ອົງການສະຫະປະຊາຊາດກ່າວວ່າ ການດໍາເນີນງານດ້ານມະນຸດສະທໍາໃນຂົງເຂດກາຊາ ແມ່ນ 'ເປັນໄປບໍ່ໄດ້'

  • ວີໂອເອ

ປະຊາຊົນຢູ່ໃນຂົງເຂດ ກໍາລັງກວດເບິ່ງຄວາມເສຍຫາຍ ເນື່ອງຈາກການຖິ້ມລະເບີດຂອງອິສຣາແອລ ໃສ່ໝູ່ບ້ານຂອງຊາວເລບານອນ ທີ່ຕັ້ງຢູ່ທາງພາກໃຕ້ຂອງເມືອງ ເຄີເບັດ ໂຊມ (Kherbet Selm) ໃກ້ກັບບໍລິເວນຊາຍແດນ, ວັນທີ 28 ກຸມພາ 2024.

ອົງການສະຫະປະຊາຊາດກ່າວໃນວັນພຸດວານນີ້ວ່າ ບັນດາຜູ້ທີ່ພະຍາຍາມແຈກ ຢາຍ ຫຼື ຮັບການຊ່ວຍເຫຼືອດ້ານມະນຸດສະທຳຢູ່ໃນແຫຼມກາຊາ ກຳລັງປະເຊີນ ກັບສິ່ງທ້າທາຍທີ່ກໍາລັງເປັນໄພຂົ່ມຂູ່ຕໍ່ຊີວິດຂອງພວກເຂົາເຫຼົ່ານັ້ນ.

ໃນການສະແດງ​ຄຳ​ເຫັນ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່ລັດ​ນິວຢອກ, ​ໂຄສົກອົງການ​ສະຫະ​ປະຊາ​ຊາດ ທ່ານສເຕຟານ ດູຈາຣິກ (Stephane Dujarric) ກ່າວ​ວ່າ ຄວາມ​ອັນຕະລາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ໂດຍ​ການ​ປະ​ທະ​ກັນ​ທີ່​ຍັງຄົງດຳ​ເນີນ​ຢູ່ນີ້ ​ໄດ້​ເຮັດ​ໃຫ້ອົງການ​ສະຫະ​ປະຊາ​ຊາດ​ ຜັກດັນໃຫ້ມີການ​ຢຸດ​ຍິງ​ດ້ານ​ມະນຸດສະທຳຊໍ້າ ແລ້ວຊໍ້າອີກ.

ທ່ານ ດູຈາຣິກ ກ່າວວ່າ “ແມ່ນແລ້ວ, ມີລົດບັນທຸກຫຼາຍຄັນທີ່ແລ່ນຜ່ານຈາກ ອິສຣາແອລ ເຂົ້າສູ່ເຂດກາຊາ. ສະຖານະການໃນກາຊາຄື ດັ່ງທີ່ພວກເຮົາໄດ້ ອະທິບາຍ ມັນມີຫຼາຍໆອັນ, ສໍາລັບພວກເຮົາແລ້ວ ມັນເກືອບເປັນໄປບໍ່ໄດ້ເລີຍ ທີ່ຈະດໍາເນີນງານທາງດ້ານມະນຸດສະທໍາ. ມັນຍັງຄົງມີ​ຄວາມ​ຂັດ​ແຍ້ງ​ກັນ​ເກີດ ຂຶ້ນຢ່າງຕໍ່ເນື່ອງ. ມີ​ການ​ລະ​ເມີດ​ກົດ​ຫມາຍ ​ແລະ​ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ ຕ່າງໆ​. ການປະສານງານທີ່ບໍ່ພຽງພໍກ່ຽວກັບຈຸດສິ້ນສຸດດ້ານຄວາມປອດໄພ, ກ່ຽວກັບການຫຼຸດຄວາມຂັດແຍ້ງກັບອິສຣາແອລ. ພວກເຮົາໄດ້ວາງແຜນສໍາລັບ ສິ່ງທ້າທາຍທັງຫມົດ. ນັ້ນບໍ່ສາມາດຢຸດພວກເຮົາຈາກການດໍາເນີນງານໄດ້.”

ອິສຣາແອລກ່າວໃນວັນພຸດວານນີ້ວ່າ ຕົນໄດ້ທຳການໂຈມຕີທາງອາກາດ ໂດຍແນເປົ້າໃສ່ຖານອາວຸດຂອງກຸ່ມເຮັສໂບລລາ ທີ່ຕັ້ງຢູ່ໃນພາກໃຕ້ຂອງ ເລບານອນ ແລະໄດ້ສະກັດລູກສອນໄຟຫຼາຍລູກທີ່ຍິງຈາກ ເລບານອນ ໄປສູ່ ອິສຣາແອລ.

ກອງທັບ​ອິສຣາ​ແອ​ລ​ຍັງ​ໄດ້​ລາຍ​ງານ​ການ​ໂຈມ​ຕີ​ທາງ​ອາກາດຄັ້ງ​ໃໝ່​ໃສ່​ເມືອງ ຄານ ຢູນິສ ທີ່ຕັ້ງຢູ່ທາງ​ພາກ​ໃຕ້​ຂອງ​ເຂດ​ກາຊາ, ​ເຊັ່ນ​ດຽວກັບ​ການ​ປະຕິບັດ​ງານ​ທາງບົກຢູ່​ໃນ​ຂົງເຂດ​ນັ້ນ ​ແລະ​ທາງທິດ​ເໜືອ​ຂອງເຂດ​ກາຊາ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ກຸ່ມຮາມາສໃນ​ເຂດກາຊາ ລາຍ​ງານ​ໃນ​ວັນ​ພຸດ​ວານນີ້​ວ່າ ມີ​ຜູ້ເສຍຊີວິດຢ່າງ​ໜ້ອຍ 76 ຄົນໃນ​ການ​ຕໍ່ສູ້​ຂອງ​ອິ​ສ​ຣາ​ແອລ, ໂດຍຢ່າງ​ໜ້ອຍແລ້ວ ​ມີປະຊາຊົນເສຍຊີວິດ 29,954 ຄົນ, ​ແລະ ມີຜູ້ບາດເຈັບ ອີກ 70,325 ຄົນ ນັບ​ແຕ່​ສົງຄາມ​ເລີ້ມຕົ້ນຂຶ້ນ​ໃນ​ເດືອນ​ ຕຸລາ ທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