ສະຫະພາບຢູໂຣບ ກ່າວຕໍ່ທ່ານ ເນທັນຢາຮູ ວ່າ ນະຄອນເຈຣູຊາແລັມ ​ເປັນເມືອງຫຼວງ​ ຂອງ ທັງສອງປະເທດ

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນທັນຢາຮູ, ຊ້າຍ ໂອ້ລົມກັບ​ຫົວໜ້ານະ​ໂຍບາຍການຕ່າງປະ​ເທດຂອງ ສະຫະພາບ​ຢູ​ໂຣບ ທ່ານນາງ​ເ​ຟ​ເດີຣິກາ ​ໂມ​ກາຣີນີ ໃນກອງປະຊຸມສອງຝ່າຍ ໃນຕຶກອີຢູ ໃນວັນຈັນ, 11 ທັນວາ 2017.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນທັນຢາຮູ ​ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້​
ວ່າ ທ່ານ​ເຊື່ອ​ວ່າ ​ສ່ວນ​ໃຫຍ່ຂອງບັນດາ​ປະ​ເທດ​ຢູ​ໂຣບ ຈະ​ພາກັນ​ຍົກ ຍ້າຍສະຖານທູດ
ຂອງຕົນໄປ​ຍັງນະຄອນເຈຣູຊາແລັມ ​ແລະ​ຮັບ​ຮູ້​ນະຄອນນີ້​ວ່າ ​ເປັນເມືອງຫຼວງ​ຂອງ​
ປະ​ເທດອິສຣາ​ແອ​ລ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະກາດ​ຂອງປະ ທານາທິບໍດີສະຫະລັດ
ທ່ານ​ດໍໂນ​ລ ທຣຳ ກໍ​ຈະ​ເຮັດ​ແບບ​ນັ້ນ​ເຊັ່ນ​ກັນ.

ໃນການ​ຖະ​ແຫຼ​ງການນະ​ຄອນ​ບຣັສ​ແຊລ​ສ໌ ຄຽງ​ຂ້າງ​ກັບ​ຫົວໜ້ານະ​ໂຍບາຍການຕ່າງ
ປະ​ເທດຂອງສະຫະພາບ​ຢູ​ໂຣບ ທ່ານນາງ​ເ​ຟ​ເດີຣິກາ ​ໂມ​ກາຣີນີ, ທ່ານເນທັນຢາຮູ ​
ໄດ້ກ່າວ​ວ່າການ​ທີ່​ທ່ານ​ທຣຳ ​ໄດ້​ຮັບ​ຮູ້​ນະຄອນເຈຣູຊາແລັມ “​ແມ່ນ​ໄດ້​ເອົາ​ຫຼັກຖານ
​ຄວາມ​ຈິງ​ມາວາງໄວ້ເທິງ​ໂຕະ
” ​ແລະ​ວ່າ “ສັນຕິພາບ​ນັ້ນ​ ແມ່ນ​ຢູ່​ບົນ​ພື້ນຖານ​ຂອງ
​ຄວາມ​ເປັນ​ຈິງ.”

“ນະຄອນເຈຣູຊາແລັມ ​ແມ່ນ​ເປັນ​ເມືອງຫຼວງ​ຂອງ​ປະ​ເທດອິສຣາ​ແອ​ລ. ບໍ່​ມີ​ຜູ້​ໃດ​
ກ້າ​ປະຕິ​ເສດ​ໄດ້ ມັນ​ບໍ່​ໄດ້ພາໃຫ້ມີການ​ຫຼີກ​ລ່ຽງສັນຕິພາບ ​ມັນ​ເຮັດ​ໃຫ້​ສັນຕິພາບ ​
ເປັນ​ໄປ​ໄດ້ ​ເພາະວ່າ ການ​ຮັບ​ຮູ້ເຖິງ​ຄວາມ​ເປັນ​ຈິງ ​ແມ່ນແກ່ນສານ​ຂອງ​ສັນຕິພາບ. ​
ມັນແມ່ນ​ພື້ນຖານ​ຂ​ອງສັນຕິພາບ,”
ນັ້ນຄືຄຳເວົ້າຂອງທ່ານ​ເນທັນຢາຮູ ໄດ້ກ່າວ​ໄວ້.

ປະທານາທິບໍດີຣັດເຊຍ ທ່ານ ວລາດິເມຍ ປູຕິນ (ຊ້າຍ) ພົບປະກັບ ປະທານາທິບໍດີອີຈິບ ທ່ານ ອັບແດລ ຟາຕາ ແອລ ຊິສຊີ ໃນຂະຄອນໄຄໂຣ, 11 ທັນວາ 2017.

ທ່ານນາງໂມ​ກາຣີນີ ​ເຖິງ​ຢ່າງ​ນັ້ນກໍຕາມ ​ໄດ້​ບອກ​ປະຕິເສດ ຕໍ່ທ່ານເນທັນຢາຮູ ​
ໂດຍ​ກ່າວວ່າ ສະ​ຫະພາບຢູ​ໂຣບ ຈະ​ບໍ່​ເຂົ້າ​ຮ່ວມ​ກັບ​ການ​ຮັບ​ຮູ້​ນະຄອນເຈຣູຊາແລັມ ​
ວ່າ​ເປັນເມືອງຫຼວງ​ຂອງ​ປະ​ເທດອິສຣາ​ແອ​ລ ຄືກັບ​ທ່ານ​ ທຣຳ.

