ບັນດາເຈົ້າໜ້າທີ່ຂັ້ນສູງສຸດຂອງອິສຣາແອລໄດ້ເຕືອນທ່ານ
John Kerry ລັດຖະມົນຕີຕ່າງປະເທດສະຫະລັດວ່າ ພວກ
ເຂົາເຈົ້າຈະບໍ່ຍອມຖືກຂູ່ເຂັນ ໃຫ້ເຊັນສັນຍາສັນຕິພາບກັບ
ພວກປາແລສໄຕນ໌ນັ້ນ.
ພວກຜູ້ນຳອິສຣາແອລ ໄດ້ສະແດງປະຕິກິລິຍາແບບໂມໂຫ ໃນ
ວັນອາທິດວານນີ້ ຫຼັງຈາກທ່ານ Kerry ເຕືອນວ່າ ຖ້າການເຈລະ
ຈາສັນຕິພາບ ກັບພວກປາແລສໄຕນ໌ ປະສົບກັບຄວາມລົ້ມແຫຼວ
ອິສຣາແອລສາມາດປະເຊີນກັບການຖືກນາໆຊາດ ຮວມຫົວກັນ
ຂວ້ຳບາດ ຫຼາຍຂຶ້ນ.
ໃນກອງປະຊຸມປະຈຳສັບປະດາຂອງຄະນະລັດຖະບານ ຢູ່ Jerusalem ບັນດາເຈົ້າໜ້າທີ່ອິສຣາແອລ ຖືຄຳເຕືອນຂອງທ່ານ Kerryວ່າ ເປັນການຂົ່ມຂູ່ໂດຍກົງ ໃຫ້ອິສຣາແອລທຳການຍິນຍອມຕໍ່ພວກປາແລສໄຕນ໌ ຖ້າບໍ່ດັ່ງນັ້ນ ກໍຈະປະເຊີນກັບຄວາມເສຍຫາຍຢ່າງໜັກ.
ນາຍົກລັດຖະມົນຕີ Benjamin Netanyahu ກ່າວວ່າ ຄວາມກົດດັນຂອງນາໆຊາດຕໍ່ອິສ
ຣາແອລນັ້ນ ສ້າງຄວາມເສຍຫາຍໃຫ້ແກ່ຄວາມພະຍາຍາມສ້າງສັນຕິພາບ ເພາະວ່າ ມັນ
ເຮັດໃຫ້ຝ່າຍປາແລສໄຕນ໌ເອົາທ່າທີແຂງກະດ້າງຂຶ້ນ ແລະທ່ານເອີ້ນ ຄວາມພະຍາຍາມທີ່
ຈະຂວ້ຳບາດອິສຣາແອລນັ້ນວ່າ ຜິດສີນລະທຳແລະບໍ່ຍຸຕິທຳ.
ກະຊວງການຕ່າງປະເທດສະຫະລັດໄດ້ອອກຖະແຫຼງການ ໃຫ້ຄວາມກະຈ່າງແຈ້ງກ່ຽວກັບເລື້ອງນີ້ ໂດຍກ່າວວ່າ ຖ້ອຍຖະແຫຼງຂອງທ່ານ Kerry ນັ້ນແມ່ນໄດ້ຖືກຕີຄວາມໝາຍອອກນອກເລື້ອງ. ຖະແຫລງການເວົ້າວ່າ ລັດຖະມົນຕີຕ່າງປະເທດແຄຣີ ຄັດຄ້ານຢ່າງແຂງແຮງຕໍ່
ການຂວ້ຳບາດໃດໆຕໍ່ອິສຣາແອລ ແລະເວົ້າວ່າ ທ່ານເອີ່ຍເຕື້ອງເຖິງການເຄື່ອນໄຫວ ທີ່ປະເທດອື່ນໆໄດ້ສະແດງອອກມາ ເທົ່ານັ້ນ.