ອິສຣາແອລ ຮຽກຮ້ອງໃຫ້ສານໂລກ ປະຕິເສດ​ຕໍ່​ການ​ຮ້ອງ​ຂໍ ຂອງອາຟຣິກາໃຕ້ ກ່ຽວກັບເມືອງຣາຟາ

  • ວີໂອເອ

ພາບດ້ານນອກຂອງສານຍຸຕິທໍາສາກົນ, ເຊິ່ງເປັນສານສູງສຸດຂອງອົງການສະຫະປະຊາຊາດ, ວັນທີ 2 ກຸມພາ 2024.

ສານ​ຍຸຕິ​ທຳ​ສາກົນ ຫຼື ICJ ​ຄວນ​ປະຕິ​ເສດ​ຕໍ່ຄຳ​ຮຽກຮ້ອງ​ຂອງ​ອາ​ຟຣິກາ​ໃຕ້ ​ທີ່​ໄດ້​ຂໍ​ໃຫ້​ສານອອກ​ມາດ​ຕະການ​ສຸກ​ເສີນ​ຕື່ມ​ອີກ ​ເພື່ອ​ປົກ​ປ້ອງ​ສິດ​ທິຂອງ​ຊາວ​ປາ​ແລັ​ສ​ໄຕນ໌​ຢູ່ໃນ​ເມືອງຣາຟາ, ແຕ່ອິສຣາ​ແອລ ​ໄດ້​ໂຕ້ຖຽງ​ຕໍ່​ສານ​ໂລກ.

ອິສຣາແອລກ່າວວ່າ ມາດຕະການສຸກເສີນທີ່ອອກໂດຍ ICJ ໃນເດືອນແລ້ວນີ້ ໄດ້ກວມເອົາ "ສະຖານະການຂອງສົງຄາມຢູ່ໃນຂົງເຂດກາຊາໂດຍລວມແລ້ວ,” ອີງຕາມເອກະສານທີ່ເປີດເຜີຍອອກມາ ໃນວັນພະຫັດໂດຍ ICJ.

ອິສຣາແອລ ໄດ້ຮຽກຮ້ອງໃຫ້ສານໂລກປະຕິເສດຕໍ່ຄໍາຮ້ອງຂໍຂອງອາຟຣິກາໃຕ້, ເຊິ່ງໄດ້ຍື່ນສໍານວນຟ້ອງໃນວັນອັງຄານແລ້ວນີ້. ໃນການຍື່ນດັ່ງກ່າວ, ອາຟຣິກາໃຕ້ກ່າວວ່າ ມີ "ການເຄື່ອນ​ໄຫວທີ່ສໍາຄັນ" ນັບຕັ້ງແຕ່ການຕັດສິນຂອງສານໃນເດືອນມັງກອນ, ຫມາຍຄວາມວ່າ ມີການປະກາດສົງຄາມ ຢູ່ເມືອງຣາຟາ ຂອງນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ.

ປະຊາຊົນຊາວປາແລັສໄຕນ໌ ພາກັນສູດມົນຢູ່ທີ່ວັດມຸສລິມ ທີ່ໄດ້ຮັບຄວາມເສຍຫາຍ ລຸນຫຼັງການໂຈມຕີຂອງ ອິສຣາແອລ ໃສ່ເມືອງຣາຟາ, ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 15 ກຸມພາ 2024.

ໃນເດືອນແລ້ວນີ້, ສານ ICJ ໄດ້ສັ່ງໃຫ້ອິສຣາແອລ ດໍາເນີນການທຸກຢ່າງ ທີ່ສາມາດເຮັດໄດ້ ເພື່ອປ້ອງກັນການເສຍຊີວິດ ຂອງພົນລະເຮືອນຊາວປາແລັສໄຕນ໌, ຫຼັງຈາກອາຟຣິກາໃຕ້ ເຊິ່ງເປັນຜູ້ສະຫນັບສະຫນຸນຊາວປາແລັສໄຕນ໌ທີ່ໄດ້ຮັບຜົນກະທົບມາດົນນານ ໄດ້ກ່າວຫາກອງທັບອິສຣາແອລ ກ່ຽວກັບການຂ້າລ້າງເຜົ່າພັນຢູ່ໃນຂົງເຂດກາຊາ.

ອິສຣາ​ແອ​ລ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ກະທຳ​ການຂ້າລ້າງເຜົ່າພັນຢູ່​ທີ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