ການໂຈມຕີທາງອາກາດຂອງອິສຣາແອລ ໂຈມຕີພາກໃຕ້ຂອງເລບານອນ

  • ວີໂອເອ

ປະຊາຊົນຮວມໂຕກັນ ເທິງຊາກຫັກພັກ ຂອງສູນການແພດ ທີ່ຖືກທຳລາຍໂດຍການໂຈມຕີທາງອາກາດຂອງອິສຣາແອລ ໃນຕອນເຊົ້າວັນພຸດ ຢູ່ໃນບ້ານ ເຮັບບາຣີຢີ (Hebbariye), ພາກໃຕ້ຂອງເລບານອນ, ວັນທີ 27 ມີນາ, 2024.

ພວກຫົວຮຸນແຮງ ເຮັສໂບລາ ໃນເລບານອນ ໄດ້ຍິງຈະຫຼວດ ໃສ່ທາງພາກເໜືອຂອງອິສຣາແອລ ໃນວັນພຸດມື້ນີ້ ເພື່ອຕອບໂຕ້ການໂຈມຕີທາງອາກາດ ຂອງອິສຣາແອລ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ໃນພາກໃຕ້ຂອງເລບານອນ.

ກອງທັບ​ອິສຣາ​ແອ​ລກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ຕົນທີ່​ໄດ້​ແນ​ເປົ້າ​ໃສ່​ຕຶກ​ອາຄານ​ທາງ​ທະຫານ ​ໄດ້​ສັງຫານ​ສະມາຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ອາລ-ຈາມາ ອາລ-ອິສລາມາຢາ (al-Jamaa al-Islamiya) ທີ່​ໄດ້​ຊຸກຍູ້​ແຜນການ​ກໍ່​ການ​ຮ້າຍ​ທີ່​ແນ​ເປົ້າໃສ່​ອິສຣາ​ແອ​ລ.

ອົງການຂ່າວ AFP ໄດ້ອ້າງເຖິງເຈົ້າໜ້າທີ່ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ອາລ-ຈາມາ ອາລ-ອິສລາມາຢາ (al-Jamaa al-Islamiya) ວ່າ ມີຜູ້ເສຍຊີວິດ 7 ຄົນ ໃນບ້ານ ຢູ່ເຂດ ເຮັບບາຣີຢິ (Hebbariyeh). ແຫຼ່ງ​ຂ່າວ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ເລ​ບາ​ນອນ ​ໄດ້​ໃຫ້ ຂໍ້ມູນຂອງຈຳນວນຜູ້ເສຍຊີວິດທີ່ຄືກັນກັບອົງການຂ່າວ Reuters.

ຄວາມ​ຮຸນ​ແຮງ​ຂ້າມ​ຊາຍ​ແດນນັ້ນ ເປັນ​ການ​ຕອບໂຕ້​ຄັ້ງ​ຫຼ້າ​ສຸດ​ທີ່ເກີດຂຶ້ນ​ໃນ​ຂະນະ​ທີ່​ອິສຣາ​ແອ​ລ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ກຳຈັດ​ກຸ່ມ​ກໍ່​ການ​ຮ້າຍ ຮາມາສ ​ເຊິ່ງ​ເປັນ​ພັນທະ​ມິດຂອງກຸ່ມ ເຮັສໂບລາ ຢູ່ໃນ​ເຂດ​ກາຊາ.

ກອງທັບຂອງອິສຣາແອລຍັງໄດ້ລາຍງານໃນວັນພຸດວານນີ້ວ່າ ກຳລັງປະຕິບັດການທາງພາກພື້ນດິນ ຢູ່ທີ່ໂຮງຫມໍ ຊີຟາ (Shifa) ທາງພາກເຫນືອຂອງ ເຂດກາຊາ, ໃນຂະນະດຽວກັນ ກໍຍັງປະຕິບັດການໂຈມຕີທາງອາກາດ ແລະການສູ້ລົບໃນພື້ນທີ່ ຂອງເຂດ ຄານ ຢູນິສ (Khan Younis) ທາງພາກໃຕ້ຂອງ ເຂດກາຊາ ນຳດ້ວຍ.

ຄວາມ​ພະຍາຍາມ​ໃນການຢຸດຕິ​ການສູ້ລົບກັນ​ຊົ່ວຄາວ, ​ໂດຍ​ມີ​ຂໍ້​ສະ​ເໜີ​ທີ່​ລວມ​ເຖິງ​ການ​ປ່ອຍຕົວ​ປະກັນ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນເຂດ​ກາຊາ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ພົນລະ​ເຮືອນຊາວປາ​ແລັສ​ໄຕ​ນ໌, ປາກົດ​ວ່າ ​ບໍ່​ໄດ້​ໃກ້ຄຽງກັບ​ຄວາມ​ເປັນ​ຈິງ​ເລີຍ ​ເຖິງ​ແມ່ນວ່າ ​ມະຕິ​ຂອງສະພາ​ຄວາມ​ໝັ້ນຄົງຂອງ​ອົງການ​ສະຫະ​ປະຊາ​ຊາດ​ ຈະຮຽກຮ້ອງ​ໃຫ້​ຢຸດ​ຍິງ​ໃນທັນທີ ກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ: