ການໂຈມຕີຂອງ ອິສຣາແອລ ໃນພາກໃຕ້ຂອງ ເລບານອນ ເຮັດໃຫ້ນັກຂ່າວເສຍຊີວິດ 3 ຄົນ

ຍານພາຫະນະຄັນນຶ່ງທີ່ໄດ້ຮັຍຄວາມເສຍຫາຍ ໂດຍມີເຄື່ອງໝາຍຂຽນວ່າ "ນັກຂ່າວ" ເຫັນຢູ່ໃນສະຖານທີ່ຈາກການໂຈມຕີຂອງອິສຣາແອລ ເຊິ່ງເຮັດໃຫ້ມີນັກຂ່າວສ່ວນນຶ່ງເສຍຊີວິດ ແລະບາດເຈັບອີກຈໍານວນນຶ່ງ. ອີງຕາມລາຍງານຂອງກະຊວງສາທາລະນະສຸກເລບານອນ, ໃນເມືອງ ຮາສບາຢາ ທີ່ຕັ້ງຢູ່ທາງພາກໃຕ້ຂອງເລບານອນ, ວັນທີ 25 ຕຸລາ 2024.

ກະຊວງສາທາລະນະສຸກຂອງ ເລບານອນ ແລະສື່ມວນຊົນທ້ອງຖິ່ນລາຍງານ ວ່າ ການໂຈມຕີຂອງ ອິສຣາແອລ ໃນຕອນເຊົ້າວັນສຸກມື້ນີ້ ສົ່ງຜົນເຮັດໃຫ້ນັກ ຂ່າວເສຍຊີວິດຢ່າງໜ້ອຍ 3 ຄົນ, ແລະບາດເຈັບອີກຫຼາຍຄົນ ໃນຂະນະທີ່ພວກ ເຂົາເຈົ້ານອນຢູ່ໃນເຮືອນພັກທີ່ນໍາໃຊ້ສໍາລັບສື່ມວນຊົນໃນເມືອງ ຮາສບາຢາ (Hasbaya) ທີ່ຕັ້ງຢູ່ທາງພາກໃຕ້ຂອງ ເລບານອນ.

ໃນຈໍານວນຜູ້ເສຍຊີວິດເຫຼົ່ານັ້ນ ແມ່ນຜູ້ເຮັດໜ້າທີ່ເປັນມືກ້ອງ ທ່ານ ກາສຊານ ນັດຈາ (Ghassan Najjar) ແລະນັກວິສະວະກອນ ທ່ານ ໂມຮໍາເມັດ ເຣດາ (Mohamed Reda) ຈາກອົງການຂ່າວ ອາລ-ມາຢາດີນ (Al-Mayadeen) ທີ່ສະຫນັບສະຫນູນ ອີຣ່ານ, ພ້ອມດ້ວຍຜູ້ເປັນມືກ້ອງ ທ່ານ ວິສຊາມ ແຄສເຊິມ (Wissam Qassem) ທີ່ເຮັດວຽກໃຫ້ອົງການຂ່າວ ອາລ-ມານາ (Al-Manar) ຂອງກຸ່ມ ເຮັສໂບລລາ (Hezbollah), ໂດຍອົງການຂ່າວທັງສອງແຫ່ງ ໄດ້ອອກມາເປີດເຜີຍໃນຖະແຫຼງການແຍກກັນ.

ການ​ໂຈມ​ຕີ​ດັ່ງກ່າວ ​ໄດ້ກາຍມາ​ເປັນ​ມື້​ທີ່​ຮ້າຍແຮງທີ່​ສຸດສໍາລັບສື່ມວນຊົນ​ໃນ​ຮອບ​ນຶ່ງ​ປີ​ຂອງ​ການ​ປະ​ທະ​ກັນ​ລະຫວ່າງ​ທະຫານ ​ອິສຣາ​ແອ​ລ ​ແລະ​ພວກ​ຫົວ​ຮຸນ​ແຮງເຮັສໂບລລາໃນ ​ເລ​ບາ​ນອນ.

