ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ກ່າວຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນວັນພະຫັດນີ້ວ່າ ການຂະຫຍາຍ ການຕັ້ງຖິ່ນຖານຂອງອິສຣາແອລໃນເຂດຍຶດຄອງຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນກຳລັງທຳລາຍທຸກຄວາມຫວັງ ໃນການແກ້ໄຂແບບມີສອງລັດສອງປະເທດຄຽງຄູ່ກັນ ຕໍ່ບັນຫາຂັດແຍ້ງທີ່ມີມາເປັນເວລາດົນນານ ລະຫວ່າງອິສຣາແອລແລະບັນດາປະເທດເພື່ອນບ້ານອາຣັບ.
ທ່ານ Abbas ກ່າວວ່າ “ອັນທີ່ ລັດຖະບານອິສຣາແອລ ກຳລັງດຳເນີນຢູ່ ໃນການສືບຕໍ່ແຜນການຂະຫຍາຍການຕັ້ງຖິ່ນຖານຈະທຳລາຍຕໍ່ແມ່ນຫຍັງກໍຕາມທີ່ອາດຍັງຫຼົງເຫຼືອ ຢູ່ສຳລັບການແກ້ໄຂ ແບບມີສອງລັດສອງປະເທດຄຽງຄູ່ກັນ ຢູ່ຕາມຊາຍແດນປີ 1967 ນັ້ນ.”
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ໄດ້ປະຕິເສດ ຕໍ່ການກ່າວອ້າງຂອງທ່ານ Abbas ແລະເວົ້າວ່າ “ຂ້າພະເຈົ້າພ້ອມແລ້ວ ທີ່ຈະເຈລະຈາ ກ່ຽວ ກັບລາຍລະອຽດຂອງສະຖານະພາບຂັ້ນສຸດທ້າຍ ແຕ່ສິ່ງນຶ່ງທີ່ຂ້າພະເຈົ້າຈະບໍ່ຍອມເຈ ລະຈາ ກໍຄືສິດທິໃນການມີລັດອິສຣາແອລ ພຽງປະເທດດຽວເທົ່ານັ້ນ.”
Your browser doesn’t support HTML5
Palestinian Authority's Abbas Speaks to UN General Assembly
ທ່ານ Netanyahu ໄດ້ເຊື້ອເຊີນໃຫ້ທ່ານ Abbas ໄປກ່າວຄຳປາໄສຕໍ່ສະພາແຫ່ງຊາດ Knesset ຂອງອິສຣາແອລແລະກ່າວວ່າ ເພື່ອເປັນການຕອບແທນທ່ານຢາກຈະໂອ້ລົມໂດຍກົງກັບສະພານິຕິບັນຢັດຂອງປາແລສໄຕນ໌.”
ຊາວປາແລສໄຕນ໌ ໄດ້ປະຕິເສດຕໍ່ການສະເໜີໃນຄັ້ງຜ່ານມາ ຂອງທ່ານ Netanyahu ກ່ຽວກັບການພົບປະໃນທຳນອງນີ້ ໂດຍກ່າວວ່າ ທ່າທີແບບຫົວແຂງກະດ້າງຂອງທ່ານ ກ່ຽວກັບບັນຫາໃຈກາງຕ່າງໆເຮັດໃຫ້ການໂອ້ລົມກັນເປັນໄປບໍ່ໄດ້.
ທ່ານ Netanyahu ໄດ້ປະຕິເສດ ຕໍ່ແຜນການທີ່ຈະໂຈະການຕັ້ງຖິ່ນຖານຂອງຊາວຢິວ ໃສ່ດິນອາຣັບຢູ່ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ. ນອກນັ້ນແລ້ວທ່ານຍັງໄດ້ປະ ຕິເສດບໍ່ຮັບຮູ້ດິນແດນອິສຣາແອລ ກ່ອນສົງຄາມອາຣັບ ກັບອິສຣາແອລ ປີ 1967 ເພື່ອເປັນຈຸດເລີ້ມຕົ້ນໃນການເຈລະຈາຊຶ່ງນັ້ນອາດຈະໝາຍຄວາມວ່າການຄວບຄຸມນະຄອນເຈຣູຊາແລັມຮ່ວມກັນກັບຊາວປາແລສໄຕນ໌ ແລະການປັບປ່ຽນ ທີ່ສຳຄັນອື່ນໆ ກ່ຽວກັບເລື້ອງເຂດນ້ຳແດນດິນ.
Your browser doesn’t support HTML5
Israel's Netanyahu Speaks at UN General Assembly
ນາຍົກລັດຖະມົນຕີອິສຣາແອລກ່າວວ່າ ການແບ່ງແຍກໃດໆກໍຕາມຂອງນະຄອນເຈຣູ ຊາແລັມ ແມ່ນເປັນທີ່ຮັບເອົາບໍ່ໄດ້ ແລະທ່ານໄດ້ປະຕິເສດທີ່ຈະພິຈາລະນາຖອນການຕັ້ງຖິ່ນຖານໃດໆຂອງຊາວຢິວຢູ່ໃນດິນແດນຂອງປາແລສໄຕນ໌.
ທ່ານ Ban Ki-moon ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທີ່ກຳລັງຈະພົ້ນ ຈາກຕຳແໜ່ງ ແລະປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຕ່າງກໍໄດ້ກ່າວອ້າງວ່າ ການຕັ້ງບ້ານໃໝ່ຂອງອິສຣາແອລເປັນໄພຂົ່ມຂູ່ຕໍ່ການແກ້ໄຂແບບມີສອງລັດສອງປະເທດຄຽງຄູ່ກັນຢູ່ໃນຄຳປາໄສຂອງພວກທ່ານຕໍ່ກອງປະຊຸມສະມັດຊາໃຫຍ່ໃນອາທິດນີ້.