“ພວກ​ເຮົາ​ເຊື່ອ​ວ່າ ມີ​ພຽງ​ທາງ​ອອກ ​ທີ່​ເປັນຄວາມ​ຈິງ ​ຕໍ່​ບັນຫາ​ຂັດ​ແຍ້​ງລະຫວ່າງ
ອິສຣາ​ແອ​ລ ​ແລະ​ປາ​ແລສ​ໄຕ​ນ໌ ​ແມ່ນ​ບົນ​ພື້ນຖານ ການແກ້ໄຂ ແບບສອງ​ລັດ ໂດຍມີ
ນະຄອນເຈຣູຊາແລັມ ​ເປັນເມືອງຫຼວງ​ຂອງທັງອິສຣາ​ແອ​ລ ​ແລະ​ປາ​ແລສ​ໄຕ​ນ໌,”
ນັ້ນຄືຄຳເຫັນຂອງ​ທ່ານນາງໂມ​ກາຣີນີ.

ທ່ານນາງ ​ໄດ້​ປະຕິຍານ ທີ່​ຈະ​ເຮັດ​ວຽກ​ເພີ່ມ​ຂຶ້ນ ​ກັບ​ພາ​ຄີ​ໃນ​ຂົງ​ເຂດ ທີ່​ຮວມທັງອີ​ຈິບ​
ແລະຈໍ​ແດນ ຕະຫລອດທັງອິສຣາ​ແອ​ລ ​ແລະ​ປາ​ແລສ​ໄຕ​ນ໌ນຳດ້ວຍ ​ເພື່ອລິເລີ່ມຂັ້ນ
​ຕອນສັນຕິ​ພາບຄືນ​ໃໝ່. “​ເຖິງ​ແມ່ນ​ວ່າ ມັນ​ຈະ​ມີ​ຂຶ້ນ​ໃນ​ເວລາ​ທີ່​ຫຍຸ້ງ ຍາກ​ລຳ​ບອກ
ກໍ​ຕາມ.”

ປະທານາທິບໍດີຣັດ​ເຊຍ ທ່ານ ວລາ​ດິ​ເມຍ​ ປູ​ຕິນ ​ຢູ່​ໃນ​ຄຳ​ຖະ​ແຫຼ​ງ ລະຫວ່າງ ​ການຢ້ຽມ
ຢາມ​ອີ​ຈິບ ​ ​ຍັງ​ໄດ້ກ່າວຢ້ຳເຖິງ​ຄວາມ​ຈຳ​ເປັນທີ່ຈະເລີ້ມການ​ເຈລະຈາລະຫວ່າງ
​ປາ​ແລສ​ໄຕ​ນ໌ ​ແລະອິສຣາ​ແອ​ລຄືນໃໝ່ໃນທັນທີ ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງທັງໝົດ,
ຮວມທັງຖານະ​ຂອງນະຄອນເຈຣູຊາແລັມ.

ທ່ານນາງໂມ​ກາຣີນີ ​ໄດ້​ກ່າວວ່າ ສິ່ງ​ທີ່​ຂີ້ຮ້າຍ​ທີ່​ສຸດ ທີ່​ຈະ​ເກີດ​ຂຶ້ນ ​ໃນ​ເວລາ​ນີ້ແມ່ນ​
ການເພີ່ມຄວາມ​ຮຸນ​ແຮງ ​ແລະ​ຄວາມເຄັ່ງ​ຕຶງ​ ​ແລະ​ທ່ານ​ນາງ ຍັງໄດ້​ປະນາມ ​
“ໃນທາງທີ່ແຮງທີ່ສຸດ” ຕໍ່ການ​ໂຈມ​ຕີຊາວ​ຢິວ ​ແລະອິສຣາ​ແອ​ລ.

ພວກ​ປະ​ທ້ວງ​ຕໍ່ຕ້ານການ​ຕັດສິນ​ໃຈຂອງ​ທ່ານທຣຳ ​ແມ່ນ​ຍັງ​ໄດ້​ສືບ​ຕໍ່ມາຈົນ​ເຖິງ​ວັນ​ຈັນ
​ວານ​ນີ້ ບ່ອນ​ທີ່​ມີ​ຜູ້​ຄົນ​ຫຼາຍ​ສິບ​ພັນ​ຄົນ ອອກ​ມາ​ຊຸມນຸມປະ​ທ້ວງ ​ໂດຍກຸ່ມ ​ເຮ​ສ​ໂບລາ
​ໃນ​ນະຄອນ​ເບຣຸຕ ປະເທດ​ເລ​ບາ​ນອນ ​ແລະ​ໂຮ​ຮ້ອງ​ວ່າ “ອາ​ເມຣິກາ​ຈົ່ງຕາຍ​ຫູງ
ຕາຍຫ່າ”
ແລະ “ອິສຣາ​ແອ​ລ ຈົ່ງຕາຍຫ່າ!” ພວກ​ປະ​ທ້ວງ​ພາກັນ​ຖື​ປ້າຍ “ເຈຣູຊາແລັມ
​ແມ່ນ​ເມືອງຫຼວງ​ຂອງປາ​ແລສ​ໄຕ​ນ໌ຕະຫລອດໄປ.”


ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກປະທ້ວງພາກັນຈູດເຜົາຫຸ່ນຈຳລອງຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ໂຮມຊຸມນຸມກັນຢູຂ້າງນອກ ນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນຈັນ, 11 ທັນວາ 2017.