ທະຫານອິສຣາແອລ ເຂົ້າຮ່ວມກັບຕຳຫຼວດ ປະຕິບັດງານ ເພື່ອຢຸດຢັ້ງ ການໂຈມຕີ

ທະຫານອິສຣາແອລ ສອງຄົນ ຢຸດພັກຫາຍໃຈ ຊົ່ວຄາວ ໃນລະຫວ່າງ ປະທະກັນ ກັບ ພວກປາແລັສໄຕນ໌ ໃນເມືອງ Hebron ຢູ່ທີ່ເຂດຝັ່ງ​ຕາ​ເວັນ​ຕົກ​ ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank. ເມື່ອວັນອັງຄານ ທີ 13 ຕຸລາ 2015.

ທະຫານ​ອິສະຣາ​ແອ​ລ ຫຼາຍຮ້ອຍ​ຄົນ ​ໄດ້​ເຂົ້າຮ່ວມ​ເຈົ້າໜ້າ​ທີ່​
ຕຳຫຼວດ ປະຈຳການ​ຢູ່​ສະຖານ​ທີ່​ຕ່າງໆ ໃນທົ່ວ​ປະ​ເທດ ​ໃນ​
ວັນ​ພຸດ​ມື້​ນີ້ ​ຂະນະ​ທີ່​ບັນດາ​ເຈົ້າໜ້າ​ທີ່ ພະຍາຍາມ ຍຸດຕິຄື້ນ
ຟອງ​ການ​ໂຈມ​ຕີ​ ດ້ວຍ​ການ​ໃຊ້ມີດແທງ ​ແລະ ຍິງ ຂອງ​ຊາວ
​ປາ​ແລັສ​ໄຕ​ນ໌.

ຄະນະ​ລັດຖະບານ ຂອງນາຍົກລັດຖະມົນຕີ Benjamin
Netanyahu ໄດ້​ປະກາດ​ເມື່ອຕອນ​ເຊົ້າຂອງ​ມື້​ນີ້ ວ່າ ຕົນ​ໄດ້
​ອະນຸຍາດ​ໃຫ້​ຕຳຫຼວດ ປິດລ້ອມ “ສູນ​ກາງຂອງ​ການເກີດ
ບັນຫາ ​ແລະ ການ​ປຸກລະດົມຍຸຍົງ ໃຫ້ກໍ່ຄວາມ​ຮຸນ​ແຮງ
​ໃນ ນະຄອນ Jerusalem.”

ພວກ​ທຳ​ການ​ໂຈມ​ຕີຫຼາຍໆ​ຄົນ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແມ່ນ​ມາ​ຈາກເຂດຂອງ ຊາວ​ອາຣັບ​ ໃນ
​ບໍລິ​ເວນ​ນະຄອນ Jerusalem ​ແລະ ​ໃນ​ຂະນະ​ດຽວ​ກັນ ຄວາມ​ຮຸນ​ແຮງ​ເຫຼົ່ານັ້ນ​ໄດ້​ເກີດ​
ຂຶ້ນຢູ່​ໃນ​ພາກ​ຕາ​ເວັນ​ອອກ​ ຂອງນະຄອນ Jerusalem ​ແລະ ​ເຂດຝັ່ງ​ຕາ​ເວັນ​ຕົກ​ ຂອງ​
ແມ່ນ້ຳຈໍ​ແດັນ ​ແລະ ການ​ໂຈມ​ຕີຍັງ​ໄດ້​ແຜ່​ລາມ​ອອກ​ໄປ ​ໃນ​ບໍລິ​ເວນ​ອື່ນໆ​ອີກ ​ຂອງ​
ອິສຣາແອ​ລ.

ຊາວອິສຣາແອລ ເຊື້ອສາຍອາຣັບ ເຂົ້າຮ່ວມ ໃນການໂຮມຊຸມນຸມ ເດີນຂະບວນ ສະໜັບສະໜູນ ປາແລັສໄຕນ໌ ຢູ່ທີ່ເມືອງ Sakhnin ທາງພາກເໜືອ ຂອງອິສຣາແອລ, ວັນທີ 13 ຕຸລາ 2015.

ຖະ​ແຫລ​ງການ​ໃນວັນ​ພຸດ​ມື້​ນີ້ ຈາກ​ສຳນັກງານ​ຂອງທ່ານ Netanyahu ກ່າວ​ວ່າ ລັດຖະບານ
ຈະ​ຍົກ​ເລີກສິດໃນການ​ເປັນ​ຜູ້​ອາ​ໄສ​ຢູ່​ໃນ​ປະ​ເທດ​ຖາວອນ ຂອງ​ພວກ​ກໍ່​ການ​ຮ້າຍ ​ແລະ ຈະ​ຢຶດ
​ເອົາ​ຊັບ​ສິນ​ຂອງ​ພວກ​ຜູ້​ທີ່​ທຳ​ການ​ໂຈມ​ຕີ.

ຄວາມ​ຮຸນ​ແຮງ ໄດ້​ເຂົ້າສູ່ຂັ້ນອັນຕະລາຍສຸດ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ມີ​ຊາວ​ອິສຣາ​ແອລ
ຢ່າງໜ້ອຍ 3 ຄົນ​ ​ໄດ້ຖືກ​ຂ້າ​ຕາຍ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ກ່າວເມື່ອ​ຕອນ​ແລງ​ວັນອັງຄານ
​ວານ​ນີ້ ວ່າ ທ່ານ​ຈະ​ເດີນທາງ​ໄປ​ຍັງ​ອິສຣາ​ແອ​ລ ​ແລະ ​ປາ​ແລັສ​ໄຕ​ນ໌ ​ເພື່ອ​ພະຍາຍາມຫາທາງ​
ເກ້ຍກ່ອມໃຫ້ຫລຸດຜ່ອນ​ຄວາມ​ຮຸນ​ແຮງໃຫ້​ສະຫງົບລົງ ລະຫວ່າງຊາວ​ປາ​ແລັສ​ໄຕ​ນ໌ ​ແລະ
ຊາວ​ອິສຣາ​ແອ​ລ.

ທ່ານ Kerry ​ເວົ້າວ່າ “ຂ້າພະ​ເຈົ້າ ຈະ​ໄປ​ທີ່​ນັ້ນ ​ໃນ​ໄວ້ໆ​ນີ້ ​ໃນ​ເວລາ ທີ່​ເຫັນ​ວ່າ​ ເໝາະ​ສົມ​
​ແລະ ຈະພະຍາຍາມຫາທາງ​ເພື່ອ ​ໃຫ້​ມີການພົວພັນກັນອີກ​ເທື່ອ​ນຶ່ງ ​ແລະ ​ເບິ່ງ​ວ່າ
ຖ້າ​ພວກ​ເຮົາ​ບໍ່​ສາມາດ​ເຄື່ອນ​ໄຫວ ​ ອອກໄປຈາກ ​ໜ້າຜາ​ອັນ​ນີ້.”

Your browser doesn’t support HTML5

Israel Palestinians