ນາຍົກ ອິສຣາແອລ ບັນລຸ ການຕົກລົງ ກັບພັກຝ່າຍຄ້ານ

ນາຍົກລັດຖະມົນຕິ ອິສຣາແອລ ທ່ານ Benjamin Netanyahu, ຂວາມຶ, ແລະ ຫົວໜ້າພັກ Kadima ທ່ານ Shaul Mofaz ກໍາລັງຮ່ວມກັນຖະແຫລງຂ່າວ ກ່ຽວກັບການຕັ້ງລັດຖະບານປະສົມ ທີ່ກຸງ Jerusalem, ໃນວັນອັງຄານ ທີ່ 8, 2012.

ບັນດາເຈົ້າ​ໜ້າ​ທີ່ອິສຣາ​ແອ​ລກ່າວ​ວ່າ ນາຍົກລັດຖະມົນຕີ Benjamin Netanyahu ໄດ້ບັນ
ລຸ​ການ​ຕົກລົງ ຢ່າງ​ບໍ່​ຄາດ​ຝັນກັບພັກ​ຝ່າຍ​ຄ້ານ Kadima ​ເພື່ອ​ຈັດຕັ້ງລັດຖະບານ​ສາມັກຄີ
​ຊາດ ແລະຍົກເລີກ​ ການ​ເລືອກ​ຕັ້ງ ທີ່​ທ່ານ​ໄດ້​ຮຽກ​ໃຫ້​ມີ​ຂຶ້ນກ່ອນກຳນົດ.

ບັນດາ​ນັກ​ການ​ເມືອງຂອງອິສຣາແອ​ລ ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ຂໍ້​ຕົກລົງດັ່ງກ່າວ​ໃນວັນ​ອັງ​
ຄານມື້ນີ້ຫລັງ​ຈາກ​ໄດ້​ມີ​ການ​ໂຕ້​ຖຽງ​ກັນ​ເປັນ​ເວລາຫລາຍຊົ່ວໂມງ ຢູ່​ໃນສະພາ​ແຫ່ງ​ຊາດອິສ
ຣາ​ແອ​ລ ທີ່ໄດ້ເລີ້ມ​ແຕ່​ຕອນ​ແລງ ​ຂອງ​ວັນ​ຈັນວານ​ນີ້. ​ເຂົາ​ເຈົ້າ​ກ່າວ​ວ່າ ພາກ​ສ່ວນນຶ່ງ​ຂອງ​ຂໍ້​
ຕົກ​ລົງນີ້ ທ່າ​ນ Netanyahu ຈະ​ແຕ່ງຕັ້ງ ​ໃຫ້ຫົວໜ້າພັກ Kadima ທ່ານ Shaul Mofaz
​ເປັນ​ຜູ້​ຮອງ​ນາຍົກລັດຖະມົນຕີ.

​ໃນ​ວັນ​ອາທິດ​ຜ່ານ​ມາທ່ານ Netanyahu ​ໄດ້ຮຽກຮ້ອງ​ໃຫ້ຍຸບ​ລັດ​ຖະ​ບານ​ປະສົມຂອງ​ທ່ານ ​
ແລະ​ຈັດການ​ເລືອກ​ຕັ້ງສະພາກ່ອນ​ກຳນົດໃນເດືອນ​ກັນຍາ. ການ​ເລືອກ​ຕັ້ງ​ທີ່ໄດ້​ມີສະ​ເໜີ​ໄປ
​ນັ້ນຈະ​ມີ​ຂຶ້ນນຶ່ງ​ປີກ​ວ່າໆ ກ່ອນການ​ປ່ອນ​ບັດ​ແຫ່ງ​ຊາດ​ທີ່​ໄດ້​ກຳນົດ​ໃສ່​ເດືອນ​ຕຸລາ​ປີ 2013.

ທ່າ​ນ Netanyahu ກ່າວ​ຕໍ່ບັນດາ​ສະມາຊິກພັກ Likud ຂອງ​ທ່ານໃນ​ວັນ​ອາທິດຜ່ານ​ມາ​ນີ້​
ວ່າ ທ່ານ​ບໍ່​ຢາກ​ໃຫ້​ເກີດ​ການ​ຂາດ​ສະຖຽນ​ລະ​ພາບເປັນ​ເວລາປີ​ເຄິ່ງ ຊຶ່ງ​ຈະ​ເປັນ​ອັນຕະລາຍ
​ຕໍ່ຄວາມ​ປອດໄພ ​ເສດຖະກິດ ​ແລະ​ສັງຄົມ. ທ່ານ​ກ່າວ​ວ່າ​ ການ​ໂຄສະນາ​ຫາ​ສຽ​ງ​ ເປັນ​ເວລາ
​ສັ້ນໆ​ສີ່ ​ເດືອນ ຈະ​ໃຫ້ການ​ຄໍ້າປະກັນຕໍ່​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ.

ການ​ຢັ່ງ​ສຽງ​ຄັ້ງ​ຫລ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າຄວາມ​ນິຍົມ​ຊົມ​ຊອບ​ຕໍ່​ນາ ຍົກ​ລັດ​ຖະ​ມົນ​ຕີ Ne-
tanyahu ຍັງ​ສູງ​ຢູ່​ ​ໃນ​ເວລາ​ນີ້.