ເຈົ້າໜ້າທີ່ຕຳຫຼວດອິສຣາແອລ ໄດ້ກ່າວໃນວັນອາທິດມື້ນີ້ ວ່າ
ພວກເຂົາເຈົ້າໄດ້ຈຳກັດການເຂົ້າໄປຫາ ເມືອງເກົ່າແກ່ ຫຼື Old
City ຂອງ Jerusalem ຫຼັງຈາກຊາຍປາແລັສໄຕນ໌ ຄົນນຶ່ງໄດ້
ສັງຫານ ຊາວອິສຣາແອລ 2 ຄົນ ແລະ ເຮັດໃຫ້ອີກສອງຄົນໄດ້
ຮັບບາດເຈັບ ໃນການໂຈມຕີ ດ້ວຍການແທງພວກເຂົາເຈົ້າເມື່ອ
ຕອນກາງຄືນວັນເສົາວານນີ້. ການຫ້າມໄລຍະສອງມື້ ຈະບໍ່ມີຜົນ
ກະທົບຕໍ່ຊາວປາແລັດໄຕນ໌ຜູ້ທີ່ອາໄສ ເຮັດວຽກ ແລະ ສຶກສາ
ຢູ່ໃນເມືອງເກົ່າແກ່ ແຕ່ຜູ້ອື່ນ ຢູ່ໃນເຂດເຈຣູຊາແລັມຕາເວັນອອກ
ຈະບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປໄດ້. ແລະການຈຳກັດອີກອັນ
ນຶ່ງ ແມ່ນການຫ້າມເຂົ້າໄປໃນບໍລິເວນ ວັດມຸສລິມ al-Aqsa ທີ່ມີຄວາມລັບ ສຳຫລັບພວກຜູ້ຊາຍອາຍຸຕ່ຳກວ່າ 50 ປີ.
ເຈົ້າໜ້າທີ່ຕຳຫຼວດ ເຈຣູເຊແລັມ ກ່າວວ່າ ການໂຈມຕີໃນວັນເສົາຜ່ານມານັ້ນ ເກີດຂຶ້ນ ໃນ
ຂະນະທີ່ ສອງຜົວເມຍ ແລະ ລູກນ້ອຍ ກຳລັງຍ່າງຢູ່ໃກ້ໆ ວັດມຸສລິມດັ່ງກ່າວນັ້ນ. ຜູ້ທຳ
ການໂຈມຕີ ໄດ້ແທງພວກເຂົາ ຫຼາຍໆເທື່ອ ທີ່ໄດ້ສັງຫານຜູ້ເປັນພໍ່ ແລະຊາຍອີກຄົນນຶ່ງ
ທີ່ຢູ່ໃກ້ໆ ແລະ ໄດ້ເຮັດໃຫ້ຜູ້ເປັນແມ່ ແລະລູກນ້ອຍເຂົ້າຮັກສາບາດແຜຢູ່ໂຮງໝໍ.
ບັນດານັກຊ່ຽວຊານວິເຄາະຫຼັກຖານ ອິສລາແອລ ກວດສອບ ຈຸດເກີດເຫດ ຂອງການໂຈມຕີ ໃນ ເມືອງເກົ່າແກ່ ຫຼື Old City ຂອງເຈຣູເຊແລັມ, ວັນທີ 3 ຕຸລາ 2015.
ໂຄສົກຍິງຂອງຕຳຫຼວດ ກ່າວວ່າ ຜູ້ທຳການໂຈມຕີ ໄດ້ຖືກລະບຸໂຕວ່າ ແມ່ນທ້າວ
Mohannad Hallabi ອາຍຸ 19 ປີ ຈາກຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ໄດ້ຍາດເອົາ
ປືນຈາກຜູ້ເຄາະຮ້າຍຄົນນຶ່ງ ແລະ ໄດ້ເປີດສາກຍິງໃສ່ຕຳຫຼວດ ແລະ ພວກນັກທ່ອງທ່ຽວ
ຢູ່ໃກ້ໆບໍລິເວນດ່ັງກ່າວ ກ່ອນຜູ້ກ່ຽວຈະຖືກຍິງຕາຍ.
ຊາວປາແລັສໄຕນ໌ ພາກັນຫາມເອົາ ຊາຍຜູ້ບາດເຈັບ ໃນລະຫວ່າງ ປະຕິບັດການຈູ່ໂຈມ ຂອງທະຫານອິສຣາແອລ ໃນເມືອງ Jenin ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ, ວັນທີ 4 ຕຸລາ 2015.
Your browser doesn’t support HTML5
Israel Palestinians