ບໍ່​ມີ​ການສະແດງຄວາມ​ເຫັນໃດໆ​ໃນ​ທັນ​ທີຈາກ ​ອິ​ສ​ຣາ​ແອລ, ເຊິ່ງ​ໂດຍ​ທົ່ວ​ໄປ​ ໄດ້ແລ້ວ ມັກອອກມາ​ປະ​ຕິ​ເສດການວ່າ ມີການໂຈມຕີ​ໂດຍ​ເຈດ​ຕະ​ນາຕໍ່ບັນດາ ນັກຂ່າວ.

ມີນັກ​ຂ່າວ​ເສຍ​ຊີວິດ​ຈາກການ​ໂຈມ​ຕີຂອງ ​ອິສຣາ​ແອ​ລ ​ໃນ​ ເລ​ບາ​ນອນ ທີ່ຜ່ານມາ 5 ຄົນ ລະຫວ່າງ​ມີການ​ປະ​ທະ​ກັນ, ​ໃນ​ນັ້ນ ​ລວມທັງ​ ທ່ານ ອິສຊາມ ອັບດາລລະ (Issam Abdallah), ນັກ​ຂ່າວຈາກອົງການຂ່າວ Reuters ນໍາອີກດ້ວຍ.

ເມືອງ ຮາສບາຢາ, ເປັນເມືອງທີ່ອາໄສຢູ່ໂດຍຊາວ ມຸສລິມ ແລະ ຊາວ ຄຣິສຕຽນ, ເຊິ່ງມີການໂຈມຕີໃນເຂດຊານເມືອງດັ່ງກ່າວໃນບໍ່ເທົ່າໃດອາທິດ ທີ່ຜ່ານມາ. ແຕ່ວັນສຸກມື້ນີ້, ໃນເວລາປະມານ 3 ໂມງເຊົ້າ ຕາມເວລາຢູ່ໃນ ທ້ອງຖິ່ນ, ແມ່ນການໂຈມຕີຄັ້ງທໍາອິດໃນຕົວເມືອງແຫ່ງນີ້.

ທ່ານ ຊີອາດ ມາກາຣີ (Ziad Makary), ລັດຖະມົນຕີກະ​ຊວງ​ຖະ​ແຫຼງ​ຂ່າວ ຂອງ ເລບານອນ ກ່າວວ່າ “ນີ້ແມ່ນອາຊະຍາກໍາສົງຄາມ.” ມີນັກຂ່າວຢ່າງ ໜ້ອຍ 18 ຄົນຈາກອົງການສື່ມວນຊົນ 6 ແຫ່ງ, ລວມທັງ ສກາຍ ນິວສ (Sky News), ອາລ-ຈາຊີຣາ (Al-Jazeera) ແລະວິທະຍຸກະຈາຍສຽງຂອງ ເລບານອນ ທີ່ພາກັນພັກເຊົາຢູ່ເຮືອນພັກດັ່ງກ່າວມານັ້ນ.

ທ່ານ ມູຮໍາມັດ ຟາຮາດ (Muhammad Farhat), ນັກຂ່າວຂອງອົງການຂ່າວ ເລບານອນ ອາລ-ຈາດີດ (Al-Jadeed) ກ່າວຕໍ່ອົງການຂ່າວ Reuters ວ່າ “ພວກເຮົາໄດ້ຍິນເຮືອບິນ ບິນໃນໄລຍະຕໍ່າຫຼາຍ, ນັ້ນຄືສິ່ງທີ່ເຮັດໃຫ້ພວກເຮົາ ຕື່ນຂຶ້ນມາ, ແລະຈາກນັ້ນ ພວກເຮົາກໍໄດ້ຍິນສຽງຂອງລູກສອນໄຟສອງລູກ.”

ລາວ​ກ່າວ​ວ່າ ເຮືອນພັກຫຼາຍ​ແຫ່ງ​ຖືກທໍາລາຍ. ວີດີໂອຂອງລາວສະແດງໃຫ້ ເຫັນລົດປີ້ນຫງາຍ ແລະໄດ້ຮັບຄວາມເສຍຫາຍ, ເຊິ່ງບາງເຄື່ອງໝາຍຂຽນວ່າ “ນັກຂ່າວ.”

ອ່ານຂ່າວນີ້ເປັນພາສາອັງກິດ