ການໂຈມຕີຂອງ ອິສຣາແອລ ເຮັດໃຫ້ມີຜູ້ເສຍຊີວິດໃນເມືອງຣາຟາ ຢ່າງໜ້ອຍ 22 ຄົນ

  • ວີໂອເອ

ບັນດາຜູ້ໄວ້ທຸກ ພາກັນຮ່ວມພາວະນາໃກ້ກັບສົບຊາວປາແລສໄຕນ໌ ທີ່ເສຍຊີວິດຈາກການໂຈມຕີຂອງອິສຣາແອລ, ທ່າມກາງຄວາມຂັດແຍ້ງ ລະຫວ່າງ ອິສຣາແອລ ແລະ ກຸ່ມອິສລາມປາແລັສໄຕນ໌ຮາມາສ ທີ່ຍັງຄົງດໍາເນີນໄປຢ່າງຕໍ່ເນື່ອງ, ໃນຊ່ວງພິທີສົ່ງສະຫານຂອງພວກເຂົາໃນເມືອງຣາຟາ, ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 29 ເມສາ 2024.

ບັນ​ດາ​ເຈົ້າ​ໜ້າ​ທີ່ສາ​ທາ​ລະ​ນະ​ສຸກ ປາ​ແລັ​ສ​ໄຕ​ນ໌ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລ ໄດ້​ເຮັດ​ໃຫ້ມີຜູ້ເສຍຊີວິດ​ຢ່າງ​ໜ້ອຍ 22 ຄົນ ຢູ່​ໃນ​ເມືອງຣາຟາ ທີ່ຕັ້ງຢູ່ທາງ​ພາກ​ໃຕ້​ຂອງ​ແຫຼມກາຊາ.

​ຜູ້ທີ່​ເຫັນ​ເຫດການ ​ແລະບັນດາ​ແພດ​ໝໍກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ກະທົບໃສ່​ເຮືອນ​ສາມ​ຫລັງ​ໃນ​ເມືອງຣາຟາ.

ປັດຈຸບັນ ເຂດ​ທີ່​ຕັ້ງ​ຢູ່​ລຽບ​ຕາມເຂດ​ຊາຍ​ແດນ​ລະຫວ່າງ​ເຂດ ກາຊາ ​ແລະ ປະ​ເທດອີ​ຈິບ ແມ່ນ​ມີ​ພົນລະ​ເມືອງ​ຫຼາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ເຂດກາຊາ ​ໃນ​ຂະນະ​ທີ່​ປະຊາຊົນ​ຊອກຫາ​ບ່ອນ​ລີ້​ໄພ​ຈາກ​ການຕໍ່ສູ້​ທະຫານ​ຂອງ ອິສະຣາ​ແອລ ທີ່​ແນເປົ້າເພື່ອ​ກຳຈັດ​ກຸ່ມ​ຫົວ​ຮຸນ​ແຮງຮາມາສ.

ກອງທັບ​ອິສຣາ​ແອ​ລກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເຮືອບິນ​ລົບ​ຂອງ​ຕົນ​ໄດ້​ທໍາ​ການ​ໂຈມ​ຕີ​ໃສ່​ພວກ​ຫົວ​ຮຸນ​ແຮງເຮັສໂບລລາ ​ໃນ​ພາກ​ໃຕ້​ຂອງ​ເລ​ບາ​ນອນ.

ເຈົ້າ​ໜ້າ​ທີ່ຮາມາສ ມີກໍານົດສຳ​ລັບ​ການ​ເຈ​ລະ​ຈາ​ຄັ້ງ​ຫລ້າ​ສຸດ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຢຸດ​ຍິງ​ຂອງ​ອິ​ສ​ຣາ​ແອລໃນ​ວັນ​ຈັນ​ມື້​ນີ້ຢູ່​ປະ​ເທດ​ອີ​ຈິບ ທີ່​ຈະ​ລວມ​ມີ​ການ​ຢຸດ​ຍິງ​ເປັນ​ໄລ​ຍະ​ເວ​ລາຫຼາຍ​ອາ​ທິດ ແລະ ການ​ປ່ອຍໂ​ຕ​ປະກັນ​ທີ່ຖືກຈັບໂດຍ​ກຸ່ມຮາມາສ ຢູ່ບໍລິເວນເຂດກາຊາ.

ຜູ້ຊາຍຄົນນຶ່ງ ຍ່າງໄປຕາມທາງຂອງເຕັ້ນ ໃນສູນພັກພິງຂອງເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ ເຊິ່ງມີຊາຍແດນຕິດກັບອີຈິບ, ວັນທີ 28 ເມສາ 2024.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ລົມກັນທາງໂທລະສັບໃນວັນ ອາທິດວານນີ້ ກ່ຽວກັບສົງຄາມເປັນເວລາເກືອບ 7 ເດືອນ ລະຫວ່າງ ອິສຣາແອລ ແລະພວກຫົວຮຸນແຮງຮາມາສ ຢູ່ໃນຂົງເຂດກາຊາ, ແຕ່ທຳນຽບ ຂາວບໍ່ໄດ້ໃຫ້ສັນຍານໃດໆໃນທັນທີ ສໍາລັບການຢຸດຍິງທີ່ກຳລັງຈະເກີດຂຶ້ນ.

ຖະ​ແຫຼງການ​ສະບັບ​ນຶ່ງ​ຂອງ​ທຳນຽບຂາວ​ກ່າວ​ວ່າ ຜູ້​ນໍາ​ທັງສອງ​ປະ​ເທດ “ໄດ້​ທົບ​ທວນ​ການ​ເຈລະຈາ​ທີ່​ຍັງ​ຄົງ​ເກີດຂຶ້ນຢ່າງຕໍ່ເນື່ອງ ​ເພື່ອ​ຮັບປະກັນ​ໃຫ້​ມີ​ການ​ປ່ອຍໂຕ​ປະກັນ ພ້ອມ​ກັບ​ການ​ຢຸດ​ຍິງ​ຢູ່ໃນ​ຂົງເຂດກາຊາໃນທັນທີ.”

ການ​ເຈ​ລະ​ຈາ​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ​ຫລາຍ​ເດືອນ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຢຸດ​ເຊົາ​ການ​ປະ​ທະ​ກັນ, ແຕ່​ອິ​ສ​ຣາ​ແອລ ແລະກຸ່ມຮາມາສ ຍັງ​ຄົງຫາທາງອອກບໍ່ໄດ້ໃນ​ການເຈ​ລະ​ຈາທີ່​ນຳ​ໜ້າ​ໂດຍ ​ສະ​ຫະ​ລັດ, ອີ​ຈິບ ແລະ ກາ​ຕ້າ.

ອ່ານຂ່າວນີ້ເປັນພາສາອັງກິດ