ກອງທັບອິສຣາແອລ ກ່າວວ່າ ກອງທະຫານໄດ້ປະຕິບັດການຢູ່ພາກພື້ນດິນ ໃນເຂດກາຊາ

  • ວີໂອເອ

ພາບໜ້າຈໍນີ້ ມາຈາກວີດີໂອແຈກຍາຍໂດຍກອງທັບອິສຣາແອລ ໃນວັນທີ 26 ຕຸລາ 2023, ສະແດງໃຫ້ເຫັນ "ການໂຈມຕີແບບກຳນົດເປົ້າໝາຍ" ທາງພາກເໜືອຂອງເຂດກາຊາ ພ້ອມກັບລົດຖັງ ແລະ ທະຫານລາບ.

ກອງທັບ​ອິສຣາ​ແອ​ລ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນ​ໄດ້​ທໍາ​ການ​ໂຈມ​ຕີ​ທາງພາກ ພື້ນດິນ​ໃນ​ເຂດກາຊາ ບ່ອນ​ທີ່​ກອງ​ກຳລັງ​ອິສຣາ​ແອ​ລ ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາ ກາດທີ່​ແນ​ເປົ້າ​ໃສ່​ພວກ​ຫົວ​ຮຸນ​ແຮງຮາມາສ ເປັນ​ເວລາ​ເກືອບ 3 ອາທິດແລ້ວ.

ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອ​ລ ຫຼື IDF ກ່າວ​ວ່າລົດ​ຖັງ ​ແລະ​ທະຫານ​ລາບ​ຂອງ​ຕົນ “​ໄດ້​ໂຈມ​ຕີ​ບັນດາ​ໜ່ວຍ​ກໍ່​ການ​ຮ້າຍ, ພື້ນຖານ​ໂຄງ​ລ່າງ ​ແລະ ຖານຍິງ​ລູກ​ສອນ​ໄຟ​ຕ້ານ​ລົດ​ຖັງຈຳນວນຫຼາຍ” ກ່ອນ​ທີ່ຈະເດີນທາງກັບ​ຄືນ​ໄປ​ຍັງ​ດິນ​ແດນ ອິສຣາແອລ.

IDF ກ່າວ​ວ່າ ການ​ປະ​ຕິ​ບັດການ​ດັ່ງ​ກ່າວ​ແມ່ນເພື່ອ​ກະ​ກຽມ "ສຳ​ລັບ​ການ​ສູ້​ລົບ​ໃນ​ໄລ​ຍະ​ຕໍ່​ໄປ."

ບັນດາເຈົ້າໜ້າທີ່ອິສຣາແອລ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮັບປະກັນໃຫ້ກຸ່ມ ຮາມາສ ບໍ່ສາມາດທຳການໂຈມຕີທີ່ເປັນໄພຂົ່ມຂູ່ຕໍ່ອິສຣາແອລ ໄດ້ອີກຕໍ່ໄປ ຫລັງຈາກການໂຈມຕີໃນວັນທີ 7 ຕຸລາ ຂອງກຸ່ມຫົວຮຸນແຮງ ທີ່ໄດ້ສັງຫານປະມານ 1,400 ຄົນ.

ກອງທັບ​ອິສຣາ​ແອ​ລ​ໄດ້​ຮຽກ​ຕົວ​ທະຫານ​ກອງໜຸນ 300,000 ຄົນ ​ແລະ​ຕັ້ງກອງ​ທະຫານ​ຢູ່​ໃກ້​ຊາຍ​ແດນ​ເຂດ​ກາຊາ ກ່ອນ​ການ​ໂຈມ​ຕີ​ທາງ​ພາກ​ພື້ນ​ທີ່​ຄາດການ​ໄວ້.

ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ກ່າວໃນຖະແຫຼງ ການທາງໂທລະພາບໃນວັນພຸດວານນີ້ວ່າ ອິສຣາແອລກຳລັງ “ກະກຽມການ ບຸກໂຈມຕີທາງບົກ. ຂ້າພະເຈົ້າຈະບໍ່ລົງລາຍລະອຽດວ່າເມື່ອໃດ,​ ແນວໃດ ຫຼືຈັກຄັ້ງ.”

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ​ສະແດງການ​ສະໜັບສະໜຸນ​ໃນ​ວັນ​ພຸດ​ວານ​ນີ້ ​ໃນສິ່ງທີ່ຕອນນີ້​ເບິ່ງ​ຄື​ວ່າ ​ເປັນ​ເປົ້າ​ໝາຍ​ທີ່​ຫ່າງ​ໄກ - ເຊ່ິງກໍ່ຄື ຄວາມ​ປາຖະໜາ​ທີ່​ສະຫະລັດ ​ໄດ້​ສະແຫວງຫາ​ມາ​ເປັນ​ເວລາ​ດົນ​ນານ ສຳລັບ​ລັດ​ອິສຣາ​ແອລ ​ແລະ ປາ​ແລັ​ສ​ໄຕນ໌ ທີ່​ແຍກຈາກັນ ແລະເປັນ​ເອກະລາດ.

ທ່ານໄບເດັນ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ຂາວ​ວ່າ “ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຊາວ ປາ​ແລັ​ສ​ໄຕ​ນ໌ ບໍ່​ສາ​ມາດ​ຖືກ​ລະ​ເລີຍ. ຊາວອິສຣາແອລ ແລະ ປາແລັສໄຕນ໌ ຢ່າງສະເໝີພາບກັນ ສົມຄວນທີ່ຈະຢູ່ຄຽງຂ້າງ ກັນຢ່າງປອດໄພ, ມີກຽດສັກສີ ແລະສັນຕິ.”

ອ່ານຂ່າວນີ້ເປັນພາສາອັງກິດ