ອິສຣາແອລ ກ່າວວ່າ ຄວາມພະຍາຍາມ ຂອງປາແລສໄຕນ໌ ແມ່ນເພື່ອຫຼີກລ້ຽງ ການເຈລະຈາກັນ

ຮູບພາບ ທ່ານ Riyad Mansour ທູດປາແລສໄຕນ໌ ປະຈຳສະຫະປະຊາຊາດ ກ່າວຕໍ່ສະພາຄວາມໝັ້ນຄົງ ວັນທີ 28 ກໍລະກົດ 2014.

ອິສຣາ​ແອ​ລ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ປາ​ແລ​ສ​ໄຕ​ນ໌ ທີ່​
ຈະສະ​ເໜີ​ຮ່າງຍັດຕິ​ສະບັບ​ນຶ່ງ​ຕໍ່ສະພາ​ຄວາມ​ໝັ້ນຄົງ​ສະຫະ
​ປະຊາ​ຊາດ​ນັ້ນມີພຽງ​ແຕ່​ຈະເຮັດໃຫ້ເກີດການ​ຊັກ​ຊ້າໃນການ
ແກ້ໄຂ​ໃດໆ​ຂອງ​ເຂົາ​ເຈົ້າ ຕໍ່ບັນ ຫາ​ຂັດ​ແຍ້​ງດັ່ງກ່າວ ​ແລະ​ວ່າ
ສອງ​ຝ່າຍ​ຈະ​ຕ້ອງ​ເພ່ງ​ເລັງ​ໃສ່​ການເຈ ລະຈາ​ກັນ ​ແທນ​ທີ່​ຈະ
ທຳ​ການ​ເຄື່ອນ​ໄຫວ​ເຊັ່ນ​ນັ້ນ.

ມາດ​ຕະການ​ດັ່ງກ່າວ​ທີ່​ສະ​ເໜີ​ໄປ​ໃນ​ວັນ​ພຸດ​ວານ​ນີ້ ຈະ​ກຳນົດ​ເສັ້ນ​ຕາຍ ​ສຳລັບການ​ເຈລະຈາ​ກັນເພື່ອການແກ້ໄຂແບບມີສອງລັດຄຽງຄູ່ກັນ​ໂດຍ ໃຫ້​ອິສຣາ​ແອ​ລຖອນ​ອອກ​ຈາກ​ດິນ​ແດນ​ແຫ່ງ​ຕ່າງໆ​ຂອງ​ປາ​ແລ​ສ​ໄຕ​ນ໌.

ທ່ານ Paul Hirschson ​ໂຄສົກ​ປະ​ຈຳ​ກະຊວງ​ການ​ຕ່າງປະ​ເທດ​ອິສຣາ​ແອ​ລ ກ່າວ​ໃນ​
ວັນ​ພະຫັດ​ມື້​ນີ້​ວ່າ ຍຸດ​ທະ​ສາດ​ຂອງ​ປາ​ແລ​ສ​ໄຕ​ນ໌ ແມ່ນ​ເພື່ອ​ຫລີກ​ລ້ຽງ​ການ​ໂອ​ລົມ​ເຈ​ລະ​
ຈາ​ກັນ ​ແລະ “ດຳ​ເນີນ​ບັນຫາຂັດ​ແຍ້​ງຕໍ່​ໄປ.”

ຮ່າງ​ຍັດຕິ​ດັ່ງກ່າວ ຈະ​ຕ້ອງການ​ຄວາມ​ເຫັນ​ດີ​ຂອງ 9 ປະ​ເທດ​ ໃນ​ບັນດາ 15 ປະ​ເທດ​ສະ
ມາຊິກ​ຂອງ​ສະພາຄວາມໝັ້ນຄົງແລະ​ປະ​ເທດ​ໃດ​ກໍ​ຕາມ​ໃນ​ບັນດາ 5 ປະ​ເທດສະມາຊິກ​ຖາວອນ​ມີ​ສິດ​ອອກສຽງ​ຍັບ ຍັ້ງ​ໄດ້​ຕໍ່​ຮ່າງຍັດຕິ​ດັ່ງກ່າວ. ກຸ່ມ 5 ປະ​ເທດ​ທີ່​ວ່າ​ນີ້​ແມ່ນ​ຮວມ
ທັງ​ອັງກິດ ຝຣັ່ງ ຈີນ ຣັດ​ເຊຍ ​ແລະ​ສະຫະລັດ ທີ່​ເຄີຍ​ໃຊ້​ສິດ​ຍັບຍັ້ງ​ມາ​ແລ້ວ ​ເພື່ອ​ປົກ​ປ້ອງ
​ບໍ່​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ຄວາມ​ໝັ້ນຄົງ ກ່ຽວ​ກັບ​ອິສ ຣາ​ແອ​ລນັ້ນ.

ມີ​ການ​ຄາດ​ກັນ​ຢ່າງ​ແຜ່​ຫລາຍ​ວ່າ ສະຫະລັດ ຈະ​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ການ​ເອົາ​ມາດ​ຕະການ​ດັ່ງກ່າວ​ນີ້.

Your browser doesn’t support HTML5

israelpalestinians18december14