ຕຳຫຼວດອິສຣາແອລ ປະທະກັບ ຊາວປາແລສໄຕນ໌ ຢູ່ໃນເຂດ ເຈຣູເຊແລັມ ຕາເວັນອອກ

ບັນດາຕຳຫລວດ ອິສຣາແອລ ພາກັນຈັບ ຊາຍປາແລສໄຕນ໌ຄົນໜຶ່ງໄວ້ ຂະນະທີ່ຊາວໜຸ່ມອິສຣາແອລ ພາກັນເຂົ້າໄປຍັງ ເຂດເມື່ອງເກົ່າຂອງ Jerusalem ຜ່ານປະຕູ Damascus ໃນລະຫວ່າງ ການເດີນຂະບວນສະເຫຼີມສະຫຼອງ ວັນ Jerusalem Day, ທີ 17 ພຶດສະພາ 2015.

ພວກ​ປະ​ທ້ວງ​ ແລະ ຕຳຫລວດ ຊາວ​ອິສຣາ​ແອ​ລ ​ໄດ້​ປະ​ທະ​ກັບ
ຊາວປາ​ແລສ​ໄຕ​ນ໌ຈຳນວນ​ໜຶ່ງ ທີ່​ແກວ່ງກ້ອນ​ຫິນໃສ່​ພວກ​ເຂົາ​ເຈົ້າ
​ໃນ​ວັນ​ອາທິດ​ວານ​ນີ້ ຢູ່​ໃນ​ເຂດ​ Jerusalem ຕາ​ເວັນ​ອອກ ທີ່ຢູ່​ໃຕ້
​ການ​ຄອບ​ຄອງ​ຂອງ ອິສຣາ​ແອ​ລນັ້ນ ​ໃນຂະນະ​ທີ່​ພວກຊາວ​ຢິວ
ຫົວຊາດ​ນິຍົມ ຫຼາຍພັນ​ຄົນ ​ພາກັນ​ເດີນ​ຂະ​ບວນ ຜ່ານ​ຕົວ​ເມືອງ
​ເພື່ອ​ເປັນ​ຂີດ​ໝາຍ ຄົບຮອບ 48 ປີ ຂອງ​ການ​ຍຶດຄອງ​ເຂດ​ດັ່ງກ່າວ.

ຕຳຫລວດ​ ​ກະ​ປະມານ​ວ່າ ມີຊາວ​ອິສຣາ​ແອ​ລ ​ຈຳນວນ 30,000
ຄົນ ອອກ​ມາ​ເດີນ​ຂະ​ບວນ ຜ່ານ​ເຂດ​ເມືອງ​ເກົ່າ​ແກ່​ ທີ່​ເປັນ​ເຂດ
​ຢູ່ອາ​ໄສ ຂອງຊາວ​ມຸສລິ​ມ​ໂດຍ​ສ່ວນ​ໃຫຍ່ ​ໄປ​ຍັງ​ເຂດ​ກຳ​ແພງ​ກ້ຳ
ຕາ​ເວັນ​ຕົກ ​ເພື່ອ​ລຳ​ລຶກ​ເຖິງ ການທີ່ອິສຣາ​ແອ​ລ​ຍຶດໄດ້​ເຂດ
Jerusalem ຕາ​ເວັນອອກ​ ຈາກຈໍ​ແດນ ​ໃນ​ສົງຄາມຫົກ​ມື້ ​ເມື່ອປີ 1967 ນັ້ນ. ​ມີລາຍ​ງານ​ວ່າ
ຕຳຫລວດ​ຈຳນວນ​ໜຶ່ງ​ ໄດ້​ຮັບ​ບາດ​ເຈັບ ​ແລະ ຊາວປາ​ແລສ​ໄຕ​ນ໌ ຢ່າງ​ນ້ອຍ​ 6 ຄົນ ​ຖືກ​ຈັບ​ກຸມ ​
ໃນ​ການ​ປະ​ເຊີນໜ້າ​ກັນນັ້ນ.

ພວກ​ປະ​ທ້ວງຊາວຢິວ ​ພາກ​ກັນ​ເຕັ້ນ​ລຳ ​ແລະ ຮ້ອງ​ໂຮວ່າ “​ອິສຣາ​ແອ​ລ ຈົ່ງ​ໝັ້ນຍືນ” ​
ໃນ​ຂະນະ​ດຽວ​ກັນ ພວກ​ຊາວ​ປາ​ແລ​ສ​ໄຕ​ນ໌ກຸ່ມ​ນ້ອຍໆ ຫຼາຍໆກຸຸ່ມ ​ໄດ້​ພາກ​ກັນ​ໂບກທຸງ
ຊາດ​ປາ​ແລ​ສ​ໄຕ​ນ໌ ​ແລະ​ຮ້ອງ​ໂຮ​ວ່າ “ພວກ​ເຮົາ ຈະ​ກອບ​ກູ້ເອົາປາ​ແລ​ສ​ໄຕ​ນ໌ຄືນມາ.”

ການ​ຍຶດ​ເອົາ​ເຂ​ດ Jerusalem ຕາ​ເວັນ​ອອກ ຂອງອິສຣາ​ແອ​ລນັ້ນ ​ແມ່ນ​ຍັງ​ບໍ່​ໄດ້​ຮັບ​
ການ​ຮັບຮູ້​ ໂດຍ​ນານາ​ຊາດ.

ປີ 2014 ເປັນປີທີ່ເຄັ່ງຕຶງ ລະຫວ່າງອິສຣາແອລ ກັບປາແລສໄຕນ໌:

Your browser doesn’t support HTML5

Tumultuous Year Heightens Israeli-Palestinian Tensions, Despair