສູ່ໂລກຢ່າງປອດໄພ ທີ່ທົ່ງຫຍ້າໃນ Kazakhstan
ໃນເຊົ້າວັນພະຫັດມື້ນີ້ ຫຼາຍຊົ່ວໂມງ ຫຼັງຈາກສິ້ນສຸດພາລະກິດ
ເປັນເວລາ ເກືອບຫົກເດືອນ ຢູ່ທີ່ສະຖານີອະວະກາດນາໆຊາດ.
ພວກທ່ານໄດ້ຖືກສັບປ່ຽນ ໂດຍພວກ ນັກບິນອະວະກາດຈຸໃໝ່
3 ຄົນ ຮວມທັງນັກບິນອະວະກາດຊາວຣັດເຊຍ ທ່ານ Max Suraev, ທ່ານ Reid Wise​man ຊາວອະເມຣິກັນ ແລະທ່ານ Alexander Gerstຊາວເຢຍຣະມັນຊຶ່ງເປັນສະມາຊິກ
ຂອງໂຄງການອະວະກາດຢູໂຣບ.

ນັກບິນອະວະກາດຈຸນຶ່ງອີກ 3 ຄົນ ມີແຜນການທີ່ຈະໄປຮອດ ສະຖານີອະວະກາດນາໆຊາດ ໃນທ້າຍເດືອນນີ້. ພວກນັກບິນອະວະກາດຈຸໃໝ່ ຈະມີຮວມທັງ ທ່ານນາງ Elena Serova ຊຶ່ງຈະເປັນແມ່ຍິງ ຊາວຣັດເຊຍ ຄົນທີ 4 ທີ່ຈະບິນຢູ່ໃນອະວະກາດ ແລະເປັນ ຜູ້ທຳອິດ ນັບ ຕັ້ງແຕ່ ປີ 1997 ມາ.

ນັກບິນ ອະວະກາດ ກັບຄືນ ສູ່ໂລກ